• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ເອກະລັກ ມວຍ ຜ້າພັນຄໍຕາກາໂລ

ຜ້າພັນຄໍ ຕາກາໂລ ເປັນເຄື່ອງໃຊ້ ທີ່ແກ່ວນເຄີຍ ສຳລັບ ຊາວ ພາກໃຕ້ ຫວຽດນາມ ແຕ່ລະຄົນ, ແຕ່ໃນບາງສະຖານະການ, ຜ້າພັນຄໍ ນີ້ ໃນທັນທີທັນໃດ ໄດ້ກາຍ ເປັນອາວຸດປ້ອງກັນຕົວ ທີ່ມີປະສິດທິຜົນສູງ. 
ອາຈານມວຍ ໂຮ່ເຕື່ອງ (ນິກາຍມວຍ ຫວໍເລີມ ເຕິນແຄ໋ງ ບ່າ ຈ່າ - Takhado) ໄດ້ຢືນຢັນວ່າ ຜ້າພັນຄໍ ເປັນປະເພດ ອາ ວຸດ ໃນມວຍພື້ນເມືອງ ຫວຽດນາມ. ມີຫຼາຍນິກາຍມວຍ ມີທ່າ ມວຍ ຜ້າພັນຄໍ ກັບຫຼາຍວິທີການຕໍ່ສູ້, ວິທີການນຳໃຊ້ ຈະປ່ຽນ ເປັນຫຼາຍຮູບແບບ, ໃນນັ້ນ ນິກາຍມວຍ ແທງລອງ ມີທ່າມວຍ “ຍູງຖວດ”, ນິກາຍ ຫວໍເລິມ ເຕິນແຄ໋ງ-ບ່າຈ່າ ມີທ່າມວຍ “ດ໊າວຫວູ໊ທຽນເກິນ” (ມີຄວາມໝາຍວ່າ ຜ້າພັນຄໍ ຟາດຟ້າ ເຮັດໃຫ້ ຝົນຕົກ).

ເມື່ອເວົ້າເຖິງ ປະເພດອາວຸດ ດັ່ງກ່າວ, ອາຈານ ມວຍ ຍິງ ຮ່າທິອ໋ຽນແອວງ, ຮອງປະທານສະຫະພັນມວຍ ພື້ນເມືອງ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ຜ້າພັນຄໍຕາກາໂລ ເປັນປະເພດ ອາວຸດທີ່ອ່ອນນຸ້ມ, ງ່າຍໃນການ ມັດຄູ່ຕໍ່ສູ້... ກຳລັງແຮງຂອງ ຜ້າພັນຄໍ ໄດ້ຮັບການເສີມຂະຫຍາຍ ຢ່າງເຕັມທີ, ເນື່ອງຈາກຜູ້ ໃຊ້ ໄດ້ໃຊ້ຄວາມຍືດຫຍຸ່ນຂອງແຂນ, ຂໍ້ມື ແລະ ກ້າມເນື້ອ ປະ ສານສົມທົບກັບການເຄື່ອນຍ້າຍຂອງຕີນ ແລະ ຮ່າງກາຍ.

    

ມວຍຜ້າພັນຄໍ ເປັນທ່າມວຍ ທີ່ເປັນເອກະລັກ ໃນລະບົບ ມວຍ ພື້ນເມືອງ ຫວຽດນາມ ໂດຍຄົນຫວຽດນາມ ເປັນຜູ້ປະດິດສ້າງ.


ໃນລະບົບມວຍພື້ນເມືອງ ຫວຽດນາມ, ມີຫຼາຍນິກາຍມວຍ ກໍ ມີທ່າມວຍ ທ່ີປະດິດສ້າງ ຈາກຜ້າພັນຄໍເຊັ່ນ: ນິກາຍມວຍ ແທງລອງ ມີທ່າມວຍ “ຍຸງຖວດ”-ທ່າມວຍຈາກຜ້າແພ. 


ນິກາຍ ຫວໍເລິມ ເຕິນແຄ໋ງ-ບ່າຈ່າ ມີທ່າມວຍ “ດ໊າວຫວູ໊ທຽນເກິນ” (ມີຄວາມໝາຍວ່າ ຜ້າພັນຄໍ ຟາດຟ້າ ເຮັດໃຫ້ ຝົນຕົກ).


ໃຊ້ກຳລັງແຮງ ຊັດຜ້າພັນຄໍ ເພື່ອການບຸກໂຈມຕີ. 


ຜ້າພັນຄໍ ເມື່ອໃຊ້ເປັນອາວຸດ ມັກໄດ້ຜູ້ນຳໃຊ້ມ້ວນເຂົ້າ ເພື່ອ ສ້າງຄວາມໜາ, ໜັກ ເພື່ອນຳໃຊ້ງ່າຍ ແລະ ເຮັດໃຫ້ຄູ່ຕໍ່ສູ້ ໄດ້ ຮັບບາດເຈັບສູງ. 


