ຕອນເຊົ້າວັນທີ 30 ກໍລະກົດ, ຄະນະຜະລິດຟິມຮູບເງົາ ອິນເດຍ ຂຶ້ນກັບໂຄງການຟິມຮູບເງົາສາກົນ SILAA ໄດ້ເດີນທາງມາຮອດແຂວງ ກວ໋າງຈິ ຂອງ ຫວຽດນາມ ດ້ວຍແຜນການຖ່າຍທຳທັດສະນີຍະພາບທີ່ໂດດເດັ່ນພາຍໃນແຂວງ ແຕ່ວັນທີ 31 ກໍລະກົດ - 12 ສິງຫາ 2025.
ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງຈິ ຕ້ອນຮັບຄະນະຜະລິດຟິມຮູບເງົາ ອິນເດຍ ຢູ່ທ່າອາກາດສະຍານ ດົ່ງເຫີຍ (ພາບ: nhandan.vn)
ໂຄງການຟິມຮູບເງົາ SILAA ແມ່ນຜົນງານຟິມຮູບເງົາ ທຳອິດຂອງ ອິນເດຍ ທີ່ໄດ້ຖ່າຍທຳຢູ່ຖ້ຳໃຫຍ່ໂຕມະຫາຖານ, ເປັນເອກະລັກຢູ່ ຟອງຍາ - ແກ໋ບ່າງ ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງ ກວ໋າງຈິ, ເຊັ່ນ ຖ້ຳ ເຊີນດອງ, ຟອງຍາແກ໋ບ່າງ, ເຕິນຮວ໊າ, ຕູ໊ລ່ານ ແລະ ຮາງຕຽນ, ເພື່ອແນໃສ່ນຳມາເຊິ່ງບັນດາຟິມພາບທີ່ໜ້າປະທັບໃຈ, ຈັບອົກຈັບໃຈຂອງສະຖານທີ່ທ່ອງທ່ຽວ ຫວຽດນາມ ແລະ ກວ໋າງຈິ ໄປເຖິງຜູ້ຊົມນັບຮ້ອຍລ້ານຄົນໃນທົ່ວໂລກ. ພາຍຫຼັງຖ່າຍທຳຢູ່ ກວ໋າງຈິ ແລ້ວ, ນັບແຕ່ວັນທີ 01 – 14 ສິງຫາ, ຄະນະຈະສືບຕໍ່ຖ່າຍທຳຢູ່ຫຼາຍສະຖານທີ່ອື່ນຢູ່ ຫວຽດນາມ, ເຊັ່ນ: ກາວບັ່ງ, ກວ໋າງນິງ, ນິງບິ່ງ, ຮ່າໂນ້ຍ, ດ່າໜັງ, ນະຄອນ ໂຮ່ຈີມິນ.
ຈຸດປະສົງຕົ້ນຕໍຂອງໂຄງການນີ້ແມ່ນໂຄສະນາການທ່ອງທ່ຽວ ຫວຽດນາມ - ອິນເດຍ ຜ່ານຮູບເງົາ. ຄາດວ່າ ຜົນງານຟິມຮູບເງົາດັ່ງກ່າວຈະໄດ້ເປີດຕົວສູ່ມະຫາຊົນທົ່ວໂລກໃນປີ 2026, ສະເພາະຢູ່ ອິນເດຍ ຈະໄດ້ສາຍຢູ່ໂຮງຮູບເງົາປະມານ 1.000 ແຫ່ງ, ຄາດວ່າ ຈະເຂົ້າເຖິງຜູ້ຊົມໄດ້ປະມານ 8 ລ້ານຄົນ ແລະ ແຜ່ກະຈາຍຢ່າງກວ້າງຂວາງໃນສື່ສັງຄົມດີຈີຕອນ ເຖິງຕະຫຼາດທີ່ມີຈໍານວນແຂກທ່ອງທ່ຽວທີ່ບົ່ມຊ້ອນກວ່າ 300 ລ້ານຄົນ.
(ແຫຼ່ງຄັດຈາກ VOV)