ສຳນັກຂ່າວສານ Al – Jazeera ໄດ້ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີທາງອາກາດໃນຄ່ຳຄືນວັນທີ 10 ສິງຫາ ຂອງ ອິດສະຣາແອັນ ໃສ່ເຂດລີ້ໄພໃກ້ກັບໂຮງໝໍ Al – Shifa, ທາງທິດຕາເວັນຕົກນະຄອນ ກາຊາ, ເຮັດໃຫ້ນັກຂ່າວເສຍຊີວິດ 6 ຄົນ, ໃນນັ້ນ ມີນັກຂ່າວຊື່ດັງ Anas Al – Sharif.
ສະພາບການຢູ່ເຂດ ກາຊາ ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ (ພາບ: THX/TTXVN)
ວັນທີ 11 ສິງຫາ, ສຳນັກຂ່າວສານ Al – Jazeera ໄດ້ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີທາງອາກາດໃນຄ່ຳຄືນວັນທີ 10 ສິງຫາ ຂອງ ອິດສະຣາແອັນ ໃສ່ເຂດລີ້ໄພໃກ້ກັບໂຮງໝໍ Al – Shifa, ທາງທິດຕາເວັນຕົກນະຄອນ ກາຊາ, ເຮັດໃຫ້ນັກຂ່າວເສຍຊີວິດ 6 ຄົນ, ໃນນັ້ນ ມີນັກຂ່າວຊື່ດັງ Anas Al – Sharif. ໂດຍໄດ້ຮັບຖືວ່າ “ເປັນກະບອກສຽງຂອງເຂດ ກາຊາ”, Al – Sharif ເປັນນັກຂ່າວຊາວ ປາແລັດສະຕິນ ຂອງສຳນັກຂ່າວສານ Al – Jazeera, ສະໜອງຂ່າວສານປະຈຳວັນກ່ຽວກັບການປະທະກັນທີ່ແກ່ຍາວໃນໄລຍະກວ່າ 22 ເດືອນຜ່ານມາ. ສຳນັກຂ່າວສານ Al – Jazeera ເອີ້ນການບຸກໂຈມຕີດັ່ງກ່າວວ່າ “ແມ່ນຄວາມມານະພະຍາຍາມທີ່ສິ້ນຫວັງເພື່ອປົກຂ່າວທີ່ເປີດເຜີຍການຢຶດຄອງຂອງ ອິດສະຣາແອັນ”.
ສະຫະສະມາຄົມນັກຂ່າວ ອີຢິບ ກໍກ່າວປະນາມ “ໂທດກຳ” ຂອງ ອິດສະຣາແອັນ ຢ່າງແຮງ, ໂດຍຖືວ່າ ນີ້ແມ່ນສ່ວນໜຶ່ງຂອງ “ບັ້ນດັບສູນສື່ມວນຊົນ” ທີ່ເລັ່ງໃສ່ບັນດານັກຂ່າວຢູ່ເຂດດິນແດນດັ່ງກ່າວ.
ອິດສະຣາແອັນ ຍອມຮັບວ່າ ໄດ້ບຸກໂຈມຕີເລັ່ງໃສ່ນັກຂ່າວ Al – Sharif, ເຊິ່ງເປັນຄົນທີ່ເຂົາເຈົ້າຖືວ່າ ມີສ່ວນກ່ຽວຂ້ອງເຖິງ ຮາມາດສ. ອິດສະຣາແອັນ ກໍເກືອດຫ້າມບັນດານັກຂ່າວສາກົນເຂົ້າເຂດ ກາຊາ, ເວັ້ນເສຍແຕ່ກໍລະນີການເດີນທາງທີ່ໄດ້ຮັບການຄວບຄຸມຢ່າງເຂັ້ມງວດພ້ອມກັບກອງທັບ.
(ແຫຼ່ງຄັດຈາກ VOV)