• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ EU ຢາກ​ກູ້​ຢຶມ​ເງິ​ນ​ເປັນ​ຈຳ​ນວນ 127 ຕື້​ເອີ​ໂຣ​ ໃຫ້​ແກ່​ການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ

ກອງທຶນ SAFE ມີຍອດມູນຄ່າ 150 ຕື້ ເອີໂຣ ໄດ້ເລີ່ມຕົ້ນແຕ່ເດືອນພຶດສະພາຜ່ານມາ ເພື່ອແນໃສ່ອະນຸຍາດໃຫ້ບັນດາປະເທດສະມາຊິກ ເຂົ້າເຖິງບັນດາບ້ວງເງິນກູ້ຢຶມທີ່ມີອັດຕາດອກເບ້ຍຕ່ຳກ່ວາ, ຍ້ອນການໜູນຊ່ວຍຈາກງົບປະມານສູນກາງຂອງ EU.
(ພາບປະກອບ: REUTERS/Yves Herman)

ວັນທີ 30 ກໍລະກົດ, ຄະນະກຳມະກາເອີລົບ (EC) ໃຫ້ຮູ້ວ່າ 18 ປະເທດສະມາຊິກໃນສະຫະພາບ ເອີລົບ (EU) ໄດ້ສົ່ງໃບກູ້ຢຶມເງິນຢ່າງໜ້ອຍສຸດ 127 ຕື້ ເອີໂຣ (ປະມານ 145,74 ຕື້ USD) ຈາກກອງທຶນການກະທຳເພື່ອຄວາມໝັ້ນຄົງໃຫ້ແກ່ ເອີລົບ (SAFE) ເພື່ອອາດສາມາດເພີ່ມທະວີການໃຊ້ຈ່າຍດ້ານປ້ອງກັນຊາດ ໃນສະພາບການຄວາມໝັ້ນຄົງມີການຂາດສະຖຽນລະພາບຫຼາຍຢ່າງ.

ກອງທຶນ SAFE ມີຍອດມູນຄ່າ 150 ຕື້ ເອີໂຣ ໄດ້ເລີ່ມຕົ້ນແຕ່ເດືອນພຶດສະພາຜ່ານມາ ເພື່ອແນໃສ່ອະນຸຍາດໃຫ້ບັນດາປະເທດສະມາຊິກ ເຂົ້າເຖິງບັນດາບ້ວງເງິນກູ້ຢຶມທີ່ມີອັດຕາດອກເບ້ຍຕ່ຳກ່ວາ, ຍ້ອນການໜູນຊ່ວຍຈາກງົບປະມານສູນກາງຂອງ EU. ໂຄງການທີ່ມີຄວາມຮຽກຮ້ອງຢ່າງເຂັ້ມງວດເພື່ອແນໃສ່ຮັບປະກັນຈຳນວນເງິນສ່ວນຫຼາຍຈະໄດ້ຮັບການໃຊ້ຈ່າຍໃຫ້ແກ່ການຜະລິດອາວຸດຢູ່ EU ເພື່ອປັບປຸງຂະແໜງອຸດສາຫະກຳປ້ອງກັນຊາດ ຂອງທະວີບນີ້.

ໃນຈຳນວນບັນດາປະເທດທີ່ຢື່ນໃບກູ້ຢຶມເງິນມີບັນດາປະເທດຫຼັກແຫຼ່ງຄື: ຝລັ່ງ, ແອັດສະປາຍ, ອີຕາລີ ແລະ ໂປໂລຍ. ປັດຈຸບັນກອງທັນຍັງສືບຕໍ່ຮັບໃບກູ້ຢຶມເງິນຈົນຮອດທ້າຍເດືອນ ພະຈິກ ແລະ ຄາດວ່າ ບັນຊີລາຍຊື່ກູ້ຢຶນເງິນ ອາດສາມາດຂຶ້ນເຖິງ 20 ປະເທດ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ລັດ​ເຊຍ - ລ​າວ​ພວມ​ພັດ​ທະ​ນາ​ໂດຍ​ໄວ

ການ​ພົວ​ພັນ ລັດ​ເຊຍ - ລ​າວ​ພວມ​ພັດ​ທະ​ນາ​ໂດຍ​ໄວ

ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດໃຫ້ຮູ້ວ່າ ການຢ້ຽມຢາມລັດເຊຍ ແມ່ນ ຫຼັກໝາຍ ສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.

Top