• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່າ​ນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຊົນ​ເຜົ່າ​ຈ​ວາງ (ກວາງ​ຊີ, ຈີນ)

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບ ທ່ານ ເຈີນເກືອງ ກຳມະການຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ເລຂາຄະນະພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ, ຈີນ.
ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານ ເຈີນເກືອງ ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ

ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານສູນກາງພັກ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບ ທ່ານ ເຈີນເກືອງ ກຳມະການສູນກາງພັກຄອມມູນິດ ຈີນ, ເລຂາຄະນະພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ, ຈີນ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ, ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືການພັດທະນາການພົວພັນກັບ ຈີນ ເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ, ການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ສະເໜີ ແຂວງກວາງຊີ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ - ການຄ້າ, ພື້ນຖານໂຄງລ່າງ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ປັນຍາປະດິດ (AI)... ຍູ້ໄວການສ້າງທົດລອງຮູບແບບດ່ານຊາຍແດນອັດສະລິຍະ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການສົ່ງສິນຄ້າຜ່ານຊາຍແດນ, ພິເສດແມ່ນຜະລິດຕະພັນກະເສດຂອງ ຫວຽດນາມ ເຂົ້າຕະຫຼາດ ຈີນ, ຮ່ວມມືກັນຄຸ້ມຄອງຊາຍແດນທາງບົກໃຫ້ເປັນຢ່າງດີ.

         ສ່ວນທ່ານ ເຈີນເກືອງ ເລຂາຄະນະພັກເຂດປົກຄອງດ້ວຍຕົນຊົນເຜົ່າຈວາງ, ກວາງຊີ ຢັ້ງຢືນວ່າ ເຂດປົກຄອງດ້ວຍຕົນເອງ ແຂວງກວາງຊີ ຖືການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ ເປັນສຳຄັນ; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ນຳການພົວພັນຮ່ວມມື ຫວຽດນາມ - ອາກເມນີ ເຂົ້າສູ່ລວງເລິກ, ມີປະສິດທິຜົນ

ນຳການພົວພັນຮ່ວມມື ຫວຽດນາມ - ອາກເມນີ ເຂົ້າສູ່ລວງເລິກ, ມີປະສິດທິຜົນ

ທ່ານນາງ ເລທິທູຮັ່ງ, ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ.

Top