• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະ​ຕິ​ເລກ​ທີ 57: ໄມ້​ງັດ​ນຳ​ວິ​ທະ​ນາ​ສາດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ເຊື່ອມ​ໂຍງ ແລະ ນຳ​ໜ້າ

ວິທະຍາສາດ ແລະ ເຕັກໂນໂລຢີພວມກຳນົດທຸກຮູບແບບຕ່າງໆຂອງບັນດາຂົງເຂດໃນຊີວິດ ແລະ ການຜະລິດ. ໃນກະແສນັ້ນ, ຫວຽດນາມ ພວມຢັ້ງຢືນບົດບາດດ້ວຍບັນດາຂໍ້ລິເລີ່ມ, ໂຄງການວິທະຍາສາດຂອງ ຊາວ ຫວຽດນາມ ເທື່ອລະກ້າວ, ພ້ອມທັງຍູ້ແຮງການເຊື່ອມຕໍ່ກັບປະຊາຄົມວິທະຍາສາດສາກົນ. ມະຕິເລກທີ 57 ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ ໄດ້ວາງອອກກໍໄດ້ສ້າງກຳລັງໜູນຢ່າງແຮງໃຫ້ແກ່ວິວັດກການສຳຜັດກັບພູມປັນຍາໃໝ່, ເຕັກໂນໂລຢີໃໝ່ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ.
ພາບປະກອບ: VGP

ພາຍຫຼັງ 3 ປີທີ່ເປັນນັກຄົ້ນຄ້ວາປະລິນຍາເອກຢູ່ ຝລັ່ງ, ທ່ານ ປ.ອ ບຸຍຢຸຍຮຽວ ກັບເມືອ ຫວຽດນາມ ເປັນຫົວໜ້າກຸ່ມຄົ້ນຄ້ວາກ່ຽວກັບບັນດາວັດຖຸອຸປະກອນ Internet of think (IoT). ບົດຮຽນປະສົບການ ແລະ ບັນດາການພົວພັນຄົ້ນຄ້ວາສາກົນໄດ້ຊ່ວຍທ່ານ ແລະ ກຸ່ມຄົ້ນຄ້ວາ ສາມາດເປັນເຈົ້າຂອງຫຼາຍເຕັກໂນໂລຢີຫຼ້າສຸດໃນປັດຈຸບັນ, ຮ່ວມມື, ແບ່ງປັນບັນດາເຕັກໂນໂລຢີລິຂະສິດຜູກຂາດຈາກບັນດານັກຊ່ຽວຊານຕ່າງປະເທດ.

ໂດຍຕີລາຄາກ່ຽວກັບມະຕິເລກທີ 57 ແມ່ນກຳລັງໜູນສຳຄັນຊ່ວຍ ຫວຽດນາມ ບືນຕົວຂຶ້ນພັດທະນາພ້ອມກັບໂລກ, ທ່ານ ປ.ອ ບຸຍຢຸຍຮຽວ, ຫົວໜ້າຫ້ອງຄົ້ນຄວ້າ AI ແລະ IoT, ສະຖາບັນເຕັກໂນໂລຢີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ:

ພວກເຮົາຢາກດຶງດູດຜູ້ມີບົດຮຽນປະສົບການເຂົ້າມາ ເຊິ່ງບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ແກ່ເຂົາເຈົ້າເທົ່ານັ້ນ ຫາກຍັງຕ້ອງມີກົນໄກສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າສ້າງບັນດາກຸ່ມຄົ້ນຄ້ວາຂອງຕົນ. ຈາກກນັ້ນ ກໍວາງອອກການກຳນົດທິດຄົ້ນຄ້ວາໃໝ່, ເດີນໄປທັນກັບບັນດາທິດຄົ້ນຄ້ວາທີ່ກ້າວໜ້າໃນໂລກ.

