ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ອາຈານມວຍ ຖ໋າຍມິງກວາງ ຂອງ ນິກາຍມວຍ ແບັກລອງ ພວມແນະນຳເຕັກນິກການສະແດງທ່າມວຍ ທຽດລິງຈຸ່ຍ ໃຫ້ແກ່ບັນດາລູກສິດ. ພາບ: ແທງຮ່ວາ/VNP

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

ໃນກາງສະຕະວັດທີ XVII, ໄລຍະລາຊະວົງ ຈິ້ງ - ຫງວຽນ ກໍາລັງແຍ້ງຊີງອໍານາດ, ໄຕເຊີນ ຂຶ້ນກັບເມືອງ ກຸຍເຍີນ, ລວມທັງ ທິດຕາເວັນຕົກ ແລະ ຕາເວັນອອກຂອງກິ່ວ ອານເຄ໋ (ເສັ້ນທາງຍາວ ແລະ ອັນຕະລາຍ ຢູ່ຕິດກັນ ລະຫວ່າງແຂວງ ຢາລາຍ ແລະ ບິ່ງດິ້ງ). ທາງທິດຕາ​ເວັນອອກ​ ມີ​ພູ ມີປະເທດທ່ີຮາບລຽບ, ​ເອີ້ນ​ວ່າ ໄຕ​ເຊີນ​ ຮ້າ​ດ້າວ, ປັດຈຸ​ບັນ​ຂຶ້ນກັບ​ເມືອງ ​ໄຕ​ເຊີນ (​ແຂວງ ​ບິ່ງ​ດິ້ງ). ດິນແດນ ທິດຕາເວັນຕົກ ມີທີ່ຕັ້ງທຸລະກັນດານ, ມີສາຍພູເຂົາ ທ່ີກັນດານ ເອີ້ນວ່າ: ໄຕເຊີນ ເຖື້ອງດ້າວ, ປັດຈຸບັນຂຶ້ນກັບເທສະບານ ອານເຄ໋ ແລະ ເມືອງ ກົງ ເຈີຣໍ, ດັກເປີ ແລະ ເຄີບາງ (ແຂວງ ຢາລາຍ).

ແບັກລອງ ແມ່ນໜຶ່ງໃນບັນດາວິຊາມວຍ ພື້ນເມືອງ ທີ່ ສືບທອດມູນເຊື້ອອັນດີງາມຂອງມວຍ ໄຕເຊີນ ຢູ່ເຂດ ໄຕ ເຊີນ ເຖື້ອງດ້າວ. ພາບ: ແທງຮ່ວາ/VNP

ໃນນັ້ນ, ອ້າຍ​ນ້ອງລາຊະວົງ ​ໄຕ​ເຊີນ 3 ຄົນ​ຄື: ຫງວຽນ​ຍາກ, ຫງວຽນ​ເຫວ້ ​ແລະ ຫງວຽນ​ຫຼື໊ ໄດ້​ເລືອກ​ເອົາ​ດິນ ແດນ ​ໄຕ​ເຊີນ ເຖື້ອງ​ດ້າວ ​ເປັນ​ບ່ອນ ເພື່ອ​ຮັບ​ເອົາ​ທະຫານ​ມາ​ຝຶກ​ຊ້ອມ, ກໍ່ສ້າງ​ກອງທັບ ​ແລະ ຈັດ​ຕັ້ງ​ການ​ລຸກ​ຮື​ຂຶ້ນ ຍຶດອຳນາດ ແລ້ວໄດ້​ຮັບ​ໄຊຊະນະ​ ທີ່​ມີ​ຊື່​ສຽງ​ ຫງອກ​ໂຮ່ຍ - ໂດ໋ງ​ດາ ​ໃນລະດູບານໃໝ່ ກີ໋ເຢົ້າ ​(ປີລະກາ 1789) ​ໄດ້​ເອົາ​ຊະນະ​ຜູ້​ຮຸກ​ຮານກອງທັບ ຊົ້ງ 200.000 ກວ່າ​ຄົນ.

