ບັນດາການເຈລະຈາຢູ່ Stockholm ໄດ້ດຳເນີນໄປຢ່າງ “ກົງໄປກົງມາ, ເລິກເຊິ່ງ ແລະ ສ້າງສັນ”.
ກ່ຳປັ່ນຂົນສົ່ງສິນຄ້າຂອງຈີນ ຢູ່ທ່າກ່ຳປັ່ນ Long Beach, Los Angeles, ອາເມລິກາ (ພາບປະກອບ: THX/TTXVN)
ວັນທີ 29 ກໍລະກົດ, ອາເມລິກາ ແລະ ຈີນ ໄດ້ເຫັນດີສືບຕໍ່ເຈລະຈາກ່ຽວກັບການຕໍ່ກຳນົດເວລາຂໍ້ຕົກລົງຢຸດຕິການຈັດວາງອັດຕາພາສີຊົ່ວຄາວ, ພາຍຫຼັງ 2 ວັນໂຮມປະຊຸມຢູ່ Stockholm (ຊູແອັດ) ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ກ່ອນກຳນົດເວລາໃນວັນທີ 12 ສິງຫາ ຈະມາເຖິງ.
ຮອບເຈລະຈາດ້ານເສດຖະກິດ ແລະ ການຄ້າຫຼ້າສຸດ ລະຫວ່າງ ອາເມລິກາ ແລະ ຈີນ, ໂດຍທ່ານຮອງນາຍົກລັດຖະມົນຕີ ຈີນ ຮ່າຫຼີເຟິງ ແລະ ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Bessent ນຳໜ້າ. ເຖິງວ່າທັງສອງຝ່າຍລ້ວນແຕ່ບໍ່ໄດ້ປະກາດບໍ່ວ່າເນື້ອໃນລາຍລະອຽດນັບແຕ່ຮອບເຈລະຈາຂອງການເຈລະຈາໃນ 2 ວັນດັ່ງກ່າວເທື່ອ, ແຕ່ຝ່າຍ ອາເມລິກາ ຢັ້ງຢືນວ່າ ຮອບເຈລະຈາກັບ ຈີນ ໃນຄັ້ງນີ້ແມ່ນ “ມີລັກສະນະສ້າງສັນ”.
ໃນຂະນະນັ້ນ, ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວພາຍຫຼັງການເຈລະຈາ, ທ່ານ ຫຼີຊຽງແສງ ໃຫ້ຮູ້ວ່າ ບັນດາການເຈລະຈາຢູ່ Stockholm ໄດ້ດຳເນີນໄປຢ່າງ “ກົງໄປກົງມາ, ເລິກເຊິ່ງ ແລະ ສ້າງສັນ”.
(ແຫຼ່ງຄັດຈາກ VOV)