ນິກາຍມວຍ ເຊີນດົງລາກຮົ່ງ

ນິກາຍມວຍ ເຊີນດົງລາກຮົ່ງ

ຖ້າ​ໃຫ້​​ອະ​ທິ​ບາຍ​, ນິກາຍມວຍ ເຊີນດົງລາກຮົ່ງ ແມ່ນ ​ສິ​ລະ​ປະ​ການ​ຕໍ່ສູ້ ທີ່ມີຢູ່ໃນສາຍເລືອດ ລາກຮົ່ງ (ລູກມັງກອນ ຫຼານເທວະດາ ຫຼື ເອີ້ນວ່າ ແມ່ ເອົາເກີ ແລະ ລາກລອງກວັນ). ພິ​ເສດ, ​ນິກາຍມວຍ ເຊີນດົງລາກ ຮົ່ງ ຖືສຳຄັນ “ນໍ້າໃຈ-ຄຸນສົມບັດ-ຈັນຍາທຳ” ກຳລັງມີ​ຊື່​ສຽງ​ໃນ​ວົງການມວຍ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ.

ອາຈານມວຍ ບຸ່ຍແມ້ງເຕື໊ອງ, ຫົວໜ້າ​ຜູ້ຕາງໜ້າ​ນິກາຍມວຍ ເຊີນດົງລາກຮົ່ງ ຢູ່ ຫວຽດນາມ. ພາບ: ແຄ໋ງລອງ

ຫວ່າງ​ມໍ່ໆ ​ມາ​ນີ້, ຕາມ​ການ​ນັດ​ໝາຍ, ຂ້າພະ​ເຈົ້າ​ໄດ້​ໄປ​ພົບ​ກັບ ອາ ຈານມວຍ ບຸ່ຍ​ແມ້ງເ​ຕື່ອງ, ຫົວໜ້າ​ຜູ້​ຕາງ​ໜ້າ​ນິກາຍມວຍ ເຊີນດົງລາກຮົ່ງ, ສະມາຊິກສະມາຄົມ ​ພັດທະນາ ​ສິລະ​ປະການຕໍ່ສູ້​ປ້ອງກັນຕົວໂລກ​ຢູ່ “ອີຫວໍດ້າວກວ໋ານ” (​ບ່ອນ​ຝຶກ​ຊ້ອມ, ຮຽນສິລະປະ ການຕໍ່ສູ້) ຕັ້ງ​ຢູ່ ຮ່ອມ 68 ຫງອກ​ຖຸ້ຍ, ເມືອງ ລອງບຽນ, ຮ່າໂນ້ຍ. ກ້າວອອກຈາກ ຫວໍກວ໋ານ ມາຢືນຕໍ່ໜ້າຂອງຂ້າພະເຈົ້າແມ່ນ ອາຈານມວຍ ຊຶ່ງຍັງໜຸ່ມພໍຄວນ ກັບສີໜ້າທ່ີອ່ອນໂຍນ ແລະ ງ່າຍຕໍ່ ການເຂົ້າໃກ້. ອາຈານມວຍທຳການທັກທາຍກັບ ຂ້າພະເຈົ້າ ດ້ວຍຮອຍຍິ້ມທີ່ເປັນມິດ ແລະ ການຈັບມືຢ່າງໜັກແໜ້ນທີ່ເຕັມໄປດ້ວຍ ກຳລັງພາຍໃນ ຂອງ ນັກຝຶກຊ້ອມສິລະປະການຕໍ່ສູ້.

