
ມວຍຜ້າພັນຄໍ ເປັນທ່າມວຍ ທີ່ເປັນເອກະລັກ ໃນລະບົບ ມວຍ ພື້ນເມືອງ ຫວຽດນາມ ໂດຍຄົນຫວຽດນາມ ເປັນຜູ້ປະດິດສ້າງ.

ໃນລະບົບມວຍພື້ນເມືອງ ຫວຽດນາມ, ມີຫຼາຍນິກາຍມວຍ ກໍ ມີທ່າມວຍ ທ່ີປະດິດສ້າງ ຈາກຜ້າພັນຄໍເຊັ່ນ: ນິກາຍມວຍ ແທງລອງ ມີທ່າມວຍ “ຍຸງຖວດ”-ທ່າມວຍຈາກຜ້າແພ.

ນິກາຍ ຫວໍເລິມ ເຕິນແຄ໋ງ-ບ່າຈ່າ ມີທ່າມວຍ “ດ໊າວຫວູ໊ທຽນເກິນ” (ມີຄວາມໝາຍວ່າ ຜ້າພັນຄໍ ຟາດຟ້າ ເຮັດໃຫ້ ຝົນຕົກ).

ໃຊ້ກຳລັງແຮງ ຊັດຜ້າພັນຄໍ ເພື່ອການບຸກໂຈມຕີ.

ຜ້າພັນຄໍ ເມື່ອໃຊ້ເປັນອາວຸດ ມັກໄດ້ຜູ້ນຳໃຊ້ມ້ວນເຂົ້າ ເພື່ອ ສ້າງຄວາມໜາ, ໜັກ ເພື່ອນຳໃຊ້ງ່າຍ ແລະ ເຮັດໃຫ້ຄູ່ຕໍ່ສູ້ ໄດ້ ຮັບບາດເຈັບສູງ.

ຜ້າພັນຄໍ ໄດ້ຈັດເຂົ້າ ເປັນອາວຸດປະເພດ ອ່ອນ, ເພາະສະນັ້ນ ການນຳໃຊ້ ຜ້າພັນຄໍ ທີ່່ອ່ອນນຸ້ມ ໄດ້ກາຍເປັນ ອາວຸດ ທີ່ມີປະ ສິດທິຜົນສູງ ຊຶ່ງຮຽກຮ້ອງ
ຜູ້ນຳໃຊ້ຕ້ອງມີ ລະດັບຄວາມຮູ້ ພື້ນ ຖານ ກ່ຽວກັບ ວິຊາມວຍ ແລະ ຝຶກແອບມວຍ ຢ່າງຊຳນິຊຳ ນານ. |