ມົດສະກູ ຕ້ອງກຳໄດ້ຜົນການເຮັດວຽກຕ່າງໆລະຫວ່າງ ອາເມລິກາ ແລະ ຢູແກຼນ ພາຍຫຼັງການປຶກສາຫາລືລະຫວ່າງ ລັດເຊຍ - ອາເມລິກາ ທີ່ຈັດຂຶ້ນໃນວັນທີ 2 ທັນວາ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: REUTERS)
ວັນທີ 8 ທັນວາ, ໃນສະພາບການບັນດາການແລກປ່ຽນລະຫວ່າງສາມຝ່າຍກ່ຽວກັບວິວັດທະນາການສ້າງສັນຕິພາບລະຫວ່າງ ລັດເຊຍ - ຢູແກຼນ ພວມມີການຜັນແປໃໝ່ຫຼາຍຢ່າງ, ທ່ານ Dmitry Peskov ໂຄສົກວັງ Kremlin ເນັ້ນໜັກວ່າ ມົດສະກູ ຕ້ອງກຳໄດ້ຜົນການເຮັດວຽກຕ່າງໆລະຫວ່າງ ອາເມລິກາ ແລະ ຢູແກຼນ ພາຍຫຼັງການປຶກສາຫາລືລະຫວ່າງ ລັດເຊຍ - ອາເມລິກາ ທີ່ຈັດຂຶ້ນໃນວັນທີ 2 ທັນວາ. ປັດຈຸບັນ, ລັດເຊຍ ບໍ່ກຳແໜ້ນທັດສະນະທີ່ແຕກຕ່າງກັນພາຍໃນ ຢູແກຼນ ທີ່ກ່ຽວຂ້ອງເຖິງວິວັດທະນາການໄກ່ເກ່ຍ ແລະ ບາງບັນຫາກ່ຽວຂ້ອງເຖິງການປະທະກັນທີ່ຍັງຄົງຄ້າງ ບໍ່ສາມາດດຳເນີນຢ່າງເປີດເຜີຍໄດ້.
ສຳລັບຝ່າຍ ອາເມລິກາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຄູ່ຮ່ວມຕຳແໜ່ງ ຢູແກຼນ Volodymyr Zelenskyy ຍັງບໍ່ທັນກຳແໜ້ນຂໍ້ສະເໜີສັນຕິພາບ ໂດຍ ວໍຊິງຕັນ ຮຽບຮຽງ. ໃນຂະນະນັ້ນ, ທ່ານ Volodymyr Zelenskyy ໃຫ້ຮູ້ວ່າ ກີແອັບ ພວມຊອກຫາຂໍ້ຕົກລົງສະເພາະກ່ຽວກັບການຮັບປະກັນຄວາມໝັ້ນຄົງກັບ ອາເມລິກາ ແລະ ບາງສຳພັນທະມິດ ເອີຣົບ, ພ້ອມທັງຄາດຄະເນວ່າ ຈະພົບປະກັບການນຳ ອັງກິດ, ຝລັ່ງ ແລະ ເຢຍລະມັນຢູ່ ລອນດອນ ເພື່ອຂົນຂວາຍການສະໜັບສະໜູນ.
(ແຫຼ່ງຄັດຈາກ VOV)