• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ (ສະ​ບັບ​ປັບ​ປຸງ)

ໂດຍສືບຕໍ່ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 18 ກຸມພາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ດ້ວຍຈຳນວນສະມາຊິກສະພາແຫ່ງຊາດ 463/485 ເຂົ້າຮ່ວມການລົງຄະແນນສຽງໄດ້ຕົກລົງເຫັນດີ, ກວມເອົາອັດຕາ 96,86%. ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ມີຜົນສັກສິດນັບແຕ່ວັນທີ 01 ມີນາ 2025.
ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ດ້ວຍອັດຕາເຫັນດີສູງ (ພາບ: quochoi.vn)

ກ່ອນໜ້ານັ້ນ, ໃນບັນດາວາລະປະຊຸມຢູ່ຫໍສະພາແຫ່ງຊາດ ແລະ ປຶກສາຫາລືຢູ່ທີ່ໜ່ວຍງານ, ໃນຂອບເຂດກອງປະຊຸມວິສາມັນຄັ້ງທີ 9, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ບັນດາເນື້ອໃນຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ໂດຍລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດ. ທ່ານ ຟ້າມວັນຮວ່າ, ສະມາຊິກສະພາແຫ່ງຊາດ ແຂວງ ດົ່ງທາບ, ຢັ້ງຢືນວ່າ:

        “ການປັບປຸງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານໃຫ້ເໝາະສົມກັບກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ), ເຊິ່ງໄດ້ໝູນໃຊ້ຈັດຕັ້ງປະຕິບັດການປັບປຸງການຈັດຕັ້ງກົງຈັກຈາກສະພາແຫ່ງຊາດ, ລັດຖະບານຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນໃຫ້ກະທັດລັດ. ຕາມຂ້າພະເຈົ້າແລ້ວ, ການປັບປຸງກົດໝາຍໃນຈຸດເວລານີ້ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດເພື່ອຮັບປະກັນໃຫ້ໄລຍະແຕ່ວັນທີ 01 ມີນາ ເປັນຕົ້ນໄປ, ການເຄື່ອນໄຫວຂອງອົງການປະຕິບັດກົດໝາຍສາມາດເຄື່ອນໄຫວຢ່າງສະດວກດີ ເມື່ອພວກເຮົາໄດ້ ແລະ ກຳລັງປັບປຸງກົງຈັກລັດແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃຫ້ກະທັດລັດ.”

(ແຫຼ່ງຄັດຈາກ VOV)

ນຳການພົວພັນຮ່ວມມື ຫວຽດນາມ - ອາກເມນີ ເຂົ້າສູ່ລວງເລິກ, ມີປະສິດທິຜົນ

ນຳການພົວພັນຮ່ວມມື ຫວຽດນາມ - ອາກເມນີ ເຂົ້າສູ່ລວງເລິກ, ມີປະສິດທິຜົນ

ທ່ານນາງ ເລທິທູຮັ່ງ, ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ.

Top