ອາຈານມວຍ ບຸ່ຍແມ້ງເຕື໊ອງ ມີພໍ່ເປັນອາຈານສອນມວຍ, ຕົວເອງເພິ່ນ ເຄີຍຝຶກແອບສິລະປະການຕໍ່ສູ້ ຕັ້ງແຕ່ອາຍຸ 5 ປີ. ມາ​ຮອດ​ປັດ​ຈຸ​ບັນ, ເພິ່ນ​ໄດ້ຢຶດໝັ້ນກັບ​ສິ​ລະ​ປະການຕໍ່ສູ້ ​ມາ​ເປັນ​ເວ​ລາ 30 ກວ່າ​ປີ​ແລ້ວ ແລະ​ ກໍາລັງ​ສ້າງຄ້າຍມວຍ ເຊີນດົງລາກຮົ່ງ ໃຫ້ນັບມື້ນັບມີຄວາມ ເຕີບໃຫຍ່ເຂັ້ມແຂງ.  ສິລະ​ປະການຕໍ່ສູ້ ເຊີນດົງລາກຮົ່ງ ມີ​ຕົ້ນ​ກຳ​ເນີດ ​ມາ​ຈາກ​ນິກາຍມວຍ ຖ໋ຽວເລີມເຊີນດົງ ຂອງ ​ຫວຽດ​ນາມ. ຄ້າຍມວຍ ເຊີນດົງລາກຮົ່ງ ໄດ້​ແຍກ​ອອກ​ຈາກ​ຄ້າຍມວຍ​ນີ້ ​ໃນ​ວັນ​ທີ 1 ຕຸລາ 2010, ໄດ້ຮັບການຮັບຮອງຈາກ ສະມາຄົມ ມວຍ ຮ່າໂນ້ຍ ໃນວັນທີ ວັນ​ທີ 17 ຕຸລາ 2010 ແລະ ສະເໜີຕົວຕໍ່ວົງການມວຍ ຫວຽດນາມ ໃນວັນທີ 10 ກຸມພາ 2011. ຫໍບູຊາ ບັນພະບຸລຸດ ອາຊີບມວຍ ​ຢູ່​ຖະໜົນ 499 ຫງວຽນ​ຄວ໋າຍ, ຮ່າ​ໂນ້ຍ ໂດຍອາຈານມວຍ ຟ້າມຊວນຕຸ່ງ ເປັນຜູ້ສ້າງຕັ້ງຂຶ້ນ. ອາຈານມວຍ ບຸ່ຍແມ້ງເຕື໊ອງ ແມ່ນ ລູກສິດຂອງບັນພະບຸລຸດ ອາ ຊີບ ຟ້າມຊວນຕຸ່ງ (ຜູ້ທໍາອິດສ້າງຕັ້ງ ນິກາຍມວຍ ເຊີນດົງລາກຮົ່ງ) ຢູ່ ຫວຽດນາມ.



ລະບົບ​ການ​ຝຶກ​ ຂອງ​ນິກາຍມວຍ ເຊີນດົງລາກຮົ່ງ ໄດ້​ຖືກຈັດ​ລຽງ​ຢ່າງມີວິທະຍາສາດ ຕາມ​ຂະ​ບວນການ​ຝຶກ​ ​ແຕ່​ຕ່ຳ​ ໄປຫາ​ສູງ, ເໝາະ​ສົມ​ກັບ​ທຸກ​ເພດ​ທຸກ​ໄວ. ນິກາຍມວຍ​ ມີ​ລະບົບ​ພື້ນຖານ​ຄົບ​ຊຸດ​ເຊັ່ນ: ຂະບວນທ່າຕໍ່ສູ້ດ້ວຍຕີນ, ມື, ຮ່າງກາຍ, ຕໍ່ສູ້ດ້ວຍອາວຸດ, ຂະບວນທ່າ ຝຶກກຳລັງພາຍໃນ, ກຳລັງພາຍນອກ ເພື່ອປ້ອງກັນຕົວ, ການຝຶກ ກຳລັງພາຍໃນ ເພື່ອບຳລຸງສຸຂະພາບ ແລະ ລຳດັບ ແຕ່ລະຂັ້ນ. 

ອາຈານມວຍ ບຸ່ຍແມ້ງເຕື໊ອງ ໃຫ້ຮູ້ວ່າ: “ລະບົບສິລະປະການຕໍ່ສູ້ຂອງ ນິກາຍມວຍ ເຊີນດົງລາກຮົ່ງ ໄດ້ຮັບການກໍ່ສ້າງບົນພື້ນຖານ ຂອງ ທິດສະດີບວກ ແລະ ລົບ ໃນວັດຖຸທັງຫ້າ ທີ່ເປັນຕົ້ນກຳເນີດ ຂອງ ໂລກ, ຖືສຳຄັນຫຼັກການ ເຄ່ັງ-ຍານ, ປະຕິບັດຕາມປັດຊະຍາ ຂອງສິລະປະ ການຕໍ່ສູ້ພື້ນເມືອງ ຂອງ ຕາເວັນອອກ ມີພື້ນຖານ ມາຈາກ ສິລະປະການຕໍ່ສູ້ ຫ້າ ຮູບແບບ ໄດ້ແກ່: ມັງກອນ, ງູ, ເສືອ, ເສືອດາວ ແລະ ນົກຮຸງ. ໃນນັ້ນ, ທ່າເສືອ ຝຶກສະເພາະກ່ຽວກັບ ກະດູກ ສ້າງກຳລັງແຮງຂອງຮ່າງກາຍ. ທ່າເສືອດາວ ຝຶກ ສະເພາະ ກ່ຽວກັບຄວາມເຂັ້ມແຂງ ຂອງກ້າມເນື້ອ ແລະ ຄວາມໄວ ຂອງ ຮ່າງກາຍ. ທ່າມັງກອນ ຝຶກສະເພາະ ກ່ຽວກັບເສັ້ນເອັນ ເພື່ອຄວາມອົດທົນ ແລະ ຄວາມຍືດຍຸ່ນ ຂອງ ຮ່າງກາຍ. ທ່ານົກຮຸງ ຝຶກ ສະເພາະກ່ຽວກັບຄວາມດຸ່ນດ່ຽງ ແລະ ສຸຂຸມໃຈເຢັນ. 