ປັດຈຸ​ບັນ, ທີ່ເຂດຮ່ອງຮອຍ​ແຫ່ງ​ຊາດ ​ໄຕ​ເຊີນ ເຖື້ອງ​ດ້າວ ຢູ່ເທສະບານ ອານ​ເຄ໋, ​ແຂວງ​ ຢາ​ລາຍ, ຍັງ​ຄົງ​ມີ​ຮ່ອງຮອຍກ່ຽວກັບລາຊະວົງ ​ໄຕ​ເຊີນ ​ຫຼາຍ​ແຫ່ງ​ເຊັ່ນ: ອານ​ເຄ໋ ​ດິ່ງ (ສາລາ), ອານເຄ໋ ເຈື່ອງ (ໂຮງຮຽນ)​, ອານເຄ໋ ຫຼຸຍ (ຄູ), ງໍ່ ເຈີ້ (ຕະຫຼາດ)...

ບັນດາລຸ້ນ ອາຈານມວຍ ແລະ ​ນັກຮຽນ​ຂອງ​ນິກາຍມວຍ ແບັກລອງ ​ໄດ້​ຖະຫວາຍ​ທູບ​ທຽນ​ເພື່ອ​ລະນຶກ​ເຖິງ​ວິລະ​ຊົນ 3 ທ່ານຄື ຫງວຽນ​ຍາກ, ຫງວຽນ​ເຫວ້ ​ແລະ ຫງວຽນ​ຫຼື ຢູ່​ວິຫານ “​ວິລະຊົນ ​ໄຕ​ເຊີນ 3 ທ່ານຢູ່​ເຂດຮ່ອງຮອຍ ໄຕເຊີນ ເຖື້ອງ ດ້າວ. ພາບ: ແທງຮ່ວາ/VNP 

ເມື່ອເວົ້າເຖິງ ​ໄຕ​ເຊີນ​ ເຖື້ອງດ້າວ ​ຈະຕ້ອງ​ເວົ້າເຖິງ ດິນ​ແດນມວຍ ​ທີ່​ມີ​ຊື່​ສຽງ​ ຂອງ​ແຂວງ​ ຢາ​ລາຍ, ​ເພາະວ່າ​ນີ້​ແມ່ນ​ບ່ອນ​ສືບ​ເຊື້ອ​ສາຍ ບັນດາວິຊາມວຍພື້ນເມືອງ ​ທີ່​ມີ​ມາ​ແຕ່​ສະ​ໄໝ​ ໄຕ​ເຊີນ, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນຍຸກ ​ລາຊະວົງ ​ໄຕ​ເຊີນ ເລືອກເອົາດິນແດນແຫ່ງນີ້ ເພື່ອເກນທະຫານມາຝຶກຊ້ອມມວຍ. ພາຍຫຼັງປີ 1975, ຂະບວນການຝຶກຊ້ອມ ມວຍພື້ນເມືອງ ຢູ່ ອານເຄ໋ ໄດ້ພັດທະນາຢ່າງແຂງແຮງ ຜ່ານການສ້າງຕັ້ງ ນິກາຍມວຍຫຼາຍແຫ່ງ ໂດຍບັນດາ ອາຈານມວຍ ໃນພາກພື້ນ ແລະ ບັນດາ ອາ ຈານມວຍ ທີ່ມີຊື່ສຽງ ຂອງແຂວງ ບິ່ງດິ້ງ ເຂົ້າມາປະກອບອາຊີບ. ຕົວຢ່າງ​: ນິກາຍມວຍ ​ຂອງ​ອາຈານມວຍ ເຈົາກິມ​ລອງ, ອາຈານມວຍ ດວ່ານຫງອກຊາງ, ອາຈານມວຍ ຖ໋າຍຮວາຮຶງ ແລະ ອື່ນໆ.

