ໃນເວລາກ່ວາ 300 ປີກ່ອນ, ຊາວ ຫວຽດນາມ ໃນໄລຍະການເດີນທາງໄປພາກໃຕ້ ໄດ້ຢຸດຢູ່ເຂດດິນແດນ ລອງດຽນ ປະຈຸບັນຂຶ້ນກັບນະຄອນ ໂຮ່ຈີມິນ ເພື່ອຕັ້ງຖິ່ນຖານ, ທຳມາຫາກິນ. ເມື່ອມີພົນລະເມືອງຫຼາຍກ່ວາ, ບັນດາອາຊີບກະສິກຳ, ຫັດຖະກຳກໍ່ຄ່ອຍໆໄດ້ຮັບການສ້າງຂຶ້ນ ແລະ ພັດທະນາ, ໃນນັນມີອາຊີບຫຼໍ່ທອງ. ຜ່ານໄລຍະເວລານັບຮ້ອຍປີທີ່ໄດ້ສ້າງຕັ້ງ ແລະ ພັດທະນາ, ຊາວໝູ່ບ້ານໄດ້ສືບທອດ, ຮັກສາອາຊີບຫຼໍ່ທອງນີ້ໄວ້ ເພື່ອໃຫ້ເຄື່ອງໝາຍການຄ້າທອງ ລອງດຽນ ຍັງສືບຕໍ່ມີຊື່ສຽງໂດ່ງດັງໃນຊີວິດຍຸກເຕັກໂນໂລຊີທັນສະໄໝປະຈຸບັ ນນີ້.
ໝູ່ບ້ານອາຊີບ ລອງດຽນ (ພາບ: brt.vn)
ໃນທຸກວັນນີ້, ຖ້າມີໂອຫາກມາຢ້ຽມຢາມແຫ່ງນີ້, ແຂກທ່ອງທ່ຽວຈະມາດໄປຢ້ຽມຢາມບັນດາຮາກຖານຫຼໍ່ທອງ, ຊົມບັນດານາຍຊ່າງແກະຄວັດບັນດາລວດລາຍ ຫຼື ສາມາດຟັງສຽງແກະ, ຄວັດທີ່ຄຶກຄື້ນໃນທົ່ວໝູ່ບ້ານ.
ນັບແຕ່ວັດຕະວັດທີ 17, ຜະລິດຕະພັນຫຼໍ່ທອງຂອງໝູ່ບ້ານຫຼໍ່ທອງຢູ່ ລອງດຽນ ໄດ້ມີຊື່ສຽງໃນທົ່ວເຂດທາງທິດຕາເວັນຕົກຂອງພາກໃຕ້ ຫວຽດນາມ ດ້ວຍບັນດາຜະລິດຕະພັນຄື: ລະຄັງທອງ, ໂຖສຽບທູບບູຊາ… ຜ່ານຫຼາຍລຸ້ນຄົນ, ປະຈຸບັນ, ປຊຊ ຜູ້ທີ່ເມົາມົວກັບອາຊີບຫຼໍ່ທອງ ຍັງໄດ້ຮັກສາໄວ້ຢູ່.
ນັບແຕ່ຄາວອາຍຸພຽງ 10 ປີ, ຂ້າພະເຈົ້າເຫັນທັງບ້ານໄດ້ເຮັດອາຊີບຫຼໍ່ທອງແລ້ວ. ເມື່ອເຕີບໃຫ່ຍຂຶ້ນ, ພໍ່ແມ່ກໍ່ສອນໃຫ້, ແລ້ວກໍ່ເຮັດອາຊີບນີ້ເລີຍ. ຂ້າພະເຈົ້າຮັກມັກອາຊີບນີ້ ກໍ່ຍ້ອນລຸ້ນພໍ່ລຸ້ນອ້າຍໄດ້ຖ່າຍທອດໃຫ້ ແລະ ຕັດສິນໃຈຮັກສາອາຊີບນີ້.
