ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການ ແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

ການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນຢູ່ “ສະໜາມກິລາຂຽວ” ບຶງ ທິ ນ້າຍ, ຫ່າງຈາກນະຄອນ ກຸຍເຍີນ ໄປທາງທິດຕາເວັນອອກ 8 ກມ, ເປັນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ຂອງແຂວງ ບິ່ງດິ້ງ. ດ້ວຍ ຊາຍຝັ່ງທະເລຍາວ, ນ້ຳທະເລທີ່ໃສສະອາດ, ລະບົບນິເວດທີ່ອຸດົມ ສົມບູນ, ບຶງ ທິນ້າຍ ໄດ້ດຶງດູດ ນັກທ່ອງທ່ຽວ ນັບຫຼາຍພັນເທື່ອຄົນ ໃນແຕ່ລະປີ ແລະ ແມ່ນສະຖານທີ່ ທີ່ເໝາະສົມ ເພື່ອຊົມບັນຍາ ກາດທະເລສົດຊື່ນ ແລະ ຜ່ອນຄາຍອາລົມ.

ທ່ານ Raimondo di San German, CEO ຂອງ H2O Racing (ໜ່ວຍປະຕິິບັດ) ໃຫ້ຮູ້ວ່າ: “ການຈັດຕັ້ງ ການແຂ່ງຂັນຢູ່ ບຶງ ທິ ນ້າຍ, ແຂວງ ກຸຍເຍີນ ແມ່ນບາດກ້າວສຳຄັນ, ນຳມາເຊິ່ງປະສົບ ການໃໝ່ ໃຫ້ນັກແຂ່ງ ແລະ ຜູ້ຊົມ”.

ເພື່ອຮັບປະກັນດ້ານເຕັກນິກ, ທີມງານ​ ຈະຕ້ອງກວດກາ​ເຈັດສກີ ຢ່າງ​ລະມັດລະວັງ​ ກ່ອນ​ຈະ​ເອົາ​ລົງ​ໄປ​ທົດ​ລອງ​ໃນເສັ້ນທາງແຂ່ງຂັນ. ພາບ: ແຄ໋ງລອງ

ເປັນຄັ້ງທຳອິດ ທີ່ເຂົ້າຮ່ວມສັບປະດາ “Amazing Binh Dinh Fest 2024”, ການແຂ່ງຂັນ ເຈັດສກີ ຊີງແຊມໂລກ UIM-ABP Aquabike World Championship ມີນັກແຂ່ງມືອາຊີບ 62 ຄົນ ຈາກ 26 ປະເທດ ແລະ UIM F1H2O World Championship ມີ 18 ຄົນຈາກ 9 ປະເທດ ເຂົ້າຮ່ວມການແຂ່ງຂັນ, ເປັນຂີດໝາຍ ສຳຄັນໃນປະຫວັດສາດ ການຈັດຕັ້ງງານກິລາ ໃນລະດັບສາກົນ ຢູ່ແຂວງ ບິ່ງດິ້ງ.

ການ ເຂົ້າໂຄ້ງ ທີ່ສວຍງາມ ເຮັດ​ໃຫ້​ຜູ້​ຊົມ​ຕື່ນ​ເຕັ້ນ ​ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ. ພາບ: ຄະນະຈັດຕັ້ງ

ນີ້ແມ່ນໂອກາດທີ່ດີເລີດ ສໍາລັບຜູ້ນິຍົມມັກປະເພດກິລາທາງນ້ໍາ ໃນທົ່ວໂລກ ໄດ້ເຫັນກັບຕາ ການແຂ່ງຂັນ ທີ່ຕື່ນເຕັ້ນ. ນອກຈາກ ນັ້ນ, ການແຂ່ງຂັນຍັງເປີດໂອກາດ ເພື່ອໂຄສະນາພາບພົດຂອງ ແຂວງ ບິ່ງດິ້ງ ແລະ ເຮັດໃຫ້ສະຖານທີ່ແຫ່ງນີ້ ກາຍເປັນຈຸດໝາຍ ປາຍທາງໃໝ່ ຂອງປະເພດກິລາຜະຈົນໄພ, ດຶງດູດຄວາມສົນໃຈ ຂອງ ສື່ມວນຊົນ, ແຟນກິລາ ແລະ ນັກທ່ອງທ່ຽວ ຈາກທົ່ວໂລກ.

