ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2025), ຢູ່ແຂວງ ຊຽງຂວາງ, ພາກໃຕ້ລາວ ໄດ້ດຳເນີນພິທີສູດອະນິຈາອາໄລຫາ ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ແລະ ພິທີເປີດການກໍ່ສ້າງເຂດຫໍບູຊາວິລະຊົນນັກຮົບ ຫວຽດນາມ - ລາວ.
ພິທີເປີດການກໍ່ສ້າງເຂດຫໍບູຊາວິລະຊົນນັກຮົບ ລາວ - ຫວຽດນາມ (ພາບ: nhandan.vn)
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວ 504 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຢູ່ 33 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ… ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍມາແບ່ງປັນຄວາມຮູ້ສຶກ, ຢາກຮູ້ຂ່າວຄາວກ່ຽວກັບການພົວພັນ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.
ທ່ານ Juan Diez, ມາຈາກ ແອັດສະປາຍ ໄດ້ສົ່ງຄຳເຫັນມາຍັງ VOV5 ໂດຍໃຫ້ຮູ້ວ່າ: ກູບາຍາມໃດກໍ່ຈົດຈຳບັນດາພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນ້ຳໃຈເພື່ອນມິດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ເຊິ່ງແມ່ນຊາດທີ່ມີຄວາມເຂົ້າໃຈບັນດາການເສຍສະຫຼະ ແລະ ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງພັກ ແລະ ປະຊາຊົນ ກູບາ ໃນການຕໍ່ສູ້ຕ້ານຄືນບັນດາຄວາມເສຍຫາຍທີ່ໜັກໜ່ວງຍ້ອນຄ່ຳສັ່ງປິດລ້ອມອັນໄຮ້ເຫດຜົນທີ່ແກ່ຍາວ ເຊິ່ງແມ່ນກຳລັງດັນຕໍ່ພື້ນຖານເສດຖະກິດຂອງປະເທດນີ້. ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງໄປຍັງ ຫວຽດນາມ, ປະເທດເພື່ອນມິດທີ່ສຸດຈິດສຸດໃຈ ຍາມໃດກໍ່ສະໜັບສະໜູນ ກູບາ ແລະ ເຕັມໄປດ້ວຍນ້ຳໃຈຄວາມຮັກແພງ. ກູບາ ປາດຖະໜາຢາກມີພຽງແຕ່ສັນຕິພາບ, ມີຄວາມຫວັງໄດ້ດຳລົງຊີວິດຢ່າງກົມກຽວ, ບົນຄວາມຊອບທຳ ແລະ ສຽງເວົ້າມະໂນທຳຂອງມວນມະນຸດ.
ໂດຍມາຈາກ ບຣາຊິນ, ທ່ານຜູ້ຟັງ Antonio Argolo Silva Neto ໄດ້ແບ່ງປັນວ່າ: ຂ້າພະເຈົ້າໄດ້ໝູນໃຊ້ຊຸມວັນພັກທີ່ລ້ຳຄ່າຂອງຕົນເພື່ອສືບຕໍ່ຮັບຟັງຄື້ນກະຈາຍສຽງວິທະຍຸ ຫວຽດນາມ ແລະ ຂຽນຈົດໝາຍສົ່ງມາຍັງ VOV5. ມີຫຼາຍເຫດຜົນທີ່ເຮັດໃຫ້ຂ້າພະເຈົ້າຍາມໃດກໍ່ເລືອກຟັງວິທະຍຸກະຈາຍສຽງ ຫວຽດນາມ, ພິເສດແມ່ນຍ້ອນຄວາມສົນໃຈຢ່າງຈິງໃຈຂອງບັນດາບັນນາທິການ VOV 5 ມີຕໍ່ທ່ານຜູ້ຟັງ. ສິ່ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາຄຸນນະພາບຂອງລາຍການ ເຊິ່ງແມ່ນສະຖານທີ່ ທີ່ຜູ້ຟັງສາມາດຮັບຮູ້ໄດ້ເຖິງ ຫວຽດນາມ ທີ່ພວມມີການບືນຕົວຂຶ້ນຢ່າງແຮງ ຕາມທິດທັນສະໄໝ ແຕ່ຍັງບໍ່ເຮັດໃຫ້ວັດທະນະທຳມູນເຊື້ອ ແລະ ຄວາມງາມຂອງທຳມະຊາດທີ່ເປັນເອກະລັກສະເພາະຂອງປະເທດຊາດຖືກສູນຫາຍໄປ.
