ພິທີເປີດງານມະຫາກຳກິລາ Sea Games 31: ສ້າງຂີດໝາຍ ແລະ ທີ່ຕັ້ງບົດບາດ ໃຫ້ປະເທດເຈົ້າພາບ ຫວຽດນາມ

ພິທີເປີດງານມະຫາກຳກິລາ Sea Games 31: ສ້າງຂີດໝາຍ ແລະ ທີ່ຕັ້ງບົດບາດ ໃຫ້ປະເທດເຈົ້າພາບ ຫວຽດນາມ

ຕອນຄ່ຳວັນທີ 12 ພຶດສະພາ ຢູ່ສະໜາມກິລາແຫ່ງຊາດ ໝີ໊ດິ່ງ ຮ່າໂນ້ຍ, ພິທີ​ເປີດງານ​ມະຫາ​ກຳ​ກິລາ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ 31 (SEA Games 31). ພິທີ​ໄຂ​ ໄດ້ນຳມາ ສູ່ທ່ານຜູ້ຊົມ ​ບັນດາ​ລາຍການ ​ສະ​ແດງ​ສິລະ​ປະ​ ທີ່ເປັນ​ເອກະລັກ​ສະ​ເພາະ, ບັນດາຮູບ​ພາບ​ທີ່​ສວຍ​ງາມ​ ກ່ຽວກັບ​ວັດທະນະທຳ, ຮີດຄອງ​ປະ​ເພນີ ​ແລະ ຜູ້ຄົນ​ຫວຽດນາມ, ພ້ອມ​ກັນ​ນັ້ນໄດ້​ສະ​ແດງ​ໃຫ້​ເຫັນ ​ການ​ປະກອບສ່ວນ ຢ່າງ​ຕັ້ງໜ້າ​ຂອງ​ ຫວຽດນາມ ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ ກິລາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ພິທີເປີດ ​ Sea Games 31 ​ໄດ້ດຳ​ເນີນ​ໄປ​ ດ້ວຍ​ບັນດາລາຍ​ການ​ສະແດງ ສິລະ​ປະ ມີລັກສະນະ ທີ່​ເປັນ​ສັນຍາ​ລັກ, ກະທົບຊ່ຶ່ງກັນ ແລະ ກັນ, ມະຫາຊົນ ແລະ ​ເອກະລັກ​ສະ​ເພາະ. ບັນດາລາຍການ ສະແດງ ດັ່ງກ່າວ ໄດ້ນຳໃຊ້ ບັນດາຮູບການສິລະປະພື້ນເມືອງ, ສີສັນ ວັດທະນະທຳ ຂອງຊາດ ຫວຽດນາມ ແລະ ພ້ອມກັນນັ້ນ ກໍ່ມີການເຊື່ອມຈອດບັນດາຈຸດຄ້າຍຄືກັນໃນ “ເອກະລັກ ວັດທະ ນະທຳ ອາຊີຕາເວັນອອກສ່ຽງໃຕ້” ເພື່ອກໍ່ສ້າງ ລະບົບສັນຍາລັກ ຂອງປະຊາຄົມ ວັດທະນະທຳພາກພື້ນ. ບັນດາລາຍການສະແດງ ສິລະປະ ໃນພິທີເປີດງານ ແມ່ນໝາກຜົນແຫ່ງການເຝິກແອບ ແລະ ປະດິດສ້າງ ໃນໄລຍະ 45 ວັນຜ່ານມາ ໂດຍນັກສິລະປິນ ທີ່ມີຊື່ສຽງ ກວ່າ 1000 ຄົນ, ບັນດາຫົວໜ່ວຍສິລະປະສູນກາງ ແລະ ນະຄອນ ຮ່າໂນ້ຍ, ບັນດານັກກິລາ, ນັກຮຽນກິລາ, ກຳລັງ ປະກອບອາວຸດ ປະຈຳຢູ່ ຮ່າໂນ້ຍ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ກ່າວເປີດງານ​ ມະຫາ​ກຳ​ກິລາ​ Sea Games 31. ພາບ: ຖົ໋ງເຍິດ/VNP
ລາຍການ​ສະ​ແດງ​ຟ້ອນກຸບ “ເສັ້ນທາງ ໄປເຖິງ ຫວຽດນາມ”. ພາບ: ຫວຽດເກື່ອງ/VNP
ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ ທີ່​ເປັນ​ເອກະລັກ​ສະ​ເພາະ ​ເຕັມໄປດ້ວຍສີສັນ​ວັດທະນະທຳ ​ແຫ່ງ​ຊາດ​ ຫວຽດນາມ.                                       ພາບ: ຫວຽດເກື່ອງ, ແຄ໋ງລອງ/VNP
ບັນດາລາຍການສິລະປະ ທີ່ມີລັກສະນະມູນເຊື້ອ ແລະ ສີສັນ ວັດທະນະທຳ ຂອງ ຊາດ ຫວຽດນາມ. ພາບ: ຮວ່າງຮ່າ/VNP
Sea Games 31ຢູ່​ ຫວຽດນາມ ແມ່ນ​ຂົວ​ຕໍ່ມິດຕະພາບ​ ຊ່ວຍ​ຮັດ​ແໜ້ນ​ຄວາມ​ສາມັກຄີ ​ລະຫວ່າງບັນດາ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.                  ພາບ: ກົງດາດ/VNP

