ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ແລະ ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປິດໜ້າໃໝ່ໃນການພົວພັນລະຫວ່າງ 2 ປະເທດ.
(ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ) ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟ້ານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດ ອິນໂດເນເຊຍ ໂດຍທ່ານລັດຖະມົນຕີ Sjafrie Sjamsoeddin ເປັນຫົວໜ້າຄະນະ, ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 29 – 30 ກໍລະກົດ.
ທີ່ການເຈລະຈາພາຍຫຼັງການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ແລະ ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປີດໜ້າໃໝ່ໃນການພົວພັນລະຫວ່າງ 2 ປະເທດ. ກ່ຽວກັບທິດທາງການຮ່ວມມືລະຫວ່າງ 2 ກະຊວງໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານບຳລຸງສ້າງ, ເຫຼົ່າທັບ, ເຫຼົ່າຮົບ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ໃນນັ້ນມີອຸດສາຫະກຳປ້ອງກັນຊາດ; ສືບຕໍ່ໃຫ້ຄຳປຶກສາຢ່າງແໜ້ນແຟ້ນ; ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍ.
ເມື່ອແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນແກ້ໄຂທຸກຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ສິ້ນສຸດການເຈລະຈາ ແລະ ລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນໃນໄວໆນີ້.
(ຄະນະຜູ້ແທນກະຊວງປ້ອງກັນປະເທດ ອິນໂດເນເຊຍ)
ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Sjafrie Sjamsoeddin ຢືນຢັນວ່າ, ການຢ້ຽມຢາມຂອງຄະນະຜູ້ແທນມາ ຫວຽດນາມ ຄັ້ງນີ້ເປັນຂີດໝາຍສຳຄັນໃນການພົວພັນຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດ; ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ກະຊວງປ້ອງກັນປະເທດ 2 ປະເທດ ຊຸກຍູ້ການພົວພັນຮ່ວມມືໃຫ້ຫຼາຍກວ່າ ເພື່ອໃຫ້ສອດຄ່ອງກັບການພົວພັນລະຫວ່າງ 2 ປະເທດ
(ແຫຼ່ງຄັດຈາກ VOV)