ໃນອາທິດຜ່ານມາ, ເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ວັນທີ 27 ກໍລະກົດ ແມ່ນວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພວກຂ້າພະເຈົ້າເປັນຄົນລຸ້ນຫຼັງ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ທະຫານເຈັບປ່ວຍ, ນັກຮົບອາສາສະໝັກ, ແມ່ຫວຽດນາມວິລະຊົນ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດປົດປ່ອຍຊາດຂອງ ຫວຽດນາມ ແລະ ລາວ. ຂໍຈູດທູບໄຕ້ທຽນແດ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຮົບອາສາສະໝັກ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫຼ່ກັບທະຫານປົດປ່ອຍປະເທດ ຕໍ່ສູ້ປົກປັກຮັກສາໃຫ້ 2 ປະເທດ ຫວຽດນາມ - ລາວ ແລະ ຂໍອວຍພອນໃຫ້ບັນດາທະຫານເສຍອົງຄະ, ແມ່ຫວຽດນາມວິລະຊົນ ຍາມໃດກໍ່ມີສຸຂະພາບແຂງແຮງ”.
ເພື່ອນ ວົງໄຊ ທິບພະວົງ ທີ່ຮັກແພງ! ໃນຈຳນວນນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ເຂົ້າຮ່ວມບັນດາສະໜາມຮົບຢູ່ ລາວ ນັບພັນຄົນໃນເມື່ອກ່ອນນັ້ນ, ມີນັກຮົບວິລະຊົນຫຼາຍຄົນໄດ້ເສຍສະຫຼະຊີວິດຢູ່ປະເທດ ລ້ານຊ້າງ, ປະກອບສ່ວນປົກປັກຮັກສາພາລະກິດປະຕິວັດ 2 ປະເທດ ຫວຽດນາມ - ລາວ. ຂໍຂອບໃຈພວກເພື່ອນທີ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດ ມານະໂອກາດນີ້ດ້ວຍ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຫວັງວ່າ ທາງລາຍການຈະໄດ້ຮັບການປະກອບຫຼາຍຄຳຄິດຄຳເຫັນຈາກທ່ານຜູ້ຟັງ ເພື່ອຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນອຸດົມສົມບູນກວ່າ. ຂໍຂອບໃຈ.
ທ່ານຜູ້ຢັງ ແອນລີ ສີບຸນເຮືອງ ຢູ່ແຂວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການໂດຍແບ່ງປັນວ່າ: ອາທິດຜ່ານມາເມື່ອຕິດຕາມຂ່າວຄາວ, ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບພິທີສູດອະນິຈາອາໄລຫາ ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ແລະ ພິທີເປີດການກໍ່ສ້າງເຂດຫໍບູຊາວິລະຊົນນັກຮົບ ລາວ - ຫວຽດນາມ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການເຄື່ອນໄຫວຕອບບຸນແທນຄຸນນີ້. ຂ້າພະເຈົ້າຢາກຮູ້ແຈ້ງກວ່າກ່ຽວກັບເຫດການນີ້, ຫວັງວ່າ ບັນດາບັນນາທິການຈະສະໜອງຂໍ້ມູນກ່ຽວກັບຂໍ້ມູນຂອງການເຄື່ອນໄຫວນີ້ຕື່ມອີກ. ຂໍຂອບໃຈ.
