• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ໄທ ແລະ ກຳ​ປູ​ເຈຍ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

ວັນທີ 8 ທັນວາ (ຕາມເວລາ ນິວຢອກ ອາເມລິກາ), ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ “ມີຄວາມວິຕົກກັງວົນທີ່ສຸດ” ຕໍ່ການຜັນແປຫຼ້າສຸດລະຫວ່າງ ໄທ ແລະ ກຳປູເຈຍ.
ປະຊາຊົນຍົກຍ້າຍໄປຍັງບ່ອນປອດໄພ, ວັນທີ 8 ທັນວາ 2025 (ພາບ: Agence Kampuchea Press/REUTERS)

ທ່ານ Antonio Guterres ຮຽກຮ້ອງໃຫ້ສອງປະເທດເຮັດທຸກວິທີທາງເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ເມື່ອເດືອນ ຕຸລາ ຜ່ານມາ. ກໍໃນວັນດຽວກັນ, ຄະນະກຳມະການ ກາແດງ ສາກົນ (ICRC) ໄດ້ສະແດງຄວາມວິຕົກກັງວົນຕໍ່ການປະທະກັນທີ່ເກີດຂຶ້ນຄືນໃໝ່ຢູ່ຊາຍແດນ ກຳປູເຈຍ - ໄທ ແລະ ຮຽກຮ້ອງໃຫ້ 2 ປະເທດ ຈົ່ງລະງັບໃຈ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງ.

ຢູ່ບາງກອກ, ທ່ານ ອະນຸທິນ ຊານວິຣະກູນ ນາຍົກລັດຖະມົນຕີ ໄທ  ໃຫ້ຮູ້ວ່າ ລັດຖະບານ ໄທ ພວມຕິດຕາມສະພາບການຜັນແປຢ່າງໃກ້ຊິດ ແລະ ໄດ້ຊີ້ນຳບັນດາອົງການປ້ອງກັນຄວາມສະຫງົບສົມທົບກັນ ແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ພ້ອມທັງກວດຄືນບົດລາຍງານກ່ຽວກັບການເສຍຊີວິດແລະ ບາດເຈັບ.  ໄທຈະມີການກະທຳຢ່າງລະມັດລະວັງ ແລະ ປະຕິບັດຕາມບັນດາຫຼັກການມະນຸດສະທຳເພື່ອປົກປ້ອງສາມັນຊົນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມຊາຍແດນ.

ສ່ວນທາງຝ່າຍ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ Hun Manet ເນັ້ນໜັກວ່າ ຈຸດສຸມແມ່ນວຽກງານປົກປ້ອງອະທິປະໄຕ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ທີ່ການຖະແຫຼງຂ່າວໃນຕອນຄ່ຳວັນທີ 08 ທັນວາ, ທ່ານນາງ Maly Socheata ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ ຍ້ອນການຜັນແປປິນຂັ້ນໄດ, ນັບພັນຄອບຄົວຕ້ອງຍົກຍ້າຍໄປຍັງບ່ອນປອດໄພ ແລະ ມີໂຮງຮຽນປະມານ 377 ແຫ່ງ ຢູ່ 4 ແຂວງ ຊາຍແດນ ຕ້ອງປິດປະຕູຊົ່ວຄາວ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top