ຂ່າວສານ

ກອງ​ປະ​ຊຸມ​ສາ​ກົນ CLMV-12 ແລະ ACMECS-11: ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ຮ່ວມ​ມື​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ

ບັນ​ດາ​ປະ​ເທດ​ລ​ວ້ນ​ມີ​ຄວາມ​ປາດ​ຖະ​ໜາ​ ແລະ ມຸ່ງ​ຫວັງ​ແມ່ນ​ສອງກອງ​ປະ​ຊຸມ​ສຸດຍອດ​ນີ້​ຈະ​ເປັນ​ເອ​ກະ​ພາບ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃໝ່ ແລະ ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ ທັງ​ເນື້ອ​ໃນ​ບຸ​ລິ​ມະ​ສິ​ດ​ການຮ່ວມ​ມື
  ທ່ານນາງ ຫງວຽນ​ມິ​ງ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)  

ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ເປີດ​​ພື້ນ​ທີ່​ພັດ​ທະ​ນາ ແລະ ນຳ​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແມ່ນ​ບັນ​ດາ​ທິດ​ທາງ​ຈຸດ​ສຸມ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ການຮ່ວ​ມ​ມື ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ ຄັ້ງ​ທີ 12 (CLMV-12) ແລະ ກອງ​ປະ​ຊຸມສຸດຍອດ​ຍຸດ​ທະ​ສາດກາ​ນ​ຮ່ວມ​ມື​ເສດ​ຖະ​ກິດ ອິຣະວະດີ - ເຈົ້າພະຍາ - ແມ່​ນ້ຳ​ຂອງ ຄັ້ງ​ທີ 11 (ACMECS-11) ຈະໄດ້​ດຳ​ເນີນ​ໃນ​ວັນ​ທີ 28 ພະ​ຈິກ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ເນັ້ນ​ໜັກ​ທີ່​ການ​ຖະ​ແຫຼງ​ຂ່າວ​ສາ​ກົນ​ແນະ​ນຳ​ກ່ຽວ​ກັບ​ສອງກອງ​ປະ​ຊຸມ ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 26 ພະ​ຈິກ, ຢູ່​ຮ່​າ​ໂນ້ຍ, ທ່ານນາງ ຫງວຽນ​ມິ​ງ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ບັນ​ດາ​ປະ​ເທດ​ລ​ວ້ນ​ມີ​ຄວາມ​ປາດ​ຖະ​ໜາ​ ແລະ ມຸ່ງ​ຫວັງ​ແມ່ນ​ສອງກອງ​ປະ​ຊຸມ​ສຸດຍອດ​ນີ້​ຈະ​ເປັນ​ເອ​ກະ​ພາບ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃໝ່ ແລະ ຈະ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ ທັງ​ເນື້ອ​ໃນ​ບຸ​ລິ​ມະ​ສິ​ດ​ການຮ່ວມ​ມື ກໍ່​ຄື​ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອ​ໃຫ້​ສອງ​ກົນ​ໄກ​ນີ້​ນຳ​ມາ​ເຊິ່ງ​ບັນ​ດາ​ໝາກ​ຜົນ ແລະ ຜົນ​ປະ​ໂຫຍດ​ທີ່​ແທງຈິງກວ່າ, ມີ​ປະ​ສິດ​ທິ​ຜົນ​ກວ່າ ແລະ ຕ້ອງ​ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງກວ່າ​ເຂົ້າ​​ໃນການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ, ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພ້ອມ​ກັນ​ພັດ​ທະ​ນາ​ຂອງ​ເຂດ​ອະ​ນຸ​ພາກ​ພື່ນ.


top