ການສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ ແມ່ນໂອກາດເພື່ອຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທຸກປະເທດສະມາຊິກ.
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງພາບຖ່າຍ (ພາບ: VOV)
ການໂອ້ລົມສົນທະນາ ແລະ ງານວາງສະແດງ ເນື່ອງໃນໂອກາດສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI) ຄົບຮອບ 25 ປີ ໄດ້ດຳເນີນໃນວັນທີ 11 ສິງຫາ, ຢູ່ສຳນັກງານກອງເລຂາ ອາຊຽນ, ອິນໂດເນເຊຍ, ພາຍໃຕ້ການເປັນປະທານຂອງທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ຫົວໜ້າກຸ່ມຮັບຜິດຊອບວຽກງານຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI).
ງານວາງສະແດງພາບຖ່າຍ “25 ປີແຫ່ງວັນເຊື່ອມໂຍງ” ໄດ້ຫວນຄືນບັນດາຂີດໝາຍສຳຄັນ ນັບແຕ່ເມື່ອ IAI ເລີ່ມເຄື່ອນໄຫວທີ່ກອງປະຊຸມສຸດຍອດ ອາຊຽນ ບໍ່ເປັນທາງການຄັ້ງທີ 4 ເມື່ອປີ 2000, ດ້ວຍ 862 ໂຄງການ, ລວມມູນຄ່າກວ່າ 170 ລ້ານ USD. ທ່ານນາງເອກອັກຄະລັດຖະທູດ ຢັ້ງຢືນວ່າ ການສະເຫຼີມສະຫຼອງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ ຄົບຮອບ 25 ປີ ແມ່ນໂອກາດເພື່ອຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການຮ່ວມມື, ຮັດແຄບຊ່ອງຫວ່າງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຜູກພັນ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ທຸກປະເທດສະມາຊິກ.
ໃນການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລືວິທີເຂົ້າເຖິງຂອງ ອາຊຽນ ສຳລັບ IAI ຫຼັງປີ 2025; ເນັ້ນໜັກເຖິງຄວາມສຳຄັນຂອງການຜູກພັນ IAI ກັບວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.
(ແຫຼ່ງຄັດຈາກ VOV)