ຂ່າວສານ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເກິ່ນເທີ
ທ່ານປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ຍ້ອງຍໍສັນລະເສີນບັນດາໝາກຜົນໂດຍນະຄອນ ເກິ່ນເທີ ບັນລຸໄດ້ໃນໄລຍະຜ່ານມາ ໃນນັ້ນ ມີຕາແສງ ອານນິງ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຢາກໃຫ້ມີນະຄອນເຂັ້ມແຂງ, ບ້ານຕ້ອງເຂັ້ມແຂງ, ຕາແສງຕ້ອງເຂັ້ມແຂງ ດ້ວຍບັນດາສະຖານທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ອຳນາດການປົກຄອງທຸກຂັ້ນຕ້ອງສືບຕໍ່ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ.
ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ປາດຖະໜາຢາກນະຄອນ ເກິ່ນທີ ປ່ຽນແປງໃໝ່ຢ່າງແຮງເນື້ອໃນ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ທຸກຂັ້ນຕາມການຊີ້ນຳທີ່ລະອຽດ, ເລິກເຊິ່ງຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ກອງປະຊຸມໃຫຍ່ ຄະນະພັກແນວໂຮມປະເທດຊາດ, ບັນດາໝູ່ຄະນະຂັ້ນສູນກາງອາຍຸການ 2025 - 2030.