ການແຂ່ງຂັນ Ski Ladies GP1 ຮອບຄັດເລືອກ ສຳລັບນັກແຂ່ງ ຍິງ. ພາບ: ແຄ໋ງລອງ

ທ່ານ ຟ້າມແອັງຕ໋ວນ (ປະທານ ຄະນະກຳມະການ ປະຊາຊົນ ແຂວງ ບິ່ງດິ້ງ ກ່າວເນັ້ນວ່າ: ຜ່ານການເຄື່ອນໄຫວນີ້, ແຂວງ ບິ່ງ ດິ້ງ ປາດຖະໜາຢາກຍົກສູງ ປະສິດທິຜົນ ການໂຄສະນາ, ສື່ສານ ກ່ຽວກັບພາບພົດ ຂອງປະຊາຊົນ ແລະ ພູມສັນຖານຂອງແຂວງ ບິ່ງດິ້ງ ສູ່ນັກທ່ອງທ່ຽວສາກົນ. ດ້ວຍຄວາມຮັບຜິດຊອບທຸກຢ່າງ ຂອງຕົນ, ແຂວງ ບິ່ງດິ້ງ ໄດ້ສ້າງເງື່ອນໄຂດີທີ່ສຸດ ໃຫ້ແກ່ຄະນະ ຈັດຕັ້ງ ການແຂ່ງຂັນ ແລະ ຫວັງວ່າ ນີ້ຈະກາຍເປັນການແຂ່ງຂັນ ປະຈຳປີ ຢູ່ດິນແດນ ບິ່ງດິ້ງ ແລະ ນັບມື້ນັບດຶງດູດນັກກິລາ ຫຼາຍ ຄົນທີ່ມາເຂົ້າຮ່ວມ.

ເປັນການແຂ່ງຂັນກິລາ ມີລັກສະນະບັນເທີງ ທີ່ເຕັມໄປດ້ວຍສີສັນ ແລະ ດຶງດູດໃຈ, ໂດຍມີການເຂົ້າຮ່ວມ ຂອງບັນດາທີມແຂ່ງຊັ້ນ ນໍາຂອງໂລກ, ພ້ອມກັບການຄວບຄຸມ ແລະ ສະໜັບສະໜູນເປັນ ມືອາຊີບ ຈາກຄະນະຈັດຕັ້ງ, ເຮັດໃຫ້ການແຂ່ງຂັນ UIM F1H2O World Championship ກາຍເປັນໜຶ່ງໃນການ ແຂ່ງຂັນ ກິລາທາງ ນ້ຳ ທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ ແລະ ລໍຄອຍໃນທຸກ​ປີ.

ພິທີມອບລາງວັນໃຫ້ນັກກິລາ ຊາຍ/ຍິງ ທີ່ມີຜົນງານດີສຸດ. ພາບ: ຄະນະຈັດຕັ້ງ

 

ການແຂ່ງຂັນເຈັດສກີ ຊີງແຊມໂລກ UIM F1H2O World Championship Grand Prix ຂອງ ແຂວງ ບິ່ງດິ້ງ 2024 ມີ 9 ທີມແຂ່ງກັບ 18 ນັກແຂ່ງ ໃນນັ້ນມີທີມ ບິ່ງດິ້ງ-ຫວຽດນາມ (ຫວຽດນາມ); ທີມ CTIC China (ສປ ຈີນ); ທີມ Stromoy Racing (ນອກແວ); ທີມ F1 Atlantic (ປອກຕຸຍການ); ທີມ Maverick Racing (ຝຣັ່ງ); ທີມ Abu Dhabi (ສະຫະລັດ ອາ ຣັບເອມີເຣດ); ທີມ Sharjah (ສະຫະລັດ ອາຣັບ ເອມີເຣດ); ທີມ Victory (ສະຫະລັດ ອາຣັບ ເອມີເຣດ); ທີມ The Red Devil-SMC F1 (ແຟງລັງ).

 

ການແຂ່ງຂັນຊີງແຊມ ເຈັດສກີ ມືອາຊີບສາກົນ UIM F1H2O World Championship ແມ່ນເຫດການແຂ່ງຂັນກິລາ ທີ່ໃຫຍ່ ທີ່ສຸດ ແລະ ມີຊື່ສຽງທີ່ສຸດໃນໂລກ, ຈັດໂດຍສະຫະພັນແຂ່ງເຮືອ ຈັກ ສາກົນ (UIM). UIM F1H2O World Championship ມີປະຫວັດສາດ ອັນຍາວນານ ເກືອບ 40 ປີ ແຫ່ງການເຄື່ອນ ໄຫວ, 300 ຄັ້ງຈັດການແຂ່ງຂັນ, ໃນກວ່າ 30 ປະເທດ.

ບົດ: VNP - ພາບ: ແຄ໋ງລອງ, ເອກະສານຄະນະຈັດຕັ້ງ - ແປໂດຍ: ບິກລຽນ

  •  

 


Top