ລາຍການ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນເຈົ້າການ, ເຊື່ອມ​ໂຍງ ​ແລະ ​ຖ່າຍທອດແຮງບັນດານໃຈ, ແຜ່ຂະຫຍາຍເຖິງ ບັນດາປະເທດ ໃນພາກພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ສະພາບ​ທີ່​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ຜັນແປປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ. ບໍ່​ພຽງ​ແຕ່ຖືສຳຄັນ ການ​ໂຄສະນາເຜີຍແຜ່ ​ວັດທະນະທຳ​ ຂອງ​ຊາດ​ ຫວຽດນາມ​ເທົ່າ​ນັ້ນ, ຈຸດປະສົງ​ໃຫຍ່​ກວ່າ​ອີກ ​ແມ່ນ​ ແນ​ໃສ່​ເຊີດ​ຊູ​ສີສັນ​ວັດທະນະທຳ ​ຂອງ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເພື່ອ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ​ເຄົາລົບ​ນັບຖື​ ຈິດ​ໃຈ​ອຸທິດ​ຕົນ ​ແລະ ຊື່​ສັດ, ລະດົມ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ຄົນມະນຸດ​ໂດຍຜ່ານ​ການ​ແຂ່ງຂັນ​ກິລາ.

ບັນດາຄະ​ນະ​ນັກກິລາ ແຫ່ຂະ​ບວນທີ່ສະ​ໜາມ​ກິ​ລາ​ແຫ່ງ​ຊາດ ໝີ໊ດິ່ງ ໃນ​ໂອ​ກາດ​ເປີດ Sea Games 31. ພາບ: ຮວ່າງຮ່າ/VNP
ບັນດາຄະ​ນະ​ນັກກິລາ ແຫ່ຂະ​ບວນທີ່ສະ​ໜາມ​ກິ​ລາ​ແຫ່ງ​ຊາດ ໝີ໊ດິ່ງ ໃນ​ໂອ​ກາດ​ເປີດ Sea Games 31. ພາບ: ຮວ່າງຮ່າ/VNP

ແປວໄຟ​ອັນ​ສັກສິດ​ ຂອງ​ ງານມະຫາກຳ​ກິລາ​ ຖືກຈູດຂຶ້ນຢູ່​ສະ ໜາມ​ກິລາ ໝີ໊ດິ່ງ ຢືນຢັນ​ວ່າ ຫວຽດນາມ ມີເງື່ອນໄຂ​ພຽງພໍ ໃນ ການຈັດ​ບັນດາ​ເຫດການ​ສຳຄັນ​ລະດັບພາກ​ພື້ນ ​ແລະ ທະວີບ. ພາບ: ແທງຢາງ/VNP

ງານ​ມະຫາ​ກຳ​ກິລາ​ Sea Games 31 ຢູ່​ ຫວຽດນາມ ແມ່ນ​ຂົວ​ຕໍ່ມິດ ຕະພາບ​ ຊ່ວຍ​ຮັດ​ແໜ້ນ​ຄວາມ​ສາມັກຄີ ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ສະພາບ​ວິ​ກິດ​ການ​ໂລກ​ ຍ້ອນການລະ ບາດ​ໂຄ​ວິດ-19. ນີ້​ກໍ່​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ປະ​ເທດ ​ໃນ​ພາກ​ພື້ນ​ສົມທົບ​ກັນ​ແບ່ງປັນ, ຊຸກຍູ້ ​ແລະ ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ຫຼາຍ​ຂົງ​ເຂດ. ຍິ່ງໄປກວ່ານັ້ນ, ຍັງເປັນແຮງຈູງໃຈ ທີ່ສໍາ ຄັນ ສໍາລັບທຸກປະເທດທີ່ເຂົ້າຮ່ວມ ງານມະຫາກຳກິລາ ຊີເກມໃນ ຄັ້ງນີ້.

  • ປະຕິບັດ: ກຸ່ມນັກຂ່າວ VNP - ແປໂດຍ: ບິກລຽນ  

Top