“ນັບແຕ່ນີ້ຮອດທ້າຍປີ 2025, ຕ້ອງກໍ່ສ້າງເສັ້ນທາງດ່ວນສຳເລັດຢ່າງໜ້ອຍສຸດ 3.000 ກິໂລແມັດທາງດ່ວນ ຢ່າງເດັດຂາດ, ນີ້ແມ່ນເປົ້າໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ. ຍ້ອນຄຸນລັກສະນະ ແລະ ຄວາມໝາຍຂອງໜ້າທີ່, ພວກເຮົາຖືນີ້ແມ່ນ ຄຳສັ່ງຈາກຫົວໃຈ ແລະ ຈິດໃຈຄວາມຮັບຜິດຊອບອັນສູງສຸດ ທີ່ມີຕໍ່ນ້ຳໃຈຂອງການປະຕິວັດເດືອນສິງຫາ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
“ປີ 2025 ຕ້ອງກໍ່ສ້າງເສັ້ນທາງດ່ວນສຳເລັດຢ່າງໜ້ອຍສຸດ 3.000 ກິໂລແມັດ ຢ່າງເດັດຂາດ, ດ້ວຍຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງສຸດ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2025 ຂອງຄະນະຊີ້ນຳແຫ່ງລັດກ່ຽວກັບກິດຈະກຳ, ໂຄງການສຳຄັນລະດັບຊາດ, ກິດຈະກຳຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ ແລະ ສະຫຼຸບການແຂ່ງຂັນຍອດສູງ ພາຍໃຕ້ຫົວຂໍ້ “500 ວັນ ແລະ ຄືນ ແຂ່ງຂັນກໍ່ສ້າງເສັ້ນທາງດ່ວນສຳເລັດ 3000 ກິໂລແມັດ” ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 31 ກໍລະກົດ ຢູ່ຮ່າໂນ້ຍ.
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ນັບແຕ່ນີ້ຮອດທ້າຍປີ ຍັງເຫຼືອພຽງແຕ່ 05 ເດືອນ, ປະລິມານວຽກງານຍັງຫຼາຍ, ໃນຂະນະນັ້ນ ຄຳຮຽກຮ້ອງໄດ້ວາງອອກແມ່ນ ພື້ນຖານໂຄງລ່າງຕ້ອງໄປກ່ອນ, ເປີດທາງ, ເປັນພື້ນຖານ, ສ້າງປະຖົມປັດໄຈໃຫ້ແກ່ບັນດາຂະແໜງການ, ທ້ອງຖິ່ນ, ສ້າງກຳລັງໜູນໃໝ່ໃຫ້ແກ່ປະເທດຊາດ, ເປີດພື້ນທີ່ພັດທະນາໃໝ່, ເພີ່ມກຳລັງແກ້ງແຍ້ງຂອງຜະລິດຕະພັນພາຍໃນປະເທດ ແລະ ສາກົນ, ພິເສດໃນສະພາບການທົ່ວປະເທດຫາກໍ່ປະຕິບັດ 01 ເດືອນ ຂອງການດຳເນີນຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນສຳເລັດ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:
“ນັບແຕ່ນີ້ຮອດທ້າຍປີ 2025, ຕ້ອງກໍ່ສ້າງເສັ້ນທາງດ່ວນສຳເລັດຢ່າງໜ້ອຍສຸດ 3.000 ກິໂລແມັດທາງດ່ວນ ຢ່າງເດັດຂາດ, ນີ້ແມ່ນເປົ້າໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ. ຍ້ອນຄຸນລັກສະນະ ແລະ ຄວາມໝາຍຂອງໜ້າທີ່, ພວກເຮົາຖືນີ້ແມ່ນ ຄຳສັ່ງຈາກຫົວໃຈ ແລະ ຈິດໃຈຄວາມຮັບຜິດຊອບອັນສູງສຸດ ທີ່ມີຕໍ່ນ້ຳໃຈຂອງການປະຕິວັດເດືອນສິງຫາ”.
(ແຫຼ່ງຄັດຈາກ VOV)