ເພື່ອນ ແອນລີ ສີບຸນເຮືອງ ທີ່ຮັກແພງ! ອາທິດຜ່ານມາເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2025), ຢູ່ແຂວງ ຊຽງຂວາງ, ພາກໃຕ້ລາວ ໄດ້ດຳເນີນພິທີສູດອະນິຈາອາໄລຫາ ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ແລະ ພິທີເປີດການກໍ່ສ້າງເຂດຫໍບູຊາວິລະຊົນນັກຮົບ ຫວຽດນາມ - ລາວ.
ເຫດການໂດຍຄະນະວັດທະນະທຳສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະປະສານງານ ແລະ ຮ່ວມມື ພຸດທະສາສະໜາ ຫວຽດນາມ ປະຈຳ ລາວ ສົມທົບກັບອົງການພຸດທະສາສະໜາສຳພັນລາວ ແຂວງ ຊຽງຂວາງ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ເງະອານ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ຊຽງຂວາງ ຈັດຂຶ້ນ.
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໄດ້ສະແດງຄວາມຕື້ນຕັນໃຈເມື່ອໄດ້ກັບຄືນແຂວງ ຊຽງຂວາງ ດິນແດນວິລະຊົນ, ເຊິ່ງແມ່ນບ່ອນຈົດຈຳບັນດາວິລະກຳ ແລະ ການເສຍສະຫຼະຊີວິດຂອງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງສອງຊາດ. ຢັ້ງຢືນຄວາມໝາຍທີ່ສັກກະລະບູຊາຂອງບັນດາການເຄື່ອນໄຫວອາໄລຫານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ ບົນດິນແດນຊຽງຂວາງ ກໍ່ຄືບົດບາດພິເສດຂອງພຸດທະສາສະໜາ ໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບສອງປະເທດ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ: ບັນດາໜ້າປະຫວັດສາດຄຳຂອງການຮ່ວມສຳພັນສູ້ຮົບພິເສດ ຫວຽດນາມ - ລາວ ຕ້ອງໄດ້ສືບຕໍ່ຊຶມເຂົ້າເລິກໃນມະໂນຈິດຂອງລຸ້ນຄົນຕ່າງໆໃນປັດຈຸບັນ ແລະ ອະນາຄົດ. ການດຳລົງຊີວິດໃນສັນຕິພາບປັດຈຸບັນແມ່ນການສືບທອດການເສຍສະຫຼະເລືອດເນື້ອຂອງຄົນລຸ້ນກ່ອນ.
ໂດຍຕີລາຄາຄວາມໝາຍຂອງການຈັດຂຶ້ນເຫດການ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຖືວ່າ ນີ້ແມ່ນບາດກ້າວສຳຄັນໃນການເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ການຮ່ວມມືທາງດ້ານວັດທະນະທຳ, ການເຫຼື້ອມໃສລະຫວ່າງສອງທ້ອງຖິ່ນຕິດກັບຊາຍແດນ, ລະອຽດແມ່ນແຂວງ ເງະອານ ຂອງ ຫວຽດນາມ ແລະ ແຂວງ ຊຽງຂວາງ ຂອງ ລາວ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໄດ້ຕາງໜ້າບັນດາອົງການ, ສ່ວນບຸກຄົນຫວຽດນາມ ມອບຈຳນວນເງິນ 165 ລ້ານດົ່ງ ແລະ 100 ລ້ານກີບ ໃຫ້ແກ່ຜູ້ຕາງໜ້າອຳນາດການປົກຄອງແຂວງ ຊຽງຂວາງ ເພື່ອໜູນຊ່ວຍປະຊາຊົນໃນບໍລິເວນແຂວງ ທີ່ພວມຖືກຜົນສະທ້ອນຈາກໄພນ້ຳຖ້ວມ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼືສົ່ງມາທີ່ ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!