ນິກາຍມວຍ ເຊີນ​ດົງ​ລາ​ຮົ່ງ ດ້ວຍ​ບັນດາ​​ທ່າການຕໍ່ສູ້ ​ຄື: ສິລະປະ ການຕໍ່ສູ້ປ້ອງ​ກັນ​ຕົວ, ສິລະປະການ​ຕໍ່ສູ້, ສິລະປະ ການສະແດງແຂ່ງຂັນ, ສິລະປະການຕໍ່ສູ້ໃນຮູບເງົາ, ກໍາລັງພາຍໃນ ປິ່ນປົວພະຍາດ ດ້ວຍການຕັ້ງສະມາທິ ແລະ ອື່ນໆ...

ອາຈານມວຍ ບຸ່ຍ​ແມ້ງ​ເຕື໊ອງ ແມ່ນ​ຜູ້​ກຳລັງຖ່າຍທອດ ​ແລະ ຂະຫຍາຍ ຄ້າຍມວຍ. ເພິ່ນບໍ່​ພຽງ​ແຕ່​ເປັນ​ຄູ​ຝຶກ​ເທົ່າ​ນັ້ນ, ແຕ່​ຍັງ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນສະ​ແດງ​ຢູ່​ບັນດາ​ລາຍການ​ແຂ່ງຂັນ​ມວຍ ​ແລະ ງານມາຫະກຳ ກິລາ ໃຫຍ່ ຂອງ ຫວຽດນາມ ແລະ ສາກົນ. ​ເພິ່ນ ໄດ້ປະກອບສ່ວນ ນຳຜົນງານ ຫຼາຍຢ່າງມາໃຫ້ນິກາຍມວຍ. ປີ 2019, ອາຈານມວຍ ບຸ່ນແມ້ງເຕື໊ອງ ໄດ້ຮັບການ ຮັບຮອງ ຈາກສະຖິຕິ Guinness ໂລກ ເມື່ອເພິ່ນເອົາຊະນະຫີນ granite 139 kg ທີ່ດູດຕິດເຂົ້າໄປ ໃນຮ່າງກາຍ ຂອງຕົນເອງ ໂດຍແຮງດຶງດູດຂອງຈີ້ກົງ. ​ໃນ​ປີ​ດຽວ​ກັນ, ອາຈານ​ ກໍ່​ໄດ້​ຈັດ​ຕັ້ງ “​ອີຫວໍດ້າວກວ໋ານ” ຊຶ່ງ​ເປັນ​ບ່ອນ​ຝຶກ​ຊ້ອມ, ຮຽນສິລະປະການຕໍ່ສູ້ ​ແລະ ​ເຜີຍ​ແຜ່ສິ່ງຍອດຍິ່ງ ຂອງນິກາຍມວຍ ​ເຊີນ​ດົງ​ລາກ​ຮົ່ງ ​ຢູ່ ຫວຽດນາມ.


ປັດຈຸ​ບັນ, ​ນິກາຍມວຍ ເຊີນດົງລາກຮົ່ງ ມີ​ຄ້າຍມວຍ ​ແລະ ​ສະ​ໂມ​ສອນ ​ຢູ່​ໃນ​ທົ່ວ​ປະ​ເທດ, ມີ​ລູກສິດ​ ປະມານ 1000 ຄົນ, ​ສ່ວນຫຼາຍຈະຢູ່ບັນດາແຂວງ ຮຶງອຽນ, ຫາຍເຢືອງ, ຫາຍຟ່ອງ, ແທງຮ໋ວາ, ກວາງບິ່ງ, ດ້ຽນບຽນ ແລະ ອ່ື່ນໆ... ອາຈານມວຍ ບຸ່ຍແມ້ງເຕື໊ອງ ໄດ້ແບ່ງປັນຄວາມມຸ່ງມາດປາດຖະໜາ ໃນອະນາຄົດ ອັນໃກ້ນີ້ ຈະສາມາດນຳເອົາສິລະປະ ການຕໍ່ສູ້ເຫຼົ່ານີ້ ເຂົ້າສູ່ລະບົບໂຮງຮຽນ ເພື່ອຊ່ວຍໃຫ້ນັກຮຽນ ໄດ້ອອກກຳລັງກາຍ ເພື່ອສຸຂະພາບ ແລະ ສະຕິປັນຍາ. 

        ບົດ: ບິກເວິນ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


Top