• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສູ້ຮົບປິນຂັ້ນໄດຢູ່ ຊີຣີ

ໃນແຈ້ງການທາງການອອກວັນທີ 6 ຕຸລາ, ກອງທັບ ຕວັກກີ ໃຫ້ຮູ້ວ່າ ໄດ້ດຳເນີນການບຸກໂຈມຕີທາງອາກາດຫຼາຍຄັ້ງເຂົ້າບັນດາສະຖານທີ່ຂອງກຳລັງທະຫານກະບົດສັງກັດພັກແຮງງານ ຊາວ Kurk (PKK) ຢູ່ທາງທິດເໜືອຂອງປະເທດ ຊີຣີ ໄດ້ມ້າງທຳລາຍຢ່າງໜ້ອຍສຸດ 15 ເປົ້າໝາຍຂອງກຸ່ມນີ້.
(ພາບປະກອບຈາກ North Press Agency/Reuters)

ສະພາບການສູ້ຮົບຢູ່ຊີຣີ ພວມປິນຂັ້ນໄດຢ່າງຮຸນແຮງ ດ້ວຍການເຂົ້າຮ່ວມຂອງທັງກອງທັບລັດຖະບານ ແລະ ກຳລັງຕ່າງປະເທດຕ້ານພວກທະຫານກະບົດຈຳນວນໜຶ່ງ.

ໃນແຈ້ງການທາງການອອກວັນທີ 6 ຕຸລາ, ກອງທັບ ຕວັກກີ ໃຫ້ຮູ້ວ່າ ໄດ້ດຳເນີນການບຸກໂຈມຕີທາງອາກາດຫຼາຍຄັ້ງເຂົ້າບັນດາສະຖານທີ່ຂອງກຳລັງທະຫານກະບົດສັງກັດພັກແຮງງານ ຊາວ Kurk (PKK) ຢູ່ທາງທິດເໜືອຂອງປະເທດ ຊີຣີ ໄດ້ມ້າງທຳລາຍຢ່າງໜ້ອຍສຸດ 15 ເປົ້າໝາຍຂອງກຸ່ມນີ້. ແລະກໍ່ໃນຄ່ຳຄືນວັນທີ 6 ຕຸລາ, ກອງທັບ ຊີຣີ ໄດ້ດຳເນີນການຍິງທຳລາຍດ້ວຍລູກສອນໄຟ ແລະ ປຶ້ນໃຫຍ່ເຂົ້າບັນດາສະຖານທີ່ຂອງທະຫານກະບົດຢູ່ເຂດ Aleppo ແລະ Idlib, ທາງທິດຕາເວັນຕົກພາກເໜືອຂອງປະເທດນີ້. ແຈ້ງການຂອງກະຊວງປ້ອງກັນປະເທດ ຊີຣີ ຢັ້ງຢືນວ່າ: ການບຸກໂຈມຕີ ໄດ້ມ້າງທຳລາຍຍານພາຫະນະ, ອາວຸດ ຫຼາຍຢ່າງ ແລະ ກໍ່ຄວາມບາດເຈັບລົ້ມຕາຍຢ່າງໜັກໜ່ວງໃຫ້ແກ່ບັນດາມື້ປືນລຸກຮຶ້ຂຶ້ນ, ແຕ່ບໍ່ແຈ້ງໃຫ້ຮູ້ຈຳນວນລະອຽດ. ຕໍ່ໜ້າບັນດາການຍິງທຳລາຍຂອງກອງທັບ ຊີຣີ, ເຮືອບິນສູ້ຮົບຂອງກອງທັບ ລັດເຊຍ ກໍ່ໄດ້ດຳເນີນບັນດາການບຸກໂຈມຕີ ແນໃສ່ເປົ້າໝາຍຂອງທະຫານກະບົດຢູ່ Idlib.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top