ຜ້າພັນຄໍ ໄດ້ຈັດເຂົ້າ ເປັນອາວຸດປະເພດ ອ່ອນ, ເພາະສະນັ້ນ ການນຳໃຊ້ ຜ້າພັນຄໍ ທີ່່ອ່ອນນຸ້ມ ໄດ້ກາຍເປັນ ອາວຸດ ທີ່ມີປະ ສິດທິຜົນສູງ ຊຶ່ງຮຽກຮ້ອງ
ຜູ້ນຳໃຊ້ຕ້ອງມີ ລະດັບຄວາມຮູ້ ພື້ນ ຖານ ກ່ຽວກັບ ວິຊາມວຍ ແລະ ຝຶກແອບມວຍ ຢ່າງຊຳນິຊຳ ນານ.
    

ຜ້າພັນຄໍ ໄດ້ນຳໃຊ້ຕິດຕົວ ເໝືອນດັ່ງເຄື່ອງແຕ່ງກາຍ, ແຕ່ເມື່ອ ຕ້ອງການ ຈະກາຍເປັນອາວຸທີ່ດີ ເພື່ອການປ້ອງກັນຕົວ. 


ໃຊ້ຜ້າພັນຄໍ ຮັດຄໍຄູ່ຕໍ່ສູ້.


ໃຊ້ຜ້າພັນຄໍ ລັອກມືຄູ່ຕໍ່ສູ້.


ໃຊ້ຜ້າພັນຄໍ ອອກ ເພື່ອການບຸກໂຈມຕີ ໃສ່ໜ້າ ແລະ ຕາຄູ່ຕໍ່ສູ້ ເປັນການໂຈມຕີໂດຍບັງເອີນ ແລະ ມີປະສິດທິຜົນສູງ.


ໃຊ້ຜ້າພັນຄໍ ລັອກຕີນຄູ່ຕໍ່ສູ້ ແລະ ທົກຢ່າງແຮງ ເຮັດໃຫ້ຄູ່ຕໍ່ສູ້ ລົ້ມລົງ. 


ໃຊ້ຜ້າພັນຄໍ ລັອກມືຄູ່ຕໍ່ສູ້. 

ຕາມ ອາຈານມວຍຍິງ ຮ່າທິອ໋ຽນແອວງ, ລູກສິດມວຍຊັ້ນກາງ (ສາຍແອວຂຽວ, ໝາຍວ່າຝຶກແອບ ມວຍແຕ່ໜຶ່ງປີຂຶ້ນໄປ) ຂຶ້ນ ໄປ ຕ່າງກໍສາມາດ ຝຶກແອບ ທ່າມວຍ “ດ໊າວຫວູທຽນເກິນ”. ແຕ່ວ່າ ເພື່ອຝຶກແອບ ແລະ ສະແດງ ທ່າມວຍພິເສດນີ້ໄດ້ດີ, ນັກຮຽນ ຕ້ອງບັນລຸ ໄດ້ລະດັບ ຄູຝຶກມວຍ (ຮວ່າງດາຍ-ສາຍ ແອວສີເຫຼືອງ ມີຂີດ ສີແດງ, ໝາຍວ່າ ໄດ້ຝຶກແອບມວຍ ແຕ່ ສາມປີຂຶ້ນໄປ). ອາຈານມວຍຍິງ ຮ່າທິອ໋ຽນແອວງ ໃຫ້ຮູ້ ຕື່ມອີກ ວ່າ ໃນງານມະໂຫລານມວຍ ພື້ນເມືອງສາກົນ ຄັ້ງຕ່າງໆ ທີ່ ໄດ້ຈັດຂຶ້ນ ຢູ່ຕ່າງປະເທດ, ບັນດານັກຮຽນມວຍ ຊຶ່ງເປັນຕົວ ແທນຂອງຄະນະ ຫວຽດນາມ ໄດ້ນຳສະເໜີ ທ່າມວຍຜ້າພັນຄໍ ຕາກາໂລ ນີ້ ເທິງເວທີສະແດງ. ແທນທີ່ ນຳໃຊ້ຜ້າພັນຄໍ ຂອງ ຊາວພາກໃຕ້, ທ່ານນາງ ໄດ້ໃຫ້ນັກຮຽນ ສະແດງກັບຜ້າພັນຄໍ ແບບທຳມະດາ.                                         

ອະທິບາຍກ່ຽວກັບສິ່ງດັ່ງກ່າວ, ອາຈານມວຍຍິງ ອ໋ຽນແອວງ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຢາກໃຫ້ເພື່ອນມິດທົ່ວໂລກຮູ້ວ່າ ບໍ່ພຽງ ແຕ່ ຜ້າພັນຄໍ ຂອງ ຫວຽດນາມ ຈຶ່ງສາມາດ ນຳໃຊ້ເປັນອາວຸດ ໄດ້ເທົ່ານັ້ນ, ແຕ່ທຸກປະເພດຜ້າພັນຄໍ ຂອງ ປະເທດຕ່າງໆ ຢູ່ ໃນໂລກ ຖ້າຫາກ ໄດ້ຝຶກແອບ ຢ່າງມີແບບແຜນ ຈະສາມາດ ກາຍເປັນອາວຸດ ປ້ອງກັນຕົວໄດ້”.
ບົດ ແລະ ພາບ: ເຊີນເງ້ຍ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top