ທິມບານເຕະ U23 ຫວຽດນາມ ໄດ້ກາຍເປັນທິມບານເຕະຊາຍທຳອິດທີ່ຊິງແຊັມ ອາຊີຕາເວັນອອກສ່ຽງໃຕ້ ເປັນ 3 ຄັ້ງລຽນຕິດ, ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ U23 ອິນໂດເນເຊຍ 1 ປະຕູຕໍ່ 0.
ໄຊຊະນະຂອງທິມບານເຕະ U23 ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງນຳໜ້າຂອງຖັນແຖວນັກກິລາບານເຕະໜຸ່ມ ຫວຽດນາມ ໃນພາກພື້ນ (ພາບ: AFF)
ທິມບານເຕະ U23 ຫວຽດນາມ ໄດ້ກາຍເປັນທິມບານເຕະຊາຍທຳອິດທີ່ຊິງແຊັມ ອາຊີຕາເວັນອອກສ່ຽງໃຕ້ ເປັນ 3 ຄັ້ງລຽນຕິດ, ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ U23 ອິນໂດເນເຊຍ 1 ປະຕູຕໍ່ 0, ໃນຮອບຊິງຊະນະເລີດໃນຕອນຄ່ຳວັນທີ 29 ກໍລະກົດ, ຢູ່ເດີ່ນ Gelora Bung Karno, ອິນໂດເນເຊຍ.
ຄວາມເບີກບານໃຈເພີ່ມຂຶ້ນທົບ 2 ເທົ່າ ເມື່ອກອງໜ້າ ຫງວຽນດິ່ງບັກ ກາຍເປັນນັກກິລາຄົນທຳອິດຂອງ ຫວຽດນາມ ທີ່ຍາດໄດ້ລາງວັນ ນັກເຕະດີເດັ່ນທີ່ສຸດໃນປະຫວັດສາດການແຂ່ງຂັນ U23 ອາຊີຕາເວັນອອກສ່ຽງໃຕ້.
ໃນຈົດໝາຍຊົມເຊີຍໄຊຊະນະຂອງທິມບານເຕະ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໄຊຊະນະນີ້ສືບຕໍ່ຢັ້ງຢືນທີ່ຕັ້ງນຳໜ້າຂອງຖັນແຖວນັກກິລາບານເຕະໜຸ່ມ ຫວຽດນາມ ໃນພາກພື້ນ, ພ້ອມທັງແມ່ນສັນຍາລັກໃຫ້ແກ່ເຈດຈຳນົງບືນຕົວຂຶ້ນ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງໄວໜຸ່ມ ຫວຽດນາມ - ລຸ້ນສືບຕໍ່ປະຕິບັດຄວາມຝັນບືນຕົວຂຶ້ນສູ່ເວທີລະດັບທະວີບ ແລະ ໂລກ.
(ແຫຼ່ງຄັດຈາກ VOV)