• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຮຽກ​ຮ້ອງ​ລະ​ດົມ​ເງິນ 33 ຕື້ USD ເພື່ອ​ຊ່ວຍ​ເຫຼືອ​ 135 ລ້ານ​ຄົນ​ທີ່​​ຕ້ອງ​ການໄດ້​ຮັບ​ຊ່ວຍ​ເຫຼືອ

ວັນທີ 8 ທັນວາ, ຫ້ອງວ່າການປະສານງານ ບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປະກອບເງິນ 33 ຕື້ USD ໃຫ້ແກ່ປີ 2026 ເພື່ອຊ່ວຍເຫຼືອປະຊາຊົນປະມານ 135 ລ້ານຄົນ ພວມຮັບມືກັບຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໄພພິບັດທຳມະຊາດ, ໂລກລະບາດ ແລະ ສະພາວະຂາດແຄນສະບຽງອາຫານ.
ເດັກນ້ອຍຊາວ ປາແລັດສະຕິນ ລໍຖ້າອາຫານຂໍອາຫານ, ຢູ່ Khan Younis, ທາງທິດໃຕ້ເຂດ Gaza, ວັນທີ 4/8/2025. (ພາບເອກະສານ: REUTERS/Hatem Khaled)

ຕາມອົງການ OCHA ແລ້ວ, ອົງການນີ້ຕ້ອງການເງິນຫຼາຍກວ່າ 4,1 ຕື້ USD ໃນປີ 2026 ເພື່ອຊ່ວຍເຫຼືອຊາວປາແລັດສະຕິນ 3 ລ້ານຄົນ; 2,9 ຕື້ USD ຊ່ວຍເຫຼືອໃຫ້ແກ່ປະຊາຊົນ ຊູດັງ ທີ່ພວມຕົກເຂົ້າສູ່ວິກິດການອົບພະຍົບຄັ້ງໃຫຍ່ສຸດຢູ່ໂລກ ແລະ 2,8 ຕື້  USD ໃຫ້ແກ່ການຟື້ນຟູ ຊີຣີ ພາຍຫຼັງຖືກທຳລາຍຈາກສົງຄາມມາຫຼາຍປີ.

ຕາມການຄາດຄະເນຂອງ ສປຊ ແລ້ວ, ມີປະຊາຊົນປະມານ 240 ລ້ານຄົນຢູ່ບັນດາເຂດເກີດການປະທະກັນ, ໂລກພະຍາດ, ໄພພິບັດທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມຕ້ອງການໄດ້ຮັບການຊ່ວຍເຫຼືອດ່ວນ. ໃນປີ 2025 ນີ້, ສປຊ ໄດ້ຮັບເງິນຊ່ວຍເຫຼືອພຽງ 12 ຕື້ USD ເທົ່ານັ້ນ ໃນຂະນະທີ່ຈຳນວນເງິນຕ້ອງການແມ່ນກວ່າ 45 ຕື້ USD. ນີ້ກໍແມ່ນຈຳນວນເງິນຊ່ວຍເຫຼືອປະຈຳປີທີ່ຕ່ຳທີ່ສຸດ ເຊິ່ງອົງການຫຼາຍຝ່າຍໃຫຍ່ສຸດຂອງໂລກນີ້ໄດ້ຮັບໃນທົດສະວັດຜ່ານມາ ແລະ ສາມາດຊ່ວຍເຫຼືອໃຫ້ປະຊາຊົນໄດ້ພຽງ 98 ລ້ານຄົນເທົ່ານັ້ນ, ໜ້ອຍກວ່າປີກາຍນີ້ແມ່ນກວ່າ 25 ລ້ານຄົນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top