ລັດຖະບານ, ນາຍົກລັດຖະມົນຕີ ມີຄວາມເອົາໃຈໃສ່ເປັນພິເສດ, ມີການກວດກາເປັນປະຈຳ, ກະຕຸກຊຸກຍູ້ເພື່ອຍູ້ໄວຄວາມຄືບໜ້າ, ປະຕິບັດການກໍ່ສ້າງໂຄງການທ່າອາກາດສະຍານສາກົນ ລອງແທັງໂດຍໄວ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານຮອງປະທານກຸ່ມບໍລິສັດ IC ICTAS, ຕວັກກີ (ພາບ: TTXVN)
ຕອນເຊົ້າວັນທີ 17 ກຸມພາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ ຮອງປະທານກຸ່ມບໍລິສັດ ອຸດສາຫະກຳ ແລະ ການຄ້າກໍ່ສ້າງ (ກຸ່ມບໍລິສັດ IC ICTAS), ຫົວໜ້າຄະນະຮັບເໝົາຂອງກຸ່ມວິສາຫະກິດຮ່ວມຊື່ VIETUR ເຊິ່ງເປັນຫົວໜ່ວຍປະຕິບັດການຮັບເໝົາ ກໍ່ສ້າງ ແລະ ຕິດຕັ້ງພາຫະນະອຸປະກອນອາຄານຜູ້ໂດຍສານ” ຂອງໂຄງການພາກສ່ວນທີ 3 ຂຶ້ນກັບໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທັງ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ລັດຖະບານ, ນາຍົກລັດຖະມົນຕີ ມີຄວາມເອົາໃຈໃສ່ເປັນພິເສດ, ມີການກວດກາເປັນປະຈຳ, ກະຕຸກຊຸກຍູ້ເພື່ອຍູ້ໄວຄວາມຄືບໜ້າ, ປະຕິບັດການກໍ່ສ້າງໂຄງການທ່າອາກາດສະຍານສາກົນ ລອງແທັງໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກກຸ່ມບໍລິສັດ IC ICTAS ແລະ ກຸ່ມວິສາຫະກິດຮ່ວມຊື່ VIETUR ສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມມືສະໜອງພາຫະນະອຸປະກອນເພື່ອຫຼຸດກຳນົດເວລາລົງໃນການປະຕິບັດສຳເລັດໂຄງການ, ຮັບປະກັນຄຸນນະພາບ, ຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ ແລະ ປະສິດທິຜົນດ້ານເສດຖະກິດຢູ່ລະດັບສູງທີ່ສຸດ. ສ່ວນທ່ານ Reha Denemec ຢັ້ງຢືນວ່າ ກຸ່ມບໍລິສັດ IC ICTAS ແລະ ກຸ່ມວິສາຫະກິດຮ່ວມຊື່ VIETUR ພວມມານະພະຍາຍາມຫຼຸດເວລາປະຕິບັດສຳເລັດໂຄງການລົງ, ພ້ອມທັງປາດຖະໜາຢາກໄດ້ປະຕິບັດ ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມຢູ່ ຫວຽດນາມ ຕື່ມອີກໃນອະນາຄົດ.
(ແຫຼ່ງຄັດຈາກ VOV)