ຫວຽດນາມ ຈະລົງທຶນກໍ່ສ້າງບັນດາ ໂຮງຮຽນສາມັນກິນນອນຊົນເຜົ່າ ລວມຂັ້ນປະຖົມ ແລະມັດທະຍົມ ຕອນຕົ້ນ ຢູ່ 248 ຕາແສງ ຊາຍແດນເຂດດິນຕໍ່ແຜ່ນ. ນີ້ເປັນຄັ້ງທຳອິດ ຫວຽດນາມ ມີຮູບແບບ ໂຮງຮຽນສາມັນກິນນອນຊົນເຜົ່າຂັ້ນປະຖົມ ແລະມັດທະຍົມຕອນຕົ້ນ ຢູ່ ບັນດາຕາແສງເຂດຊາຍແດນ. ລັດຖະນະໂຍບາຍພິເສດນີ້ ມີລັກສະນະຍຸດທະສາດ ແລະ ຮີບດ່ວນ ເພື່ອແນໃສ່ຮັດແຄບຄວາມແຕກໂຕນດ້ານການສຶກສາ, ພັດທະນາແຫລ່ງຊັບພະຍາກອນມະນຸດຢູ່ກັບທີ່, ປະຕິບັດນະໂຍບາຍຊົນເຜົ່າ ແລະ ຮັບປະກັນຊີວິດສັງຄົມ.
ຫ້ອງຮຽນຫນຶ່ງ ຢູ່ ໂຮງຮຽນ ໃນຕາແສງເຂດຊາຍແດນ ແຂວງ ລ້າງເຊິນ: (ພາບ:Duy Thái/VOV)
ປະຈຸບັນ ຫວຽດນາມ ມີ 22 ແຂວງ, ນະຄອນ ມີຊາຍແດນເຂດດິນຕໍ່ແຜ່ນ. ຈຳນວນຕາແສງຊາຍແດນເຂດດິນຕໍ່ແຜ່ນ ແມ່ນ 248 ຕາແສງ. ຢູ່ບັນດາຕາແສງນີ້ ປະຈຸບັນມີ 956 ໂຮງຮຽນສາມັນ ດ້ວຍຂອບຂະຫນາດນັກຮຽນແມ່ນກວ່າ 625.000 ຄົນ. ໃນຈຳນວນນັ້ນ ພວກນ້ອງນັກຮຽນມີ ຄວາມຕ້ອງການໄດ້ຮຽນແບບເຄິ່ງກິນນອນຊົນເຜົ່າ, ກິນນອນຊົນເຜົ່າແມ່ນກວ່າ 330.000 ຄົນ ແຕ່ໃນນັ້ນ ຍັງບໍ່ທັນຮອດ 20% ຈຳນວນນັກຮຽນໄດ້ຮຽນຕາມຮູບການນີ້.
ຫນ້າທີ່ຈຸດສຸມໃນການພັດທະນາເສດຖະກິດ - ສັງຄົມ ແລະ ປະຕິບັດນະໂຍບາຍຊົນເຜົ່າ
ການລົງທຶນກໍ່ສ້າງໂຮງຮຽນໃຫ້ແກ່ບັນດາຕາແສງຊາຍແດນ ຢູ່ເຂດດິນຕໍ່ແຜ່ນ ແມ່ນຫນ້າທີ່ຈຸດສຸມ, ສຳຄັນໃນການພັດທະນາເສດຖະກິດ ສັງຄົມ ແລະ ປະຕິບັດນະໂຍບາຍຊົນເຜົ່າ. ຄາດວ່າ ລັດ ຈະເບີກຈ່າຍສະເລ່ຍປະມານ 6,5 ລ້ານ USD. ບັນດາໂຮງຮຽນຈະໄດ້ຮັບການກໍ່ສ້າງໃນເນື້ອທີ່ 5 ເຮັກຕາ ແລະ ມີຫ້ອງຮຽນ, ເຮືອນຄົວ, ຫ້ອງທົດລອງ, ເດີນລະຫລິ້ນ, ຫັດກາຍ.. ຢ່າງຄົບຖ້ວນ. ອາຈານ ຟ້າມວັນຕວນ ຫົວຫນ້າໂຮງຮຽນສາມັນເຄິ່ງກິນນອນຊົນເຜົ່າ, ມັດທະຍົມຕອນຕົ້ນ ເມື່ອງລ້ານ, ຕາແສງ ເມື່ອງລ້ານ ແຂວງ ເຊີນລາ ແບ່ງປັນວ່າ:
