ການແຂ່ງລົດອອບໂຣດ ສຸດດຸເດືອດ ຫວຽດນາມ

ການແຂ່ງລົດອອບໂຣດ ສຸດດຸເດືອດ ຫວຽດນາມ

 ການ​ແຂ່ງ​ຂັນ​ລົດອອບໂຣດ ​ຫວຽດນາມ ປີ 2023 ຈະ​ມີ ການແຂ່ງຂັນທັງໝົດ 4 ລຸ້ນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອໃກ້ຊິດ​ຕິດແທດ ກັບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຕະຫຼາດ. ລຸ້ນລົດ ກະບະ ຫວຽດນາມ, ແມ່ນລຸ້ນການແຂ່ງຂັນ ສຳລັບລົດກະບະ ຕົ້ນສະບັບ ທີ່ເປີດຕົວໃນປີ 2016, ຈະບໍ່ໄດ້ເກີດຂຶ້ນອີກຕໍ່ໄປ. ແທນທີ່ນັ້ນ, ຄະນະຈັດຕັ້ງປະກາດ ລຸ້ນການແຂ່ງຂັນໃໝ່ ທັງໝົດ ຄື: ລົດກະບະຍົກສູງ. ຍັງຄົງຢູ່ໃນແບບລົດກະບະ ແມ່ນຕົວແບບ ການຄ້າ ທີ່ສົມບູນແບບ, ແຕ່ປີນີ້ ຜູ້ຂັບຂີ່ ຈະຕ້ອງ ປະເຊີນກັບ ສິ່ງທ້າທາຍ ທີ່ຕ້ອງການຄວາມແຂງແກ່ນ ແລະ ຄວາມ ຄ່ອງແຄ້ວຍິ່ງຂຶ້ນ, ນອກຈາກຄວາມໄວ ທີ່ເຄີຍມີ. ດັ່ງນັ້ນ, 4 ລຸ້ນການແຂ່ງຂັນໃໝ່່ ຈະແມ່ນ: ພື້ນຖານ, ລົດກະບະຍົກສູງ, SUV ຍົກສູງ ແລະ ເປີດກວ້າງ.



ໃນຂະນະດຽວກັນ, PVOIL VOC 2023 ກໍມີ 15 ເສັ້ນທາງ ແຂ່ງຂັນ ເຊິ່ງເປັນຕົວເລກສະຖິຕິ ຂອງບັນດາລະດູການ ແຂ່ງ ຂັນ VOC ຈົນເຖິງປັດຈຸບັນ. ໃນນັ້ນ, ມີ 3 ເສັ້ນທາງໃໝ່ ທັງໝົດ ແລະ 7 ເສັ້ນທາງທີ່ຖືກອອກແບບໃໝ່.


ນັກຂັບຂີ່ ຍິງຈຳນວນໜຶ່ງກໍເຂົ້າຮ່ວມການແຂ່ງຂັນ. ພາບ: ແຄ໋ງລອງ 

PVOIL VOC 2023 ຍັງເປັນລະດູການ ທີ່ຕ້ອນຮັບ ການກັບມາ ຂອງບັນດານັກຂັບຂີ່ ລະດັບສາກົນ ສັນຊາດ ສ ເກົາຫຼີ, ໂປ ໂລຍ ແລະ ໄທ ໄດ້ເຮັດໃຫ້ເພີ່ມຄວາມຕື່ນເຕັ້ນ, ພ້ອມດຽວກັນ ພິສູດຄວາມດຶງດູດ ຂອງ ການແຂ່ງຂັນ ບໍ່ພຽງແຕ່ ນັກກິລາ ເທົ່ານັ້ນ, ແຕ່ຍັງສຳລັບຜູ້ຊົມພາຍໃນ ແລະ ພາກພື້ນອີກດ້ວຍ.

ບັນດາ​ທີມ​ເຂົ້າ​ຮ່ວມ​ ໄດ້​ມີ​ການ​ແຂ່ງຂັນ ​ທີ່​ຕື່ນເຕັ້ນ ກັບ​ກວ່າ 600 ຮອບການແຂ່ງຂັນ ​ເພື່ອ​ຍາດ​ໄດ້​ໄຊຊະນະ ​ພ້ອມກັບ​ລາງວັນ​ ມູນ​ຄ່າ ກວ່າ 500 ລ້ານ​ດົ່ງ.

ນັກ​ກິລາ​ຄົນ​ໜຶ່ງ​ໄດ້​ຜ່ານ​ເສັ້ນ​ໄຊ​ຢ່າງ​ສຳ​ເລັດ​ຜົນ. ພາບ: ແຄ໋ງລອງ

ຜູ້ຊົມທີ່ເຂົ້າຊົມການແຂ່ງຂັນ ມີໂອກາດ ໄດ້ສໍາຜັດໂດຍກົງ ກັບບັນດາຕົວແບບລົດຮຸ່ນໃໝ່ ທີ່ຫາກໍເປີດຕົວ ໃນຕະຫຼາດ ພາຍໃຕ້ການແນະນຳຂອງຜູ້ຂັບຂີ່ທີ່ມີປະສົບການ. ປີນີ້, ມັນເປັນປະສົບການຕົວຈິງທີ່ແຕກຕ່າງ ຈາກຍີ່ຫໍ້ Subaru ແລະ Isuzu, ບົນເສັ້ນທາງ off-road ທີ່ຈໍາລອງສ່ວນໜຶ່ງ ຂອງ ບັນດາການແຂ່ງຂັນ ຂອງ ງານແຂ່ງຂັນ, ເຊິ່ງເປັນສິ່ງທ້າທາຍ ທີ່ບໍ່ງ່າຍຈະພົບເຫັນ ໃນເວລາບັນຊາ ຍານພາຫະນະ ໃນຊີວິດ ປະຈໍາວັນ.

ບົດ: ກົງດາດ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


Top