ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ຮ່າງບົດລາຍງານຂອງບັນດາອະນຸກຳມະການ ແມ່ນເອກະສານສຳຄັນເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການເຂົ້າຮ່ວມການສ້າງ, ເພີ່ມເຕີມ, ເຮັດໃຫ້ສົມບູນແບບ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
ເອກະສານຂອງພັກຕ້ອງແມ່ນ “ທວນໄຟເຍືອງທາງ”, ເປັນປື້ມຄູ່ມືການກະທຳໃນທັງລະບົບການເມືອງຢ່າງແທ້ຈິງ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຍົກອອກມາທີ່ການເຮັດວຽກກັບອະນຸກຳມະການເອກະສານ, ຄະນະປະຈຳບັນດາອະນຸກຳມະການກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ຄະນະຊີ້ນຳການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ເພື່ອກະກຽມບັນດາເອກະສານໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 14 ສົ່ງເພື່ອເອົາຄຳເຫັນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 30 ກໍລະກົດ, ຢູ່ສຳນັກງານສູນກາງພັກທີ່ ຮ່າໂນ້ຍ. ໂດຍມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ຮ່າງບົດລາຍງານຂອງບັນດາອະນຸກຳມະການ ແມ່ນເອກະສານສຳຄັນເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການເຂົ້າຮ່ວມການສ້າງ, ເພີ່ມເຕີມ, ເຮັດໃຫ້ສົມບູນແບບ. ຕາມທ່ານແລ້ວ, ຍັງມີວຽກງານຫຼາຍຢ່າງທີ່ຕ້ອງເຮັດ ເພື່ອໃຫ້ເອກະສານຂອງພັກແມ່ນ “ທວນໄຟເຍືອງທາງ”, ເປັນປື້ມຄູ່ມືການກະທຳໃນທັງລະບົບການເມືອງຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່ ໂຕເລິມ, ສະເໜີວ່າ:
“ໄປພ້ອມກັບການສົ່ງເຖິງກອງປະຊຸມໃຫຍ່ທຸກຂັ້ນເພື່ອປະກອບຄຳເຫັນແລ້ວ, ຂ້າພະເຈົ້າສະເໜີໃຫ້ຄະນະປະຈຳບັນດາອະນຸກຳມະການ, ຄະນະຊີ້ນຳສືບຕໍ່ເປັນເຈົ້າການຄົ້ນຄວ້າ, ກວດກາຄືນ, ອັບເດດ, ເພີ່ມເຕີມ, ສ້າງຮ່າງເອກະສານນີ້ໃຫ້ສົມບູນແບບ. ນີ້ແມ່ນວິວັດການເພື່ອໃຫ້ພວກເຮົາມີຄວາມຮັບຮູ້ແຈ້ງ, ອົງຄະນະພັກ, ປະຊາຊົນປະກອບຄຳເຫັນ ແລະ ພວກເຮົາຮັບຟັງ, ຮັບເອົາ, ຕ້ອງເປັນເຈົ້າການ. ພວກເຮົາຕ້ອງປະຕິບັດວິວັດການນີ້ເປັນປະຈຳ, ຕໍ່ເນື່ອງຈົນຮອດເວລາເອກະສານກອງປະຊຸມໃຫຍ່ໄດ້ຮັບຮອງເອົາ”
(ແຫຼ່ງຄັດຈາກ VOV)