ຂ່າວສານ

ນາຍົກລັດຖະມົນຕີລາວຢ້ຽມຢາມ ຫວຽດນາມຢ່າງ ເປັນທາງການ; ປະທານາທິບໍດີມຽນມາ - ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ລາວ ແລະ ພັນລະຍາໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ລາວ ແລະ ພັນລະຍາໄດ້ມາຮອດ ຮ່າໂນ້ຍ (ພາບ: VNA)

ຕອນບ່າຍວັນທີ 27 ພະຈິກ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ລາວ ແລະ ພັນລະຍາໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV-12) ຄັ້ງທີ 12 ແລະ ກອງປະຊຸມ​ສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອະຣະຍະວາດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS-11) ຄັ້ງທີ 11, ແຕ່ວັນທີ 27 ຫາ 28 ພະຈິກ 2026, ຕາມ​ຄຳ​ເຊີນ​ຂອງ​ທ່າ​ນ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ.

ກ່ອນການໄປ​ປະ​ຕິ​ບັດ​ງານ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ສະເຫຼີມໄຊ ກົມ​ມະ​ສິດ, ທ່ານ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໃຫ້​ຮູ້ວ່າ ການເຂົ້າຮ່ວມກອງປະຊຸມ​ສຸດຍອດ ແລະ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ລາວ ແມ່ນ​ເພື່ອ ສະແດງໃຫ້ເຫັນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ ລາວ ໃນການເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ລະ​ຫວ່າງສອງປະເທດ ແລະ ​ຊຸກ​ຍູ້ການຮ່ວມມືສາກົນ.

​

  ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ກໍ່ໄດ້ເດີນທາງມາຮອດ ຮ່າໂນ້ຍ (ພາບ: VNA)  

ແລະ​ກໍ່​ໃນວັນທີ 27 ພະຈິກ, ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ກໍ່ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 12 ແລະ ກອງປະຊຸມສຸດ​ສຸດຍອດທະສາດການຮ່ວມມືເສດຖະກິດ ​ອະຣະຍະວາດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 11.


top