“ຄູອາຈານໃນໂຮງຮຽນ ມີຄວາມປິຕິຊົມຊື່ນເມື່ອຈະໄດ້ດຳເນີນຊີວິດ, ຮ່ຳຮຽນໃນໂຮງຮຽນຫລັງໃຫມ່. ຢູ່ທີ່ນີ້ ພວກນ້ອງຈະໄດ້ຮັບການກໍ່ສ້າງລົງທຶນຢ່າງຄົບຖ້ວນເພື່ອຫລຸດຜ່ອນຄວາມແຕກໂຕນດ້ານການສຶກສາລະຫວ່າງ ເຂດຊາຍແດນ ກັບເຂດທົ່ງພຽງ, ຍິ່ງກວ່ານັ້ນ ຈະຊ່ວຍໃຫ້ພວກນ້ອງມີຄວາມປອດໄພກວ່າເມື່ອໄປໂຮງຮຽນ”
ກ່ອນອື່ນໝົດ, ຫວຽດນາມ ຈະທົດລອງລົງທຶນກໍ່ສ້າງໂຮງຮຽນຫລັງໃຫມ່ ຫລື ບູລະນະ ໂຮງຮຽນ 100 ຫລັງໃຫ້ສຳເລັດໃນປີນີ້. ບັນດາໂຮງຮຽນເຫລົ່ານີ້ ຈະແມ່ນແບບຢ່າງເພື່ອໃຫ້ຫລັງຈາກນັ້ນສືບຕໍ່ຜັນຂະຫຍາຍໃນວົງກວ້າງ, ສຳເລັດເປົ້າໝາຍລົງທຶນກໍ່ສ້າງໂຮງຮຽນ 248 ຫລັງໃນ 2 – 3 ປີຈະມາເຖິງ.
ທີ່ກອງປະຊຸມຈັດຂຶ້ນໃນວັນທີ 27 ກໍລະກົດຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຕ້ອງຜັນຂະຫຍາຍໂດຍໄວເທົ່າທີ່ຈະໄວໄດ້ເພື່ອກໍ່ສ້າງສຳເລັດໂຮງຮຽນ 100 ຫລັງ ຢູ່ບັນດາຕາແສງເຂດຊາຍແດນກ່ອນວັນທີ 30 ສິງຫາ ປີ 2026.
ສ່ວນທາງທ້ອງຖິ່ນ, ມີຫລາຍແຂວງ, ນະຄອນ ໄດ້ໂຮມປະຊຸມເພື່ອປຶກສາຫາລືວິທີການກໍ່ສ້າງ. ຢູ່ ເຊີນລາ ແມ່ນແຂວງທີ່ມີ 13 ຕາແສງຊາຍແດນ ດ້ວຍໂຮງຮຽນ 44 ຫລັງ, ສ່ວນຫລາຍລ້ວນແຕ່ມີຄວາມຕ້ອງການໄດ້ຮັບການລົງທຶນ, ຍົກລະດັບພື້ນຖານດ້ານວັດຖຸ, ຮັບໃຊ້ການຮ່ຳຮຽນ, ດຳເນີນຊີວິດໃຫ້ແກ່ລູກຫລານຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດຊາຍແດນ. ທ່ານ ຫງວຽນດິ່ງຫວຽດ, ປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ຊີ້ນຳວ່າ:
“ນີ້ແມ່ນກາລະໂອກາດເພື່ອປ່ຽນແປງການສຶກສາບຳລຸງສ້າງໂດຍພື້ນຖານໃຫ້ແກ່ບັນດາຕາແສງຊາຍແດນ. ຂ້າພະເຈົ້າສະເຫນີບັນດາຕາແສງ ເລືອກເຟັ້ນສະຖານທີ່ຄາດວ່າຈະກໍ່ສ້າງໂຮງຮຽນ, ຮັບປະກັນເງື່ອນໄຂຂອບຂະຫນາດແຕ່ 3 – 5 ເຮັກຕາ, ສະເຫນີໃຫ້ບັນດາອົງການທີ່ມີວິຊາສະເພາະຂອງແຂວງ ລົງສຳຫລວດໂດຍກົງ, ສົມທົບກັນເລືອກເຟັ້ນ”