ບັນດາອາຈານມວຍ ​ຂອງ​ນິກາຍມວຍ ແບັກລອງ ​ຢູ່​ເຂດຮ່ອງຮອຍ ໄຕເຊີນ ເຖື້ອງດ້າວ. ພາບ: ແທງຮ່ວາ/VNP 

ເຖິງ​ວ່າ​ ດິນ​ແດນ ​ອານ​ເຄ໋ ​ມີ​ຫຼາຍ​ນິກາຍ​ມວຍ​ພື້ນ​ເມືອງ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ບັນດານິກາຍ​ມວຍ ເຫຼົ່າ​ນີ້​ໂດຍ​ພື້ນຖານ​ລ້ວນ​ແຕ່​ມີ​ຕົ້ນ​ກຳ​ເນີດ ຫຼື ມີ​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງ​ຈາກ​ມວຍ ​ໄຕ​ເຊີນ - ບິ່ງ​ດິ້ງ, ​ແມ່ນ​ສາຍ​ວິຊາມວຍ ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ ​ໄດ້ຮັບການ ສ້າງຕັ້ງຂຶ້ນມາແຕ່​ສະ​ໄໝ​ ໄຕເຊີນ. ເພາະສະນັ້ນ, ນອກຈາກ ບັນດາທ່າມວຍ ແລະ ຈຸດພິເສດໂດຍສະເພາະ ແລ້ວ, ບັນດານິກາຍມວຍຍັງມີບົດຮຽນ ທົ່ວໄປທີ່ມາຈາກມວຍ ໄຕເຊີນ - ບິ່ງດິ້ງ. ທ່າຕໍ່ສູ້ແມ່ນ​ອີງ​ຕາມ​ຫຼັກການ​ພື້ນຖານ​ຂອງ​ມວຍ ໄຕ​ເຊີນ - ບິ່ງ​ດິ້ງ, ນັ້ນແມ່ນ “ຕຸກເບີດລີເດ້ຍ” (ໝາຍ​ຄວາມວ່າ ​ຕີນ​ບໍ່​ອອກ​ຈາກ​ພື້ນດິນ), ສະ​ນັ້ນ ທ່າມວຍ​ແມ່ນ​ແຂງ​ແຮງ, ວ່ອງ​ໄວ, ທ່າໂຈມຕີ ແລະ ທ່າຮັບແມ່ນດີຮອບດ້ານ, ທ່າຕໍ່ສູ້ ທ່ີມີການປ່ຽນແປງ ໂດຍບໍ່ສາມາດຄາດເດົາໄດ້.

ອາຈານ ຖ໋າຍວັນເຍີນ - ຫົວໜ້າສະມາຄົມ ມວຍພື້ນເມືອງ ອານເຄ໋-ໄຕເຊີນ ເຖື້ອງດ້າວ. ພາບ: ແທງຮ່ວາ/VNP 

ໃນຊຸມປີ 90 ຂອງ ສະຕະວັດ ທີ່ຜ່ານມາ, ຂະບວນການ ຮຽນມວຍພື້ນເມືອງຂອງ ອາເຄ໋ ມີການພັດທະນາ ຢ່າງແຂງແຮງທີ່ສຸດ ກັບຫຼາຍລຸ້ນ ອາຈານມວຍ ທີ່ດີເດັ່ນ, ມີອິດທິພົນ ແລະ ສ້າງຜົນສະທ້ອນ ອັນແນ່ນອນຕໍ່ວົງການມວຍ ໃນທົ່ວປະເທດ. ຕົວ​ຢ່າງ​: ອາຈານມວຍ ​ດວ່ານຖໍ້ເຊີນ (1953-2007), ອະດີດ​ຮອງ​ປະທານສະມາຄົມ​ມວຍ ​ພື້ນ​ເມືອງ​ ແຂວງ ຢາລາຍ. ປີ 1998, ເພິ່ນຍາດ​ໄດ້​ຫຼຽນ​ຄຳ ​ໃນ​ການ​​ແຂ່ງຂັນ​ມວຍ​ພື້ນ​ເມືອງ​ ທ່ົວປະເທດ. ປີ 2001, ເພິ່ນ ພ້ອມກັບບັນດາ​ນັກ​ມວຍ ​ຖ໋າຍວັນເຍີນ ​ແລະ​  ຖ໋າຍມິງກວາງ ຍາດ​ໄດ້​ຫຼຽນ​ເງິນ​ ທົ່ວປະເທດ,  ໄດ້​ຄະນະ​ກຳມະການ ​ກິລາ ​ສົ່ງ​ໄປ​ເຂົ້າ​ຮ່ວມ​ງານ ມະໂຫລານ ​ກິລາມິດຕະພາບ​ ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ ​ເຊິ່ງໄດ້ຈັດຂຶ້ນຢູ່ປະເພດ​ ໄທ. ໃນ​ປີ​ນັ້ນ, ເພິ່ນໄດ້​​ສະຫະພັນ​ ມວຍ​ພື້ນ​ເມືອງ​ ຫວຽດນາມ ​ສົ່ງໄປ​ເຂົ້າຮ່ວມ​ງານ​ບຸນ​ວັດ ທະນະທຳ ​ແລະ ກິລາ​ໂລກ ​ທີ່​ໄດ້ຈັດ​ຂຶ້ນ​ຢູ່​ ສ ​ເຢຍລະ​ມັນ.

