ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”.
ທ່ານພັນເອກ ເລຮວ່າງເຢືອງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: IOM)
ວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”. ກ່າວຄຳເຫັນທີ່ເຫດການ, ທ່ານພັນເອກ ເລຮວ່າງເຢືອງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດ ໄດ້ເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມໃນການປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ. ໂຄງການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດບັນດາໄລຍະລ້ວນແຕ່ມີການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ປະຊາຊົນໝົດທຸກຄົນ, ໃນນັ້ນຖືການປ້ອງກັນເປັນຫຼັກ ເປັນປັດໄຈພື້ນຖານໃນການຜັນຂະຫຍາຍບັນດາວຽກງານຕ່າງໆ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າ ມະນຸດໃນປີ 2024 ມີຜົນສັກສິດແຕ່ວັນທີ 1 ກໍລະກົດ, ໄດ້ເພີ່ມເຕີມບັນດາຫຼັກການສຳຄັນ, ສອດຄ່ອງກັບສົນທິສັນຍາສາກົນ ເຊິ່ງ ຫວຽດນາມແມ່ນສະມາຊິກ.
ສ່ວນທ່ານນາງ Mitsue Pembroke ຜູ້ຮັກສາການຫົວໜ້າຄະນະຜູ້ແທນອົງການຈັດຕັ້ງສາກົນ ເພື່າການເຄື່ອນຍ້າຍຖີ່ນຖານ (IOM) ຢູ່ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອແນໃສ່ຊຸກຍູ້ປະສິດທິຜົນຂອງການເຄື່ອນຍ້າຍຖີ່ນຖານຢ່າງປອດໄພ ແລະ ປ້ອງກັນ, ຕ້ານການຄ້າມະນຸດ, ພິເສດແມ່ນຄວາມມານະພະຍາຍາມຂອງລັດຖະບານໃນວຽກງານປັບປຸງກົດຫມາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ ປີ 2024.
(ແຫຼ່ງຄັດຈາກ VOV)