• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດໝາຍ 5 ປີ ຫວຽດນາມ ແລະ ອີຢູ ປະຕິບັດ EVFTA

ຕາມຕົວເລກຈາກກົມສະຖິຕິ ຫວຽດນາມ ແລ້ວ, ໃນຮອບເວລາບໍ່ຮອດ 5 ປີ (ແຕ່ເດືອນ ສິງຫາ 2020 ຮອດເດືອນ ພຶດສະພາ 2025), ວົງເງິນການຄ້າ 2 ຝ່າຍບັນລຸ 298 ຕື້ USD
(ພາບປະກອບ)

ວັນທີ 01 ສິງຫາ, ໄດ້ສ້າງຂີດໝາຍ 5 ປີແຫ່ງວັນສັນຍາການຄ້າເສລີລະຫວ່າງສະຫະພາບ ເອີລົບ (ອີຢູ) ແລະ ຫວຽດນາມ (EVFTA) ມີຜົນສັກສິດຢ່າງເປັນທາງການ. ພາຍຫຼັງໄລຍະ 5 ປີ, EVFTA ໄດ້ສ້າງການກະທົບສຳຄັນເພື່ອໃຫ້ວົງເງິນການຄ້າ 2 ຝ່າຍບັນລຸລະດັບເຕີບໂຕຢ່າງແຮງ, ດ້ວຍຈຳນວນເງິນສະສົມເກືອບ 300 ຕື້ USD. ໝາກຜົນດັ່ງກ່າວໄດ້ນຳ ຫວຽດນາມ ກາຍເປັນຄູ່ຄ້າແຖວໜ້າຂອງ ອີຢູ ຢູ່ ອາຊຽນ ແລະ ແມ່ນຄູ່ຄ້າໃຫຍ່ອັນດັບທີ 16 ຂອງ ອີຢູ ໃນທົ່ວໂລກ.

ຕາມຕົວເລກຈາກກົມສະຖິຕິ ຫວຽດນາມ ແລ້ວ, ໃນຮອບເວລາບໍ່ຮອດ 5 ປີ (ແຕ່ເດືອນ ສິງຫາ 2020 ຮອດເດືອນ ພຶດສະພາ 2025), ວົງເງິນການຄ້າ 2 ຝ່າຍບັນລຸ 298 ຕື້ USD, ກວມເອົາເກືອບ 40% ຍອດວົງເງິນການຄ້າສະສົມລະຫວ່າງ 2 ຝ່າຍ (815 ຕື້ USD) ໃນໄລຍະກວ່າ 30 ປີແຫ່ງການຮ່ວມມືແລກປ່ຽນການຄ້ານັບແຕ່ປີ 1995. ທ່ານ ຫງວຽນຫາຍມິນ, ຮອງປະທານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham), ແບ່ງປັນວ່າ:

“ມີຈຸດເດັ່ນໃນສາຍຕາຂອງບັນດາວິສາຫະກິດ ເອີລົບ, ນັ້ນແມ່ນການຜັນຂະຫຍາຍ ແລະ ປະຕິບັດ EVFTA ໃນໄລຍະ 5 ປີຜ່ານມາແມ່ນມີປະສິດທິຜົນທີ່ສຸດ. ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈກັບຝ່າຍ ອີຢູ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມວິສາຫະກິດ ເພື່ອແກ້ໄຂບັນດາຮົ້ວກີດຂວາງໃນການສົ່ງອອກ - ນຳເຂົ້າ, ແລະຜ່ານນັ້ນ, ກໍ່ໄດ້ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ ເພື່ອໃຫ້ວິສາຫະກິດ ເອີລົບ ສາມາດສຳຜັດ, ກໍຄືເປີດກວ້າງຕະຫຼາດຢູ່ ຫວຽດນາມ.”

(ແຫຼ່ງຄັດຈາກ VOV)

ໜ້າທີ່ວຽກງານຊົນເຜົ່າ ແລະ ສາສະໜາມີຄວາມສຳຄັນພິເສດ

ໜ້າທີ່ວຽກງານຊົນເຜົ່າ ແລະ ສາສະໜາມີຄວາມສຳຄັນພິເສດ

ພັກ, ລັດ ຫວຽດນາມ ຍາມໃດກໍ່ຢືນຢັນໜ້າທີ່ວຽກງານຊົນເຜົ່າ ແລະ ສາສະໜາແມ່ນໜ້າທີ່ມີຄວາມໝາຍສຳຄັນພິເສດ.

Top