• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ລະ​ດົມ​ແຫຼ່ງ​ກຳ​ລັງ​ໃນ​ທົ່ວ​ສັງ​ຄົມ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ເຮືອນຫຼັງ​ໃໝ່ ແລະ ສ້​ອມ​ແປງ​ເຮືອນ​ໃຫ້​ແກ່​ປະ​ຊາ​ຊົນ

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງດຳເນີນ “ບັ້ນເຄື່ອນໄຫວ ກວາງຈູງ” ຢ່າງຮີບດ່ວນວ່ອງໄວທີ່ສຸດ ດ້ວຍເປົ້າໝາຍກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນມີເຮືອນເສຍຫາຍໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026 ແລະ ສ້ອມແປງເຮືອນເປເພໃຫ້ສຳເລັດກ່ອນວັນທີ 31 ເດືອນ ທັນວາ 2025.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ

ຕອນເຊົ້າວັນທີ 9 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການສູນກາງ ແລະ ກອງປະຊຸມທາງໄກກັບບັນດາອຳນາດການປົກຄອງທ້ອງຖິ່ນກ່ຽວກັບສະພາບການປະຕິບັດ “ບັ້ນເຄື່ອນໄຫວກວາງຈູງ” ກໍ່ສ້າງເຮືອນຫຼັງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຖືກເສຍຫາຍ, ເປເພຢ່າງໜັກໜ່ວງຍ້ອນພາຍຸນ້ຳຖ້ວມຄັ້ງຜ່ານມາ ຢ່າງຮີບດ່ວນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ  ການສ້າງເຮືອນຫຼັງໃໝ່, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນຄັ້ງນີ້ ແມ່ນໄດ້ຮັບການໜູນຊ່ວຍຈາກຫຼາຍແຫຼ່ງ ລວມມີງົບປະມານຂອງສູນກາງ ແລະ ທ້ອງຖິ່ນ; ການໜູນຊ່ວຍຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນປະຊາຄົມເຂດຊຸມຊົນ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງດຳເນີນ “ບັ້ນເຄື່ອນໄຫວ ກວາງຈູງ” ຢ່າງຮີບດ່ວນວ່ອງໄວທີ່ສຸດ ດ້ວຍເປົ້າໝາຍກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນມີເຮືອນເສຍຫາຍໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026 ແລະ ສ້ອມແປງເຮືອນເປເພໃຫ້ສຳເລັດກ່ອນວັນທີ 31 ເດືອນ ທັນວາ 2025.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top