ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ເຮັດວຽກກັບການນຳແຂວງ ຢາລາຍ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi
ຕອນຄ່ຳວັນທີ 8 ພະຈິກ, ຢູ່ສຳນັກງານຄະນະກຳມະການປະຊາຊົນ ແຂວງ ຢາລາຍ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບການນຳແຂວງກ່ຽວກັບວຽກງານຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi (ພາຍຸລູກ 13). ຕາມບົດລາຍງານຂອງແຂວງ, ພາຍຸລູກ 13 ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ທ້ອງຖິ່ນ, ມີ 2 ຄົນເສຍຊີວິດ, 8 ຄົນຖືກບາດເຈັບ, ເສຍຫາຍທາງດ້ານວັດຖຸຄາດວ່າປະມານ 204 ລ້ານ USD. ລັດຖະບານ ໄດ້ຕັດສິນໃຈໜູນຊ່ວຍໂດຍດ່ວນເງິນເປັນຈຳນວນ 3,26 ລ້ານ USD ໃຫ້ແກ່ບັນດາທ້ອງຖິ່ນຖືກຜົນສະທ້ອນ, ໃນນັ້ນມີ ຢາລາຍ ແລະ ດັກລັກແຕ່ລະແຂວງແມ່ນ 1,22 ລ້ານ USD. ທາງແຂວງຢາລາຍກໍ່ໄດ້ເປັນເຈົ້າການໜູນຊ່ວຍປະຊາຊົນມີເຮືອນຖືກພັງຖະລົ່ມ, ສ້ອນຊ້ອນບ່ອນຢູ່ຊົ່ວຄາວຢູ່ບັນດາຮາກຖານຂອງກຳລັງປະກອບອາວຸດ, ສະໜອງອາຫານການກິນຢ່າງພຽງພໍ, ຮັບປະກັນຊີວິດການເປັນຢູ່ ແລະ ເງື່ອນໄຂຮ່ຳຮຽນໃຫ້ແກ່ນັກຮຽນ. ຂະແໜງໄຟຟ້າພາກກາງ ພວມມານະພະຍາຍາມພື້ນຟູຕາໜ່າງໄຟຟ້າ, ສູ້ຊົນຮອດວັນທີ 9 ພະຈິກ ສະໜອງໄຟຟ້າຄືນໃໝ່.








