ຕອນຄ່ຳວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ຈັດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂະແໜງນ້ຳມັນອາຍແກັດ ຫວຽດນາມ ດ້ວຍຫົວຂໍ້ “65 ປີ Petrovietnam: ພະລັງງານແຫ່ງຊາດ - ຄວາມມຸ່ງຫວັງທົ່ວໂລກ”.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກ່າວຄຳເຫັນທີ່ລາຍການສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂະແໜງນ້ຳມັນອາຍແກັດ ຫວຽດນາມ (ພາບ: VNA)
ຕອນຄ່ຳວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ຈັດພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂະແໜງນ້ຳມັນອາຍແກັດ ຫວຽດນາມ ດ້ວຍຫົວຂໍ້ “65 ປີ Petrovietnam: ພະລັງງານແຫ່ງຊາດ - ຄວາມມຸ່ງຫວັງທົ່ວໂລກ”. ກ່ອນນີ້ 65 ປີ, ວັນທີ 27 ພະຈິກ 1961, ຄະນະສຳຫຼວດນ້ຳມັນເຊື້ອໄຟ 36 ໄດ້ສ້າງຕັ້ງຂຶ້ນ, ສ້າງຂີດໝາຍແຫ່ງການສ້າງຕັ້ງຂອງອົງການນ້ຳມັນອາຍແກັດສະເພາະກິດທຳອິດ, ເປີດວິວັດການຫັນຄວາມມຸ່ງຫວັງຂອງ ປະທານ ໂຮ່ຈີມິນ ກ່ຽວກັບການກໍ່ສ້າງຂະແໜງອຸດສາຫະກຳນ້ຳມັນອາຍແກັດແຫ່ງລັດໃຫ້ປະກົດຜົນເປັນຈິງ. ກ້າວເຂົ້າສູ່ໄລຍະພັດທະນາໃໝ່, Petrovietnam ວາງເປົ້າໝາຍຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ບືນຕົວຂຶ້ນອອກສູ່ສາກົນ ແລະ ປະຕິບັດຄວາມຄາດຫວັງນອນໃນກຸ່ມ 500 ວິສາຫະກິດໃຫຍ່ທີ່ສຸດຂອງໂລກໃຫ້ເປັນຮູບປະທຳເທື່ອລະກ້າວ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:
ຂ້າພະເຈົ້າສະເໜີພັດທະນາຂະແໜງນ້ຳມັນອາຍແກັດໃຫ້ທັນສະໄໝ, ຄົບຊຸດ, ຍົກສູງຄວາມສາມາດເປັນເຈົ້າຕົນເອງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຢ່າງໝັ້ນແກ່ນໃນທຸກກໍລະນີ. ຍູ້ແຮງການຊອກຫາ, ສຳຫຼວດ, ເພີ່ມການສຳຮອງ ແລະ ຂຸດຄົ້ນຊັບພະຍາກອນນ້ຳມັນອາຍແກັດຢ່າງມີປະສິດທິຜົນ, ເອົາໃຈໃສ່ຕໍ່ບັນດາຂົງເຂດທໍລະນີສາດ ແລະ ເຕັກໂນໂລຢີທີ່ຍັງມີສິ່ງທ້າທາຍຫຼາຍຢ່າງ . ຍູ້ແຮງການຮ່ວມມືລົງທຶນຊອກຫາ, ຂຸດຄົ້ນ, ສຳຮອງນ້ຳມັນອາຍແກັດ ກັບບັນດາຄູ່ຮ່ວມມືສາກົນ, ຈັດການເຄື່ອນໄຫວບັນດາໂຄງການນ້ຳມັນອາຍແກັດຢ່າງປອດໄພ, ມີສະຖຽນລະພາບ.