ຂັ້ນຕອນໜຶ່ງການໃນເຮັດຜະລິດຕະພັນທອງ (ພາບ: brt.vn)
ພ້ອມກັບການປະດິດຄິດສ້າງ, ຄວາມຄ່ອງແຄ້ວຂອງນາຍຊ່າງຜູ້ມີສີມືດີ, ບັນດາຜະລິດຕະພັນຫຼໍ່ທອງຂອງໝູ່ບ້ານ ຍັງຮັກສາໄດ້ບັນດາຈຸດພິເສດສະເພາະທີ່ເປັນມູນເຊື້ອ, ທັງມີລັກສະນະປະດິດຄິດສ້າງ, ສອດຄ່ອງກັບຍຸກສະໄໝ. ພິເສດ, ການໝູນໃຊ້ເຕັກໂນໂລຊີ, ເຄື່ອງຈັກເຂົ້າໃນການຜະລິດ ໄດ້ປະກອບສ່ວນຊຸກຍູ້ການອອກແຮງງານທຳການຜະລິດຢູ່ໝູ່ບ້ານ, ຊ່ວຍບັນດາຮາກຖານຜະລິດ ຍົກສູງລະດັບການແກ່ງແຍ້ງ, ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງ. ທ່ານ ເຈິ່ນວັນຍານ ນັກສິລະປະກອນຂອງໝູ່ບ້ານ ໃຫ້ຮູ້ວ່າ:
ຊີວິດໃນທຸກວັນນີ້ກໍ່ມີການປ່ຽນແປງຫຼາຍຢ່າງ, ມີການຫັນເປັນທັນສະໄໝ. ປະຈຸບັນ, ຮາກຖານການຜະລິດຍັງເຮັດອາຊີບຫຼໍ່ທອງແບບພື້ນເມືອງຂອງຄົນລຸ້ນກ່ອນ ແຕ່ກໍ່ນຳໃຊ້ເຕັກໂນໂລຊີທັນສະໄໝກວ່າ. ສິ່ງສຳຄັນແມ່ນຜະລິດຕະພັນຂອງເຮົາໄດ້ປ່ຽນແປງເພື່ອຕອບສະໜອງຕາມຄວາມນິຍົມຂອງຕະຫຼາດ. ເວົ້າລວມແລ້ວ, ສາມາດເຮັດອາຊີບເປັນປົກກະຕິ ແລະ ອາຊີບກໍ່ບໍ່ຖືກສູນຫາຍໄປ.
ທ່ານ ເຈິ່ນວັນຍານ ນັກສິລະປະກອນ ໝູ່ບ້ານອາຊີບຫຼໍ່ທອງ ລອງດຽນ (ພາບ: brt.vn)
ອາຊີບຫຼໍ່ທອງໄດ້ຮັບການຮັກສາໄວ້ເປັນປົກກະຕິ ໄດ້ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບປົກກະຕິໃຫ້ແຮງງານນັບໝື່ນຄົນຢູ່ພາຍໃນ ແລະ ນອກທ້ອງຖິ່ນ. ພິເສດ, ລຸ້ນໜຸ່ມກໍ່ນັບມື້ນັບຫ້າວຫັນກັບອາຊີບທີ່ລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້. ອ້າຍ ຫງວຽນແທັງຮວ່າຍ ຢູ່ຮາກຖານຫຼໍ່ທອງ ເຈິ່ນເຕິມຮົ່ງຍ່ານ ໃຫ້ຮູ້ວ່າ:
ເມື່ອມານີ້ຂ້າພະເຈົ້າໄດ້ຮັບການແນະນຳຢ່າງສຸດຈິດສຸດໃຈ. ລາຍຮັບກໍ່ດີພໍສົມຄວນ, ເປັນປົກກະຕິ ແລະ ແນ່ນອນວ່າໃນອະນາຄົດຈະຕິດພັນກັບອາຊີບນີ້ຍາວນານເລີຍ.
