ແຂວງເຊີນລາ ແມ່ນໜຶ່ງໃນບັນດາເຂດປູກຕົ້ນໄມ້ກິນໝາກໃຫຍ່ທີ່ສຸດຂອງພາກເໜືອ ກໍ່ຄືໃນທົ່ວປະເທດ, ດ້ວຍສະມັດຕະພາບເກັບກູ້ໝາກໄມ້ນັບແສນໂຕນຕໍ່ປີ. ໄລຍະຜ່ານມາ, ເຊີນລາ ໄດ້ເປັນເຈົ້າການເຊື່ອມຕໍ່, ໂຄສະນາເຄື່ອງໝາຍການຄ້າ, ຈາກນັ້ນ ກໍເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນໝາກໄມ້ທ້ອງຖິ່ນໄປຍັງຫຼາຍແຂວງ, ນະຄອນພາຍໃນປະເທດ ແລະ ສາກົນ.
ເຊີນລາແມ່ນໜຶ່ງໃນບັນດາເຂດປູກຕົ້ນໄມ້ກິນຫຼາຍໃຫຍ່ທີ່ສຸດຢູ່ພາກໃຕ້
ປັດຈຸບັນ ແຂວງເຊີນລາ ພວມມີເນື້ອທີ່ປູກຕົ້ນໄມ້ກິນໝາກ ແລະ ຕົ້ນໝາກເລີງ ກ່ວາ 82.000 ເຮັກຕາ, ໃນນັ້ນ ເນື້ອທີ່ເກັບກູ້ແມ່ນກ່ວາ 63.200 ເຮັກຕາ, ສະມັດຕະພາບປະມານ 375.530 ໂຕນ. ກ້າວເຂົ້າສູ່ລະດູຜະລິດໃນປີນີ້, ເຂດປູກຕົ້ນໄມ້ກິນໝາກຂອງແຂວງຖືກຜົນສະທ້ອນຍ້ອນແດດຮ້ອນ ແຫ້ງແລ້ງແກ່ຍາວ, ບາງເຂດຖືກຝົນໝາກເຫັບ… ເຖິງຢ່າງໃດກໍຕາມ, ຍ້ອນໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກ, ຮູບແບບ ແລະ ຄຸນນະພາບຂອງໝາກໄມ້ຍັງຮັບປະກັນມາດຕະຖານຂອງຄູ່ຮ່ວມມືຈຳໜ່າຍທັງຢູ່ພາຍໃນປະເທດ ແລະ ສົ່ງອອກ.
ຮອດຕົ້ນເດືອນພຶດສະພາ, ທົ່ວແຂວງເຊີນລາ ໄດ້ຈຳໜ່າຍໝາກໄມ້ປະເພດຕ່າງໆປະມານ 40.000 ໂຕນ ມີມູນຄ່າບັນລຸກວ່າ 755 ຕື້ດົ່ງ (ກ່ວາ 28,8 ລ້ານ USD), ໃນນັ້ນ ສ່ວນຫຼາຍແມ່ນ: ສະຕາເບີລີ້, ກ້ວຍ, ໝາກໝັ້ນ, ໝາກລຳໄຍ, ໝາກມ່ວງ… ໝາກໄມ້ສົດສ່ວນຫຼາຍແມ່ນບັນດາວິສາຫະກິດ, ສະຫະກອນສັ່ງຊື້ສະໜອງໃຫ້ແກ່ບັນດາລະບົບຮ້ານສັບພະສິນຄ້າ, ຮ້ານຂາຍໝາກໄມ້ສະອາດຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ສົ່ງອອກໄປຕ່າງປະເທດ. ເອື້ອຍ ຮວ່າງທິທ້ຳ, ຮອງຜູ້ອຳນວຍການສະຫະກອນ ກະສິກຳສີຂຽວ 26 ມີນາ, ແຂວງເຊີນລາ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າມີຊ່ອງທາງຈຳໜ່າຍຜະລິດຕະພັນຂອງສະຫະກອນ. ທີໜຶ່ງແມ່ນບັນດາແອັບສື່ສັງຄົມອອນໄລ ຄື Facebook, Zalo ແລະ ບັນດາແອັບການຄ້າເອເລັກໂຕນິກ. ພວກຂ້າພະເຈົ້າໄດ້ເຂົ້າເຖິງ ແລະ ຂາຍເຄື່ອງຜ່ານບັນດາຊ່ອງທາງນັ້ນ ກໍໄດ້ນຳມາເຊິ່ງປະສິດທິຜົນໃດໜຶ່ງທີ່ແນ່ນອນ. ຊ່ອງທາງທີສອງແມ່ນຂາຍເຄື່ອງໂດຍກົງຢູ່ບັນດາຮ້ານຂາຍເຄື່ອງ.
