Pro. G Academy: ສະຖານທີ່ຝຶກອົບຮົບນັກເຕັ້ນ ຫວຽດນາມ

Pro. G Academy: ສະຖານທີ່ຝຶກອົບຮົບນັກເຕັ້ນ ຫວຽດນາມ

ສູນກິລາ ສິລະປະ Pro. G Academy ໄດ້ກາຍເປັນບ່ອນຝຶກຝົນຫຼໍ່ຫຼອມ ເຍົາວະຊົນ ໃນຫຼາຍປະເພດ ກິລາເຕັ້ນ, ຮິບຮັອບ ເພື່ອຕອບສະໜອງຄວາມມັກ ຂອງເຂົາເຈົ້າ ແລະ ຄວ້າຫຼຽນ ລາງວັນ ມາໄດ້ຫຼາຍລາຍການ ໃນການແຂ່ງຂັນ ລະດັບຊາດ ແລະ ສາກົນ.

ສ້າງຕັ້ງຂຶ້ນໃນເດືອນ ກັນຍາ 2013, ໃນເບື້ອງຕົ້ນເປັນພຽງສູນຂະ ໜາດນ້ອຍ ສໍາລັບການຝຶກເຕັ້ນ ຮິບຮັອບ, ກິລາເຕັ້ນ ສໍາລັບເດັກ ນ້ອຍອາຍຸລະຫວ່າງ 5-15 ປີເທົ່ານັ້ນ. ຄວາມສຳເລັດມາພ້ອມດ້ວຍຊື່ສຽງ ເມື່ອບັນດານັກເຕັ້ນ ທີ່ມີພອນສະຫວັນ ຈາກສູນ Pro Dance ຄ່ອຍໆ ຢືນຢັນຕົນເອງ ໃນລາຍການໂທລະພາບ ທີ່ມີຊື່ ເຊັ່ນ: ດັງກວານ, ບ໋າວຫງອກ, ຢາລິງ, ຢາບ໋າວ (Vietnam's Got Talent), ອຽນຍີ (ການເຕັ້ນ ຂອງ ເດັກ), ຢາຍື (ພອນສະຫວັນ ນ້ອຍໆ), ໝີ໋ເຈີມ, ຮ່າໝີຫຼື ຊື່ຂອງ ນັກເຕັ້ນໜຸ່ມ ໃນເວທີສາກົນຄື: ແອ໋ງດຶກ, ຢາຍື, ຢາລິງ, ຢາບ໋າວ, ທືກີ່, ຕວ໋ນລິງ, ດ້າຍເຫງຍ... ເຖິງປີ 2016, ສູນ Pro Dance ​ໄດ້​ປ່ຽນ​ຊື່​ເປັນສູນກິລາສິລະປະ Pro. G Academy, ​ກາຍເປັນ​ໜຶ່ງ​ໃນ​ບັນດາ​ສູນ​ຝຶກ​ອົບ​ຮົມ​ພອນ​ສະ​ຫວັນ​ຊັ້ນ​ນຳ​ ຂອງ ​ຫວຽດນາມ.


ປັດຈຸບັນ, ສູນກິລາ ສິລະປະ Pro. G Academy ໄດ້ແບ່ງອອກເປັນ 2 ພາກສ່ວນ. ພາກສ່ວນໜຶ່ງ ສຳລັບໃຫ້ປະຊາຊົນ ໃນເຂດທີ່ຢູ່ອາໄສ, ສ່ວນຫຼາຍແມ່ນຜູ້ໃຫຍ່ ມາ​ຝຶກເພື່ອ ສຸຂະພາບ. ສ່ວນ​ໃຫຍ່ສູນ Pro. G Academy ​ໄດ້​ສຸມ​ໃສ່​ຝຶກນັກ​ເຕັ້ນ ​ໄວ​ໜຸ່ມ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຢູ່​ສູນ​ຝຶກ​ນັກ​ເຕັ້ນ ​ໄວ​ໜຸ່ມ​ໃຫ້ແກ່ ​ຫວຽດ​ນາມ ແຫ່ງນີ້, Pro. G Academy ຈະ​ແບ່ງ​ອອກ​ເປັນ 4 ຂັ້ນ​ຕອນ ​ຂອງ​ການ​ຝຶກ​ ນັບແຕ່​ຂັ້ນ​ພື້ນ​ຖານ ໄປ​ຈົນ​ເຖິງກາຍ​ເປັນ​ນັກ​ເຕັ້ນ ​ທີ່​ສາ​ມາດ​ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ໃນຫ້ອງຮຽນພື້ນຖານ, ນັກຮຽນ ຈະຮຽນປະມານ 3 ເດືອນ. ຫຼັງຈາກ 3 ເດືອນ, ນັກຮຽນ ຈະໄດ້ສອບເສັງ, ຖ້າພວກເຂົາຜ່ານ, ເຂົາເຈົ້າຈະຖືກໂອນເຂົ້າຊັ້ນສູງ. ເມື່ອນັກຮຽນ ໄປຫ້ອງຮຽນ ຂັ້ນສູງ, ເຂົາເຈົ້າຈະໄດ້ຮຽນຮູ້ເພີ່ມເຕີມ ກ່ຽວກັບເຕັກນິກການເຕັ້ນ ທີ່ດີ ເພື່ອເຕັ້ນ ໄດ້ງາມຂຶ້ນ.