ໂດກລືເທືອງ​ແມ່ນ​ໜຶ່ງ​ໃນ 10 ບົດມວຍທີ່ມີຊື່ສຽງ​ຂອງ​ມວຍພື້ນເມືອງ ຫວຽດນາມ. ພາບ: ແທງຮ່ວາ/VNP 

ອາຈານມວຍ ຖ໋າຍມິງກວາງ ຂອງ ນິກາຍມວຍ ແບັກລອງ ໄດ້ສ້າງຊື່ສຽງຜ່ານທ່າມວຍ ທຽດລິງຈຸ່ຍ”. ພາບ: ແທງຮ່ວາ/VNP
ບັນດາ​ນັກ​ຮຽນຂອງ​ນິກາຍມວຍ ບັກ​ລອງ ຝຶກ​ຊ້ອມ​ມວຍ ​ຢູ່ໂຮງມວຍ ອານ​ເຄ໋​, ​ແມ່ນ​ມໍລະດົກ​ທີ່​ມີ​ຊື່​ສຽງ​ຕິດ​ພັນ​ກັບ​ອາຊີບ​ການທະຫານ​ຂອງ​ຊາວ ​ໄຕ​ເຊີນ. ພາບ: ແທງຮ່ວາ/VNP

ດ້ວຍ​ມູນເຊື້ອ​ຂອງ​ຕົນ, ​ດິນແດນມວຍ ໄຕ​ເຊີນ ເຖື້ອງດ້າວ ໃນເມື່ອກ່ອນ ​ແລະ ອານ​ເຄ໋ ​ໃນ​ປັດຈຸ​ບັນ ​ໄດ້​ບຳລຸງສ້າງມາອາຈານມວຍ, ​ນັກມວຍ​ທີ່​ມີ​ຊື່​ສຽງ​ໃນ​ວົງ​ການ​ມວຍ ​ທົ່ວ​ປະ​ເທດ ຫຼາຍຄົນ ດ້ວຍ​ບັນດາ​ຜົນງານ​ໃນການແຂ່ງຂັນ ທີ່​ໜ້າ​ປະ​ທັບ​ໃຈ ​ແລະ ຍາດ​ໄດ້​ຫຼຽນ​ ລະດັບ​ຊາດ​ເຊັ່ນ: ອາຈານມວຍ ຖ໋າຍວັນເຍີນ, ອາຈານມວຍ ກາວດັງຄວາ, ອາຈານມວຍ ເລືອງວັນຮຸ່ງ, ອາຈານມວຍ ຮ່າເຍິດລິງ, ອາ ຈານມວຍ ຫງວຽນ ທິຝຸກ, ອາຈານມວຍ ເຈົາວັນເທື່ອ ແລະ ອື່ນໆ.

  • ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ

Top