ຕອນເຊົ້າວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຄົບຮອບ 72 ປີ ແລະ ວັນສ້າງຕັ້ງກອງທັບພະບໍລົມວົງສານຸວົງ ກຳປູເຈຍ (9/11/1953-9/11/2025). ພິທີໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງກະສັດ Norodom Sihamoni.
ພາຍຫຼັງພິທີເຄົາລົບທຸກຊາດ, ກະສັດ Norodom Sihamoni ໄດ້ວາງພວງມາລາອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃຕ້ທວນໄຟໃນອະນຸສາວະລີເອກະລາດຢູ່ໃຈກາງນະຄອນຫຼວງ ພະນົມເປັນ. ກະສັດ Norodom Sihamoni ຍັງໄດ້ໄປກວດກ້ອນກຳລັງ, ຊົມເຊີຍບັນດາກຳລັງຂຶ້ນກັບກອງທັບພະບໍລົມວົງສານຸວົງ ກຳປູເຈຍ, ຍິນດີຕ້ອນຮັບບັນດາຜູ້ແທນ ແລະ ປຊຊ ກຳປູເຈຍ ທຸກຊັ້ນວັນນະ ແລະ ເພື່ອນມິດສາກົນທີ່ໄດ້ເຂົ້າຮ່ວມພິທີຢ່າງສົມກຽດນີ້.
ພິທີສະເຫຼີມສະຫຼອງວັນຊາດ ກຳປູເຈຍ ຄົບຮອບ 72 ປີ ໄດ້ດຳເນີນໄປໃນສະພາບການປະເທດ ກຳປູເຈຍ, ພາຍໃຕ້ການເປັນເຈົ້າຂອງກະສັດ Norodom Sihamoni ການຊີ້ນຳນຳພາພັກ ປຊຊ ກຳປູເຈຍ ແລະ ລັດຖະບານພະບໍລົມວົງສານຸວົງ ອາຍຸການທີ 7 ຂອງທ່ານນາຍົກລັດຖະມົນຕີ Hun Manet ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການໃນທຸກດ້ານ ເພື່ອຮັກສາສະຖຽນລະພາບ ແລະ ຮັກສາການເຕີບໂຕເສດຖະກິດ.