ນະຄອນ ດ່າຫນັງ ມີ 6 ຕາແສງຊາຍແດນ ຈຳເປັນຕ້ອງຜັນຂະຫຍາຍການກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າ, ເຄິ່ງກິນນອນຊົນເຜົ່າໂດຍໄວ. ທ່ານ ຫງວຽນວັນກວ໋າງ, ເລຂາພັກ ນະຄອນ ດ່າຫນັງ ຢືນຢັນວ່າ:
“ພວກຂ້າພະເຈົ້າຕັດສິນໃຈຜັນຂະຫຍາຍໂດຍໄວເພື່ອຮັບປະກັນໃຫ້ສົກຮຽນໃນປີຫນ້າ ຈະມີໂຮງຮຽນສາມັນກິນນອນຊົນເຜົ່າໃຫ້ແກ່ນັກຮຽນ, ມີພື້ນຖານດ້ານວັດຖຸຢ່າງຄົບຖ້ວນເພື່ອຮັບໃຊ້ການຮ່ຳຮຽນ, ການກິນຢູ່ ແລະ ສຸຂະສຶກສາ”
ຄະນະປະຕິບັດງານ ຂອງແຂວງ ເຊີນລາ ລົງສຳຫລວດສະຖານທີ່ກໍ່ສ້າງໂຮງຮຽນ ຢູ່ ຕາແສງ ເມື່ອງລ້ານ. (ພາບ:Trấn Long/VOV- ປະຈຳ ເຂດໄຕບັກ)
ຄຳໝັ້ນສັນຍາຢ່າງແຮງຂອງພັກ, ຂອງລັດ ກ່ຽວກັບການພັດທະນາແບບຍືນຍົງ
ແຜນນະໂຍບາຍຂອງກົມການເມືອງ ກ່ຽວກັບການລົງທຶນກໍ່ສ້າງບັນດາໂຮງຮຽນສາມັນກິນນອນຊົນເຜົ່າລວມຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ 248 ຕາແສງຊາຍແດນເຂດດິນຕໍ່ແຜ່ນ ແມ່ນ ນະໂຍບາຍຮັບປະກັນຊີວິດສັງຄົມທີ່ສຳຄັນ, ວັດທະນະທຳມະນຸດ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ສຳລັບພໍ່ແມ່ປະຊາຊົນຊົນເຜົ່າເຂດຊາຍແດນ, ເຂດຫ່າງໄກສອກຫລີກ. ແຜນນະໂຍບາຍນີ້ ຈະຊ່ວຍຮັດແຄບຊ່ອງຫວ່າງດ້ານການສຶກສາເວົ້າສະເພາະ ແລະ ກວ້າງກວ່າແມ່ນກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດ, ເສດຖະກິດ - ສັງຄົມເວົ້າລວມຂອງເຂດພູດອຍ ຕໍ່ກັບເຂດທົ່ງພຽງ. ຄວາມຄົບຊຸດລະຫວ່າງການລົງທຶນພື້ນຖານດ້ານວັດຖຸກັບນະໂຍບາຍລ້ຽງດູ ແມ່ນສະແດງໃຫ້ເຫັນວິທີສຳຜັດຢ່າງຮອບດ້ານ, ສ້າງເງື່ອນໄຂການຮ່ຳຮຽນຢ່າງສະເຫມີພາບ ແລະ ມີປະສິດທິຜົນໃຫ້ແກ່ເດັກນ້ອຍຢູ່ເຂດທີ່ປະສົບກັບຄວາມຫຍຸ້ງຍາກ.