ບໍ່ພຽງແຕ່ດຶງດູດກຳລັງປັນຍາຊົນທີ່ອາໄສຢູ່ຕ່າງປະເທດເປັນຈຳນວນຫຼາຍ, ຫວຽດນາມ ປັດຈຸບັນໄດ້ມີການພົວພັນຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຢີກັບເກືອບ 70 ປະເທດ, ມີສັນຍາວິທະຍາສາດເຕັກໂນໂລຢີຢູ່ຂັ້ນລັດຖະບານ ແລະ ກະຊວງ, ຂະແໜງການ 80 ສະບັບ, ພ້ອມທັງແມ່ນສະມາຊິກ, ຄູ່ຮ່ວມມືຂອງບັນດາອົງການຈັດຕັ້ງຄົ້ນຄ້ວາ, ສະຖາບັນ, ໂຮງຮຽນທີ່ມີອິດທິພົນຊື່ສຽງໃນໂລກ. ນີ້ບໍ່ພຽງແຕ່ປະຕູເປີດພູມປັນຍາເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ນຳພູມປັນຍາ ຫວຽດນາມ ບືນຕົວຂຶ້ນອອກສູ່ໂລກອີກດ້ວຍ.

ຢູ່ຮ່າໂນ້ຍ, ສູນເຕັກໂນໂລຢີຍຸດທະສາດ ຫວຽດນາມ - ອົດສະລາຕີ ແມ່ນຕ່ອງໂສ້ສຳຄັນໃນການພົວພັນຮ່ວມມືຮອບດ້ານ, ພິເສດແມ່ນໃນຂົງເຂດວິທະຍາສາດ ເຕັກໂນໂລຢີນະວັດຕະກຳລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ທີ່ຫາກໍໄດ້ຮັບການເປີດນຳໃຊ້ເມື່ອເດືອນມິຖຸນາ. ດ້ວຍແຫຼ່ງເງິນລົງທຶນເລີ່ມຕົ້ນ ກ່ວາ 2,1 ລ້ານ AUD (ເກືອບ 1,7 ລ້ານ USD), ສູນແມ່ນຮູບແບບຫັນຈິດໃຈຂອງມະຕິເລກທີ 57 ໃຫ້ປະກົດຜົນເປັນຈິງ ດ້ວຍການດຶງດູດນັກຊ່ຽວຊານສາກົນ, ສ້າງສູນບັນລຸມາດຕະຖານທົ່ວໂລກ, ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າລະບົບນິເວດວິທະຍາສາດເຕັກໂນໂລຢີລະຫວ່າງບັນດາປະເທດ. ທ່ານ ຫງວຽນດຽບ, ຫົວໜ້າສູນເຕັກໂນໂລຢີຍຸດທະສາດ ຫວຽດນາມ - ອົດສະຕາລີ ໃຫ້ຮູ້ວ່າ:

ການເຄື່ອນໄຫວຮ່ວມມືຄົ້ນຄ້ວາມີລັກສະນະທົ່ວໂລກແມ່ນປັດໄຈຫຼັກແຫຼ່ງໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີທີ່ທັນສະໄໝ. ເພາະສະນັ້ນ, ລັດຖະບານ ຫວຽດນາມ ແລະ ອົດສະຕາລີ ໄດ້ໜູນຊ່ວຍການສ້າງສູນເຕັກໂນໂລຢີຍຸດທະສາດ ຫວຽດນາມ - ອົດສະຕາລີ ດ້ວຍເປົ້າໝາຍສ້າງເງື່ອນໄຂເພື່ອໃຫ້ບັນດານັກວິທະຍາສາດສອງປະເທດ ພ້ອມກັນພັດທະນາບັນດາເຕັກໂນໂລຢີທີ່ທັງເໝາະສົມກັບຜົນປະໂຫຍດສອງຝ່າຍ ທັງມີວິໄສທັດທົ່ວໂລກ.

ທ່ານ ຫງວຽນດຽບ, ຫົວໜ້າສູນເຕັກໂນໂລຢີຍຸດທະສາດ ຫວຽດນາມ - ອົດສະຕາລີ (ພາບ: avstc.ptit.edu.vn)

ຍົກຕົວຢ່າງລະອຽດກ່ຽວກັບເຕັກໂນໂລຢີປັນຍາປະດິດ (AI), ຂົງເຂດພວມໄດ້ຮັບການພັດທະນາຢ່າງແຮງ ແຕ່ວາງອອກຫຼາຍສິ່ງທ້າທາຍກ່ຽວກັບການຮັກສາຄວາມລັບ ແລະ ສິດສ່ວນຕົວຂອງຜູ້ນຳໃຊ້, ທ່ານ ດຽບ ຖືວ່າ ການນຳໃຊ້ເຕັກໂນໂລຢີຕ້ອງໄປພ້ອມກັບບັນດາກົນໄກຄວບຄຸມຄວາມສ່ຽງ, ຮັບປະກັນຄວາມປອດໄພທາງອິນເຕີເນັດ ແລະ ສິດສ່ວນຕົວ. ຄ້າຍຄືກັນກັບວິວັດການຫັນເປັນດີຈີຕອນແຫ່ງຊາດ 5G ທີ່ໄດ້ຮັບຖືວ່າແມ່ນພື້ນຖານຍຸດທະສາດ, ແຕ່ກໍ່ວາງອອກຄວາມຮຽກຮ້ອງຕ້ອງການສູງກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງດ້ານຂໍ້ມູນ.

