ບັນດາປະເທດລວ້ນມີຄວາມປາດຖະໜາ ແລະ ມຸ່ງຫວັງແມ່ນສອງກອງປະຊຸມສຸດຍອດນີ້ຈະເປັນເອກະພາບບັນດາທິດທາງຮ່ວມມືໃໝ່ ແລະ ຈະສ້າງບາດກ້າວຫັນປ່ຽນສຳຄັນ ທັງເນື້ອໃນບຸລິມະສິດການຮ່ວມມື
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)
ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ເປີດພື້ນທີ່ພັດທະນາ ແລະ ນຳການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເຂົ້າສູ່ລວງເລິກ, ແທ້ຈິງ ແມ່ນບັນດາທິດທາງຈຸດສຸມໃນກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV-12) ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອິຣະວະດີ - ເຈົ້າພະຍາ - ແມ່ນ້ຳຂອງ ຄັ້ງທີ 11 (ACMECS-11) ຈະໄດ້ດຳເນີນໃນວັນທີ 28 ພະຈິກຢູ່ຮ່າໂນ້ຍ. ນີ້ແມ່ນຂໍ້ມູນທີ່ໄດ້ເນັ້ນໜັກທີ່ການຖະແຫຼງຂ່າວສາກົນແນະນຳກ່ຽວກັບສອງກອງປະຊຸມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ບັນດາປະເທດລວ້ນມີຄວາມປາດຖະໜາ ແລະ ມຸ່ງຫວັງແມ່ນສອງກອງປະຊຸມສຸດຍອດນີ້ຈະເປັນເອກະພາບບັນດາທິດທາງຮ່ວມມືໃໝ່ ແລະ ຈະສ້າງບາດກ້າວຫັນປ່ຽນສຳຄັນ ທັງເນື້ອໃນບຸລິມະສິດການຮ່ວມມື ກໍ່ຄືວິທີການຈັດຕັ້ງປະຕິບັດເພື່ອໃຫ້ສອງກົນໄກນີ້ນຳມາເຊິ່ງບັນດາໝາກຜົນ ແລະ ຜົນປະໂຫຍດທີ່ແທງຈິງກວ່າ, ມີປະສິດທິຜົນກວ່າ ແລະ ຕ້ອງປະກອບສ່ວນຢ່າງແທ້ຈິງກວ່າເຂົ້າໃນການພັດທະນາຂອງແຕ່ລະປະເທດສະມາຊິກ, ໃຫ້ສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາຂອງເຂດອະນຸພາກພື່ນ.
(ແຫຼ່ງຄັດຈາກ VOV)