ກຳປູເຈຍ ພ້ອມແລ້ວຈະນຳໜ້າຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະຊຸມຄະນະກຳມະການຊາຍແດນຮ່ວມ ກຳປູເຈຍ - ໄທ ດ້ວຍແຜນການເຄື່ອນໄຫວ ແລະ ສະຖານທີ່ຕາມຂໍ້ສະເໜີຂອງ ໄທ.
(ທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ)
ກຳປູເຈຍ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງ ໄທ ກ່ຽວກັບເລື່ອງເລືອກປະເທດ ມາເລເຊຍ ແມ່ນສະຖານທີ່ຈັດກອງປະຊຸມວິສາມັນຂອງຄະນະກຳມະການຊາຍແດນຮ່ວມ (GBC) ຈະມາເຖິງລະຫວ່າງ 2 ປະເທດ, ເພື່ອສ້າງສະພາບແວດລ້ອມທີ່ຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງໃນການພົວພັນ 2 ຝ່າຍ, ພາຍຫຼັງເກີດການປະທະກັນຢູ່ເຂດຊາຍແດນ. ໃນຈົດໝາຍສົ່ງເຖິງຄູ່ຕຳແໜ່ງໄທ ໃນວັນທີ 31 ກໍລະກົດ, ທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ໄດ້ຢັ້ງຢືນວ່າ ກຳປູເຈຍ ພ້ອມແລ້ວຈະນຳໜ້າຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະຊຸມຄະນະກຳມະການຊາຍແດນຮ່ວມ ກຳປູເຈຍ - ໄທ ດ້ວຍແຜນການເຄື່ອນໄຫວ ແລະ ສະຖານທີ່ຕາມຂໍ້ສະເໜີຂອງ ໄທ. ພ້ອມກັນນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ກໍ່ສະເໜີເຊີນ ມຽນມາ, ອາເມລິກາ ແລະ ຈີນ ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນປະເທດສັງເກດການ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 01 ສິງຫາ, ກອງທັບ ໄທ ໄດ້ປ່ອຍຕົວ ທະຫານ ກຳປູເຈຍ 2 ຄົນໃນຈຳນວນ 20 ຄົນຖືກຈັບຕົວເປັນອິດສະຫຼະ, ພາຍຫຼັງຄຳສັ່ງຢຸດຍິງລະຫວ່າງ 2 ຝ່າຍມີຜົນສັກສິດ. ຕາມທ່ານພົນຕີ ນາງ Maly Socheata, ຮອງລັດຖະມົນຕີ, ທັງເປັນໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ແລ້ວ, ການປ່ອຍຕົວເປັນອິດສະຫຼະດຳເນີນໃນຕອນທ່ຽງວັນດຽວກັນ. ທ່ານນາງຮຽກຮ້ອງໃຫ້ ໄທ ສືບຕໍ່ມອບບັນດາທະຫານທີ່ຍັງເຫຼືອຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ.
(ແຫຼ່ງຄັດຈາກ VOV)