ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33 (SEA GAMES 33) ຖືກຈັດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນທີ 9 ທັນວາ, ຢູ່ສະໜາມກິລາ ຣາດຊະມັງຄະລາ, ບາງກອກ, ໄທ.
ທ່ານ ອັດທະກອນ ສີຣິອັດທະຍາກອນ ລັດຖະມົນຕີກະຊວງກະຊວງທ່ອງທ່ຽວ ແລະ ກິລາ ໄທ ຢັ້ງຢືນວ່າ ດ້ວຍບັນດາລາຍການສະແດງທີ່ເປັນເອກະລັກ ແລະ ເຕັກໂນໂລຢີທີ່ກ້າວໜ້າ, ໄທ ຢາກສົ່ງສານກ່ຽວກັບຄວາມສຸກ, ພ້ອມແລ້ວທີ່ຈະສວມບົດບາດພູມີປະເທດໃຈກາງໃນປະຊາຄົມ ອາຊຽນ. ສານ “we are one” (ພວກເຮົາແມ່ນໜຶ່ງດຽວ) ໃນພິທີໄຂ ໄດ້ຮັບການເນັ້ນໜັກ ຄືດັ່ງຄຳຢັ້ງຢືນທີ່ວ່າຄວາມສາມັກຄີແມ່ນພື້ນຖານຂອງປະຊາຄົມ ອາຊີຕາເວັນອອກສ່ຽງໃຕ້. ພິທີໄຂ ຈະເຕົ້າໂຮມນັກສິລະປິນຊື່ດັງຫຼາຍຄົນຂອງ ໄທ.
SEA GAMES 33 ໄດ້ດຳເນີນແຕ່ວັນທີ 9 – 20 ທັນວາ, ເຕົ້າໂຮມນັກກິລາກວ່າ 9.300 ຄົນ ທີ່ມາຈາກ 11 ປະເທດ, ເຂົ້າຮ່ວມການແຂ່ງຂັນກິລາ 50 ປະເພດ ແລະ 574 ເນື້ອໃນ.
(ແຫຼ່ງຄັດຈາກ VOV)