ເພື່ອຫຼຸດຜ່ອນຄວາມກົນດັນໃນການຈຳໜ່າຍໝາກໄມ້ສົດໃນລະດູເກັບກູ້, ເຊີນລາ ໄດ້ຄ່ອຍໆປ່ຽນແປງຄວາມຊິນເຄີຍທີ່ມີແຕ່ດົນນານ, ບໍ່ພຽງແຕ່ຈຳໜ່າຍໝາກໄມ້ສົດ ທາງແຂວງຍັງເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວປຸງແຕ່ງເພື່ອຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບຄື: ໝາກໄມ້ອົບແຫ້ງກອບ, ອ່ອນ, ນ້ຳຄັ້ນສົດ ແລະ ລຳໄຍແຫ້ງ… ປະກອບສ່ວນຍົກສູງຄຸນຄ່າຂອງຜະລິດຕະພັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້ ແລະ ເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນໝາກໄມ້ທັງຢູ່ພາຍໃນປະເທດ ແລະ ສົ່ງອອກ. ຕາມທ່ານ ຫງວຽນແທັງກົງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊີນລາ ແລ້ວ, ບັນດາວິທີການຈຳໜ່າຍ, ສົ່ງອອກ, ປຸງແຕ່ງ ໂດຍແຂວງໄດ້ປະຕິບັດຢ່າງຄົບຊຸດໃນບໍລິເວນແຂວງ, ເປັນຕົ້ນແມ່ນບັນດາຜະລິດຕະພັນໝາກໄມ້ໃນລະດູເກັບກູ້.
ທາງແຂວງ ໄດ້ປະຕິບັດການຊົມໃຊ້ພາຍໃນປະເທດ, ນັ້ນແມ່ນບັນດາຕະຫຼາດ, ຮ້ານສັບພະສິນຄ້າໃນທົ່ວປະເທດເພື່ອນຳຜະລິດຕະພັນຄື ໝາກມ່ວງ, ໝາກໝັ້ນ ແລະ ຖັດຈາກນັ້ນແມ່ນລຳໄຍ ເຂົ້າລະບົບຮ້ານສັບພະສິນຄ້າເພື່ອຮັບໃຊ້ຕະຫຼາດ ຫວຽດນາມ. ທີສອງ, ທາງແຂວງເຊີນລາ ກໍ່ມານະພະຍາຍາມນຳບັນດາຜະລິດຕະພັນເຂົ້າບັນດາໂຮງງານປຸງແຕ່ງ. ນີ້ແມ່ນສິ່ງສຳຄັນທີ່ສຸດ ຍ້ອນວ່າບັນດາໂຮງງານປຸງແຕ່ງຈະປະກອບສ່ວນແກ້ໄຂບັນຫາການເກັບກ່ຽວໃນຈຸດເວລາດຽວ, ມີປະລິມານຫຼາຍ, ຈະນຳຜະລິດຕະພັນໄປປຸງແຕ່ງ ແລະ ກາຍເປັນຜະລິດຕະພັນປຸງແຕ່ງຢ່າງເລິກເຊິ່ງ, ເພີ່ມມູນຄ່າຂອງຜະລິດຕະພັນ.
