• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເຊັນ​ຕໍ່​ກຳ​ນົດ​ເວ​ລາ​ໂຈະການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ ຈີນ ຕື່ມ​ອີກ 90 ວັນ

ຂໍ້ຕົກລົງໂຈະການຈັດວາງອັດຕາພາສີ ໄດ້ໝົດຜົນສັກສິດໃນເວລາ 00 ໂມງ 01 ນາທີ ຂອງວັນທີ 12 ສິງຫາ ຕາມເວລາເຂດຕາເວັນອອກ ອາເມລິກາ (ກົງກັບ 11 ໂມງ 01 ນາທີ ຕາມເວລາ ຮ່າໂນ້ຍ) ນັ້ນ ຈະໄດ້ຕໍ່ເວລາຮອດກາງເດືອນພະຈິກ, ໂດຍຮັກສາອັດຕາພາສີຄືປັດຈຸບັນ ແມ່ນ 30% ສຳລັບສິນຄ້ານຳເຂົ້າຈາກ ຈີນ ແລະ 10% ສຳລັບສິນຄ້າຂອງ ອາເມລິກາ ທີ່ນຳເຂົ້າ ຈີນ, ແທນທີ່ຈະເພີ່ມຂຶ້ນດ້ວຍອັດຕາ 145% ແລະ 125% ຕາມລຳດັບ.
ທ່າກ່ຳປັ່ນຂົນສົ່ງສິນຄ້າຢູ່ແຂວງ ຈຽງຊູ, ຈີນ (ພາບ: THX/TTXVN)

ວັນທີ 11 ສິງຫາ, ທ່ານ  Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນລັດຖະດຳລັດວ່າດ້ວຍການຕໍ່ກໍານົດເວລາໂຈະການຈັດວາງອັດຕາພາສີສຳລັບ ຈີນ ຕື່ມອີກ 90 ວັນ, ສະກັດກັ້ນສະພາບພາສີສິນຄ້າສອງຝ່າຍເພີ່ມຂຶ້ນສູງ ເມື່ອບັນດາບໍລິສັດຂາຍຍ່ອຍ ອາເມລິກາ ພວມກະກຽມສິນຄ້າຮັບໃຊ້ໃຫ້ການຊື້ເຄື່ອງຂອງໃນຍາມທ້າຍປີ. ຂໍ້ຕົກລົງໂຈະການຈັດວາງອັດຕາພາສີ ໄດ້ໝົດຜົນສັກສິດໃນເວລາ 00 ໂມງ 01 ນາທີ ຂອງວັນທີ 12 ສິງຫາ ຕາມເວລາເຂດຕາເວັນອອກ ອາເມລິກາ (ກົງກັບ 11 ໂມງ 01 ນາທີ ຕາມເວລາ ຮ່າໂນ້ຍ) ນັ້ນ ຈະໄດ້ຕໍ່ເວລາຮອດກາງເດືອນພະຈິກ, ໂດຍຮັກສາອັດຕາພາສີຄືປັດຈຸບັນ ແມ່ນ 30% ສຳລັບສິນຄ້ານຳເຂົ້າຈາກ ຈີນ ແລະ 10% ສຳລັບສິນຄ້າຂອງ ອາເມລິກາ ທີ່ນຳເຂົ້າ ຈີນ, ແທນທີ່ຈະເພີ່ມຂຶ້ນດ້ວຍອັດຕາ 145% ແລະ 125% ຕາມລຳດັບ.

ທ່ານປະທານາທິບໍດີ Trump ກ່າວວ່າ ທ່ານຢາກຮັກສາ “ສາຍພົວພັນທີ່ດີ” ກັບ ທ່ານ ສີຈີນຜິງ ປະທານປະເທດ ຈີນ ແລະ “ຈະລໍຖ້າເບິ່ງວ່າ ສິ່ງໃດຈະເກີດຂຶ້ນ”. ບັນດານັກວິເຄາະຖືວ່າ ການກະທຳດັ່ງກ່າວ ບວກກັບປະຕິກິລິຍາຫຼຸດຜ່ອນຄວາມເຄັ່ງຕຶງຈຳນວນໜຶ່ງທີ່ໄດ້ດຳເນີນຫວ່າງມໍ່ໆມານີ້, ອາດຈະເປີດທາງໃຫ້ແກ່ການພົບປະລະຫວ່າງທ່ານ Trump ກັບທ່ານ ສີຈີນຜິງ ໃນລະດູໃບໄມ້ຫຼົ່ນນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ບູ​ຊານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ບູ​ຊານ

ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ເຊິ່ງນະຄອນບັນລຸໄດ້ໃນວິວັດການພັດທະນາ, ກາຍເປັນສູນເສດຖະກິດໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ, ນະຄອນທ່າກຳປັ່ນໃຫຍ່ອັນດັບທີ 5 ໃນໂລກ.

Top