• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.
ບັນຍາກາດຂອງກອງປະຊຸມ

ບົດລາຍງານຢູ່ກອງປະຊຸມໃຫ້ຮູ້ວ່າ ປີນີ້, ບັນດາສະມາຄົມໃນທົ່ວປະເທດໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວແທດຈິງມຸ່ງໄປເຖິງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ/ດີໂອຊິນ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ແຫຼ່ງກຳລັງ ແລະ ສ້າງວິທີຫາເງິນລ້ຽງຊີບໃຫ້ແກ່ຜູູ້ປະສົບເຄາະຮ້າຍ. ທ່ານພົນຕີ ຫງວຽນຫືວຈິງ ໃຫ້ຮູ້ວ່າ ປີ 2026, (VAVA), ສືບຕໍ່ສຸມໃສ່ການໂຄສະນາເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ:

        “ໃນປີ 2026, ພວກຂ້າພະເຈົ້າໄດ້ປ່ຽນແປງໃໝ່ແບບວິທີເຄື່ອນໄຫວ ແລະ ລະດົມແຫຼ່ງກຳລັງເພື່ອສ້າງບັນດາແຫຼ່ງກຳລັງດີທີ່ສຸດເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.  ອີກໜ້າທີ່ໜຶ່ງໃນປີໜ້າແມ່ນ ເນື່ອງໃນໂອກາດເຫດການ “65 ປີວິນາດຕະກຳທາດພິດສີສົ້ມ”, ພວກຂ້າພະເຈົ້າຈະຈັດຕັ້ງລາຍການດ້ວຍສານທີ່ວ່າ: ຈາກວິນາດຕະກຳເຖິງວິວັດທະນາການຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ”, ເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງກວ້າງຂວາງຢູ່ພາຍໃນປະເທດ ແລະ ສາກົນ.”

(ແຫຼ່ງຄັດຈາກ VOV)

ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ຈະ​ສ້າງ​ເຂດ​ພັດ​ທະ​ນາ​ໃໝ່ ແລະ ອຳ​ນວຍ​ຄວາມ​ສະ​ດວກໃຫ້​ການ​ໄປ​ມາ

ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ຈະ​ສ້າງ​ເຂດ​ພັດ​ທະ​ນາ​ໃໝ່ ແລະ ອຳ​ນວຍ​ຄວາມ​ສະ​ດວກໃຫ້​ການ​ໄປ​ມາ

ຕອນເຊົ້າວັນທີ 09 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 22 ຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.

Top