ເພື່ອມີຜະລິດຕະພັນທອງທີ່ສຳເລັດຮູບ, ນາຍຊ່າງຕ້ອງປະຕິບັດຫຼາຍຂັ້ນຕອນຄື: ສ້າງກອບ, ຕົ້ມທອງ, ຖອກທອງໃສ່ກອບ… ໃນນັ້ນ, ຂັ້ນຕອນສ້າງກອບແມ່ນຕ້ອງເສຍເຫື່ອແຮງຫຼາຍກວ່າໝູ່, ຮຽກຮ້ອງໃຫ້ນາຍຊ່າງມີຄວາມລະອຽດລະອໍ, ລະມັດລະວັງທີ່ສຸດ. ເພື່ອເຮັດໄດ້ຜະລິດຕະພັນທອງ, ຕ້ອງໃຊ້ກອບສອງຊະນິດ: ກອບໃນ ແລະ ກອບນອກ. ກອບໄດ້ເຮັດດ້ວຍດິນດາກສະອາດ, ແລ້ວເຮັດລວດລາຍພ້ອມ. ຕາມແຕ່ລະຜະລິດຕະພັນ, ນາຍຊ່າງຈະເຮັດບັນດາກອບຫຼໍ່ທອງທີ່ພິຖີພິຖັນ ຫຼື ງ່າຍດາຍ.
ຖ້າຫາກວ່າ ເຫັນປະຈັກຕາບັນດາລະຄັງທອງໃຫ່ຍສີເຫຼືອງເຫຼື້ອມ ພ້ອມກັບລວດລາຍຮູບມັງກອນຄູ່ ແລະ ຕົວໜັງສືໃນໂຕລະຄັງ ຈຶ່ງຈະເຫັນໄດ້ສີມືດີຂອງນາຍຊ່າງ. ລວດລາຍໄດ້ຮັບການສັບຊ້ອນຢ່າງກົມກຽວ, ມີຊີວິດຊີວາ… ອ້າຍ ເຢືອງວັນທາຍ, ແຂກທ່ອງທ່ຽວມາຈາກ ຫາຍຟ່ອງ ແບ່ງປັນວ່າ:
ອາຊີບທີ່ເປັນມູນເຊື້ອໄດ້ຮັບການຮັກສາໄວ້ຢູ່ແຫ່ງນີ້ແມ່ນດີທີ່ສຸດ. ຂ້າພະເຈົ້າຮູ້ສຶກສະອອນໃຈ ເມື່ອໄດ້ເຫັນບັນດານາຍຊ່າງເຮັດລະຄັງທອງ. ນັບແຕ່ຂັ້ນຕອນຕິດຂີ້ເຜີ້ງ, ແລ້ວເອົາໄປອົບແຫ້ງ, ເຮັດກອບ… ບັນດາຂັ້ນຕອນຕ້ອງເຮັດຢ່າງລະອຽດລະອໍ ແລະ ຍອດຍິ່ງທີ່ສຸດ.
ບັນດານາຍຊ່າງົໄດ້ນຳໃຊ້ຄວາມເກັ່ງກ້າສາມາດ, ຄວາມຄ່ອງແຄ້ວເພື່ອສ້າງໃຫ້ມີບັນດາຜະລິດຕະພັນທີ່ສວຍງາມ, ຍອດຍິ່ງຄື: ໂຖສຽບທູບບູຊາທອງ, ຕີນດອກໄຟ, ລະຄັງທອງ, ຄ້ອງທອງ… ຫຼືບັນດາເຄື່ອງຮັບໃຊ້ໃນຊີວິດປະຈຳວັນຄື: ໝໍ້, ພາເຂົ້າທອງ, ອູບໝາກ, ຈານ, ຖ້ວຍ… ຕໍ່ການປ່ຽນແປງຢ່າງໄວວາຂອງການຫັນເປັນຕົວເມືອງ, ບັນດາປະເພດສິນຄ້າທັນສະໄໝໃນຊີວິດເຕັກໂນໂລຊີທັນສະໄໝໄດ້ຮັບຄວາມນິຍົມນັ້ນ, ຜະລິດຕະພັນທອງ ລອງດຽນ ຍັງໄດ້ຮັບຄວາມນິຍົມ ແລະ ເລືອກເຟັ້ນນຳໃຊ້ຈາກຫຼາຍຄົນ. ລຸ້ນຄົນຕ່າງໆຢູ່ແຫ່ງນີ້ ຍັງຮັກສາບັນດາຜະລິດຕະພັນຂອງໝູ່ບ້ານຫຼໍ່ທອງພື້ນເມືອງ ລອງດຽນ ໄວ້ຕະຫຼອດໄປ./.