ເຮັດແນວໃດເພື່ອນຳໃຊ້ໄດ້ບັນດາເຕັກໂນໂລຢີນີ້ ແຕ່ຍັງຮັບປະກັນບັນຫາຄວາມໝັ້ນຄົງ, ຄວາມປອດໄພ. ນອກຈາກນັ້ນ, ບັນດາເຕັກໂນໂລຢີໃໝ່ຜ່ານການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ, ພວກຂ້າພະເຈົ້າຫວັງວ່າ ຈະຊ່ວຍໃຫ້ ຫວຽດນາມ ສຳຜັດກັບເຕັກໂນໂລຢີໃໝ່ໃນໂລກໄດ້ຢ່າງວ່ອງໄວ, ຍົກຕົວຢ່າງຄືການນຳໃຊ້ເຕັກໂນໂລຢີ ກວນເຕີມໃນການຮັກສາຄວາມລັບດ້ານຂໍ້ມູນ ຫຼືເຕັກໂນໂລຢີອາວະກາດທີ່ນຳໃຊ້ໃນການຜະລິດ ແລະ ຊີວິດປະຈຳວັນ.

ໄປຄຽງຄູ່ກັນນັ້ນ, ມີຫຼາຍຮູບແບບອື່ນກໍ່ສະແດງໃຫ້ເຫັນປະສິດທິຜົນຢ່າງຈະແຈ້ງ. ກອງທຶນ VinFuture ໄດ້ດຶງດູດນັກວິທະຍາສາດແຖວໜ້າໂລກນັບຮ້ອຍຄົນມາ ຫວຽດນາມ. ບັນດາມະຫາວິທະຍາໄລສາກົນຄື ຫວຽດ - ເຢຍລະມັນ, ຫວຽດ - ຍີ່ປຸ່ນ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ ໄດ້ຮ່ວມມືກັບລັດຖະບານ ຝລັ່ງ ບຳລຸງສ້າງນັກເຕັກນິກ, ປະລິນຍາເອກລະດັບສູງ ນັບພັນຄົນ. ທຸກຮູບແບບນີ້ລ້ວນແຕ່ສ່ອງແສງຢ່າງຈະແຈ້ງເຖິງຈິນຕະນາການໃນການຮ່ວມມືເປີດ, ການກະທຳທີ່ແທດຈິງໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ຖືກກັບຈິດໃຈເຊິ່ງມະຕິເລກທີ 57 ວາງອອກ.

ການນຳວິທະຍາສາດ ແລະ ເຕັກໂນໂລຢີກາຍເປັນກຳລັງໜູນພັດທະນາບຸກທະລຸ ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ, ຫາກຍັງແມ່ນຍຸດທະສາດລຸລ່ວງທີ່ໄດ້ຢັ້ງຢືນໃນມະຕິເລກທີ 57. ດ້ວຍຄວາມຕັດສິນໃຈເຊື່ອມໂຍງຢ່າງເລິກເຊິ່ງ, ພ້ອມທັງເປັນເຈົ້າການນຳໜ້າ ແລະ ສ້າງທີ່ຕັ້ງບົດບາດແຫ່ງຊາດ, ຫວຽດນາມ ພວມຄ່ອຍໆປະຕິບັດການຫັນຄວາມຝັນກາຍເປັນສູນນະວັດຕະກຳພາກພື້ນໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ລັດ​ເຊຍ - ລ​າວ​ພວມ​ພັດ​ທະ​ນາ​ໂດຍ​ໄວ

ການ​ພົວ​ພັນ ລັດ​ເຊຍ - ລ​າວ​ພວມ​ພັດ​ທະ​ນາ​ໂດຍ​ໄວ

ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດໃຫ້ຮູ້ວ່າ ການຢ້ຽມຢາມລັດເຊຍ ແມ່ນ ຫຼັກໝາຍ ສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.

Top