ໃນລະດູເກັບກູ້ໝາກໝັ້ນເຮົ້າ, ໝາກມ່ວງ (ນັບແຕ່ເດືອນພຶດສະພາ ຈົດໝົດເດືອນກໍລະກົດ) ຢູ່ບັນດາເຂດປູກສຸມເຂົ້າບັນດາຕາແສງ ທ້ວນເຈົາ, ເມື່ອງລາ, ອຽນເຈົາ… ທາງແຂວງເຊີນລາ ໄດ້ຊີ້ນຳບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບ ສະໜອງ, ກະກຽມ ໝາກໝັ້ນເຮົ້າ ຣູບີ, ສົມທົບກັບບັນດາສະຫະກອນໄດ້ຄັດເລືອກ, ຫຸ້ມຫໍ່, ຂົນສົ່ງໄປຍັງບໍລິສັດຫຸ້ນສ່ວນອາຫານການບິນ ໂນ້ຍບ່າຍ , ເຊື່ອມຕໍ່ການຈຳໜ່າຍກັບບໍລິສັດຫຸ້ນສ່ວນການຄ້າສົ່ງອອກ-ນຳເຂົ້າ ມິງຄາຍ (ແຂວງລາວກາຍ) ແລະ ບໍລິສັດການຄ້າສົ່ງອອກນຳເຂົ້າ ໂຕນເລື່ອງ ຢຸນນານ ຈຳກັດ (ຈີນ) ເພື່ອຈຳໜ່າຍຜະລິດຕະພັນໝາກມ່ວງ…
ພິທີນຳໝາກໝັ້ນເຮົ້າເຊີນລາ ເຂົ້າລະບົບຈຳໜ່ວຍຂອງ Saigon co.op ໃນທົ່ວປະເທດ (ພາບ: VOV)
ຫວ່າງແລ້ວນີ້, ໃນວັນທີ 10 ມິຖຸນາ 2025, ຢູ່ເທດສະບານ ມົກເຈົາ, ຄະນະກຳມະການປະຊາຊົນແຂວງເຊີນລາ ໄດ້ສົມທົບກັບ Vietnam Airlines , ສະຫະພັນ ສະຫະກອນການຄ້ານະຄອນ ໂຮ່ຈີມິນ (Saigon Co.op), Go! ແລະ ບໍລິສັດຫຸ້ນສ່ວນການບໍລິການການຄ້າ WinCommerce ຈັດພິທີເລີ່ມເດີນທາງນຳໝາກໝັ້ນເຮົ້າ ເຊີນລາ ຂຶ້ນບັນດາຖ້ຽວບິນຂອງ Vietnam Airlines ແລະ ນຳເຂົ້າລະບົບຈຳໜ່າຍຂອງ Saigon Co.op, Go!, WinCommerce. ທ່ານ ຫວໍເຈິ່ນງອກ, ຜູ້ອຳນວຍການຝ່າຍທຸລະກິດ Saigon Co.op ໃຫ້ຮູ້ວ່າ:
ນີ້ແມ່ນປະຖົມປັດໄຈເພື່ອຊ່ວຍຜະລິດຕະພັນຂອງ ເຊີນລາ ໄດ້ໄປເຖິງຜູ້ຊົມໃຊ້ຢູ່ດ່ານັ້ງ ເພື່ອຮັບໃຊ້ບັນດາແຂວງທາງພາກກາງ, ນຳເຂົ້ານະຄອນໂຮ່ຈີມິນ ເພື່ອຮັບໃຊ້ລະບົບຮ້ານສັບພະສິນຄ້າຢູ່ນະຄອນ ແລະ ບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ພ້ອມກັນນັ້ນ, ບັນດາທ້ອງຖິ່ນ, ວິສາຫະກິດໃນແຂວງກໍ່ຕັ້ງໜ້າເຂົ້າຮ່ວມບັນດາລາຍການຄື: ສັບປະດາຜະລິດຕະພັນກະເສດ, ໝາກໄມ້ ເຊີນລາ ຢູ່ບັນດາຮ້ານສັບພະສິນຄ້າໃນທົ່ວປະເທດ ຫຼື ບັນດາວັນບຸນຜະລິດຕະພັນກະເສດ, ໝາກໄມ້ ເພື່ອໂຄສະນາຜະລິດຕະພັນ. ບັນດາການເຄື່ອນໄຫວນີ້ໄດ້ດຶງດູດຄວາມສົນໃຈຂອງຜູ້ບໍລິໂພກ, ປະກອບສ່ວນເປີດກວ້າງຕະຫຼາດ, ເປັນຕົ້ນແມ່ນພາກໃຕ້.
ບັນດາຄວາມມານະພະຍາມຂອງ ເຊີນລາ ໃນການເຊື່ອມຕໍ່, ໂຄສະນາ ແລະ ເປີດກວ້າງຕະຫຼາດຈຳໜ່າຍໝາກໄມ້ ໄດ້ ແລະ ພວມນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ. ບັນດາຜົນສຳເລັດນີ້ບໍ່ພຽງແຕ່ປະກອບສ່ວນຍົກສູງຄຸນຄ່າຜະລິດຕະພັນກະເສດ, ປັບປຸງລາຍຮັບໃຫ້ແກ່ຊາວກະສິກອນເທົ່ານັ້ນ ຫາກຍັງນຳຜະລິດຕະພັນກະເສດ ເຊີນລາ ບືນຕົວຂຶ້ນ ແລະ ພິຊິດບັນດາຕະຫຼາດສາກົນທີ່ມີມາດຕະຖານສູງ.