• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ເວທີປາໄສວິສາຫະກິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດໃຫ້ຄຳປຶກສາແກ່ລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດສີຂຽວ, ຍືນຍົງ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ເຂົ້າຮ່ວມວາລະປະຊຸມ  

ຕອນເຊົ້າວັນທີ 19 ມີນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ເຂົ້າຮ່ວມວາລະປະຊຸມຂັ້ນສູງ ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ 2023 (VBF) ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດ ຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ໃນການຊຸກຍູ້ການເຕີບໂຕສີຂຽວ” ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງເວທີປາໄສວິສາຫະກິດ ຫວຽດນາມ.

ທີ່ເວທີປາໄສ, ຜູ້ຕາງໜ້າ WB, IFC, ບັນດາສະຫະສະມາຄົມວິສາຫະກິດ ເອີລົບ, ອາເມລິກາ, ສ.ເກົາຫຼີ, ອັງກິດ, ຍີ່ປຸ່ນ… ໄດ້ຕີລາຄາສູງເລື່ອງ ຫວຽດນາມ ບັນລຸຜົນງານສຳຄັນຫຼາຍຢ່າງ ໃນການພັດທະນາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນໃນເງື່ອນໄຂຕ້ອງປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ກໍ່ຄືຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ. ບັນດາອົງການຈັດຕັ້ງສາກົນ, ສະຫະສະມາຄົມວິສາຫະກິດເຊື່ອໝັ້ນ ແລະ ໃຫ້ຄຳໝັ້ນສັນຍາ ຈະຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ໃນການຊຸກຍູ້ການເຕີບໂຕສີຂຽວ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຢືນຢັນວ່າ, ລັດຖະບານ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງ ຕໍ່ເລື່ອງສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ວິສາຫະກິດພັດທະນາ. ຕາມນັ້ນແລ້ວ, ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມດຳເນີນທຸລະກິດສະດວກ, ສະເໝີພາບ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ເວທີປາໄສນີ້ ສືບຕໍ່ແມ່ນຊ່ອງເຈລະຈານະໂຍບາຍສຳຄັນ ແລະ ມີປະສິດທິຜົນລະຫວ່າງລັດຖະບານ ແລະ ວິສາຫະກິດ.

ພາຍຫຼັງເວທີປາໄສ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງເວທີປາໄສວິສາຫະກິດ ຫວຽດນາມ.

ເວທີປາໄສວິສາຫະກິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດໃຫ້ຄຳປຶກສາແກ່ລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດສີຂຽວ, ຍືນຍົງ; ຊ່ວຍຍົກສູງໜ້າທີ່ຄວາມຮັບຜິດຊອບຂອງປະຊາຄົມວິສາຫະກິດ ຄຽງຂ້າງການປະຕິບັດການລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງ ຫວຽດນາມ. ຜ່ານເວທີປາໄສ, ປະຊາຄົມວິສາຫະກິດໄດ້ຍົກອອກຫຼາຍຂໍ້ສະເໜີແນະທີ່ມີຄຸນຄ່າ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢູ່ ຫວຽດນາມ ໃຫ້ສົມບູນແບບ ກໍ່ຄືຮ່ວມເດີນທາງພ້ອມກັບວິສາຫະກິດປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top