ຮອດປີ 2030, ໃນໂອກາດ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ມະຫາວິທະຍາໄລ Yonsei (ພາບ: TTXVN)
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມາທາງລັດຖະກິດ ສ.ເກົາລີ, ຕອນບ່າຍວັນທີ 11 ສິງຫາ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢ້ຽມຢາມມະຫາວິທະຍາໄລ Yonsei ແລະ ກ່າວຄຳເຫັນນະໂຍບາຍດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ.ເກົາຫຼີເພື່ອສັນຕິພາບ, ວັດທະນາຖາວອນ, ການຮ່ວມມື ແລະພັດທະນາ”.
ນະທີ່ນີ້, ທ່ານເລຂາທິການໃຫຍ່ ຖືວ່າ ບັນດາຄວາມມານະພະຍາຍາມໃນໄລຍະສຳຄັນປັດຈຸບັນມີຄວາມໝາຍຍຸດທະສາດ, ຕັດສິນໃຈເພື່ອຫັນຄວາມຄາດຫວັງໃຫຍ່ຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ ນັ້ນແມ່ນຮອດປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ຫວຽດນາມ ປາດຖະໜາຢາກ ລັດຖະບານ ແລະ ປະຊາຊົນສ.ເກົາຫຼີ ຈະຮ່ວມເດີນທາງສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ. ທ່ານໃຫ້ຮູ້ວ່າ:
ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ແມ່ນພື້ນຖານສຳຄັນແຖວໜ້າເພື່ອສືບຕໍ່ນຳຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງການຮ່ວມມືເສດຖະກິດ - ການຄ້າ, ຖືນີ້ແມ່ນບຸລິມະສິດຂອງການໃຫ້ບຸລິມະສິດ. ນຳການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ແມ່ນເສົາຄ້ຳໃໝ່ໃນການພົວພັນສອງຝ່າຍ.
(ແຫຼ່ງຄັດຈາກ VOV)