ເພື່ອກາຍເປັນນັກເຕັ້ນ ມືອາຊີບ, ນັກຮຽນຕ້ອງ ໃຊ້ເວລາຮຽນ 4-5 ປີ ເພື່ອຮຽນຮູ້ ໂດຍສະເລ່ຍ 2-3 ຄັ້ງຕໍ່ອາທິດ.


ນາງ ກວິ່ງຈາງ - ຜູ້​ຮ່ວມ​ກໍ່​ຕັ້ງ​ Pro. G Academy ​ໃຫ້​ຮູ້​ວ່າ: ປັດຈຸ​ບັນ ສິລະ​ປະ​ການເຕັ້ນ ​ໄດ້​ຖືກຮັບ​ຮອງ​ວ່າ​ ແມ່ນ​ກິລາ​ ຢ່າງ​ເປັນ​ທາງ​ການ ​ແລະ ​ໄດ້​ນຳ​ເຂົ້າ​ໃນ​ລະບົບ​ການ​ແຂ່ງຂັນ​ລະດັບ​ຊາດ. ສະນັ້ນ ສູນ Pro G Academy ຍັງເປັນບ່ອນຝຶກ ນັກເຕັ້ນໄວໜຸ່ມ ຈົນອາຍຸພໍທີ່ຈະເຂົ້າ ແຂ່ງຂັນ ເຊິ່ງຈະໄດ້ຮັບການ ຄັດເລືອກຈາກບັນດາພະແນກ ແລະ ອົງການຕ່າງໆ ເພື່ອຄັດເລືອກ ຜູ້ທ່ີ ມີຄວາມສາມາດເຂົ້າຮ່ວມການແຂ່ງຂັນ.


ນາງ ກວິ່ງຈາງ ໃຫ້ຮູ້ວ່າ: ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ຈະ​ນຳ​ບັນ​ດາ​ນັກເຕັ້ນ​ ຫວຽດ​ນາມ ​ຂຶ້ນ​ສູ່​ລະ​ດັບ​ສາ​ກົນ, ພ້ອມ​ທັງ​ເຊີນ​ນັກ​ເຕັ້ນ​ອາ​ຊີບ​ຕ່າງ​ປະ​ເທດ​ມາ​ ຫວຽດ​ນາມ​ ສອນໃຫ້​ນັກ​ເຕັ້ນ ​ຫວຽດນາມ ເພື່ອໃຫ້ເຂົາ ເຈົ້າ​ໄດ້​ຮັບ​ຮອງ​ໃນ​ສະ​ໜາມ​ແຂ່ງ​ຂັນ​ສາ​ກົນ. ນີ້​ກໍ່​ແມ່ນ​ວິທີ​ເພື່ອ​ໃຫ້​ຫຼາຍ​ຄົນ​ມີ​ທັດສະນະ​ໃນ​ແງ່​ດີ​ກ່ຽວ​ກັບ​ການ​ເຕັ້ນ​”.

ປັດຈຸ​ບັນ, Pro. G Academy ​ໄດ້​ຝຶກ​ ນັກ​ເຕັ້ນ​ ​ເພື່ອ​ຄວ້າ​ລາງວັນ ​ແລະ ຫຼຽນ​ຄຳ​ ໃນງານ​ແຂ່ງຂັນ​ພາຍ​ໃນ​ປະ​ເທດ​ເຊັ່ນ: ງານມະຫາກໍາກິລາ​​ ຫວຽດນາມ, ການແຂ່ງຂັນ ກິລາ​ເຕັ້ນ​ ເປີດກວ້າງທົ່ວປະເທດ, Sea Game ແລະ ອື່ນໆ.


ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ - ແປໂດຍ: ຢືຟຽນ

Top