“ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມກົນໄກຮັບປະກັນຄຳສັ່ງຢຸດຍິງ ກຳປູເຈຍ - ໄທ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ, Anwar Ibrahim ໃນຕອນບ່າຍວັນທີ 30 ກໍລະກົດ, ຕາມການສະເໜີຈາກຝ່າຍ ມາເລເຊຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ, Anwar Ibrahim
ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ກໍຄືຂອງ ມາເລເຊຍ ໃນຖານະປະທານ ອາຊຽນ ໃນການຊຸກຍູ້ແກ້ໄຂບັນຫາຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ກຳປູເຈຍ - ໄທ; ພິເສດແມ່ນເລື່ອງຈັດການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານຜູ້ຮັກສາການນາຍົກລັດຖະມົນຕີ ໄທ ໃນວັນທີ 28 ກໍລະກົດ ຜ່ານມາ ແລະ ບັນລຸໄດ້ຂໍ້ຕົກລົງຢຸດຍິງ, ແມ່ນບາດກ້າວຕັ້ງໜ້າທຳອິດ ຊ່ວຍຄວບຄຸມການເພີ່ມຄວາມເຄັ່ງຕຶງການປະທະກັນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນ, ກຽມພ້ອມເຂົ້າຮ່ວມບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບປະເທດປະທານ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ຮັກສາຄວາມສາມັກຄີພາຍໃນກຸ່ມ; ກຽມພ້ອມແຕ່ງຕັ້ງຜູ້ຕາງໜ້າເຂົ້າຮ່ວມບັນດາກົນໄກ ໂດຍ ອາຊຽນ ເປັນເຈົ້າພາບ ເພື່ອຮັບປະກັນການປະຕິບັດຂໍ້ຕົກລົງຢຸດຍິງ ລະຫວ່າງ ກຳປູເຈຍ ແລະ ໄທ ຕາມການສະເໜີຂອງທ່ານປະທານ ມາເລເຊຍ ແລະ ເອົາໃຈໃສ່ເຖິງການຊ່ວຍເຫຼືອມະນຸດສະທຳລະຫວ່າງປະຊາຊົນສອງປະເທດ.
(ແຫຼ່ງຄັດຈາກ VOV)