ຈຳນວນຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກແມ່ນ 1.588 ທ່ານ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ (ພາບປະກອບ)
ຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຊັ່ນປະກາດໃຊ້ຂໍ້ຕົກລົງເລກທີ 341 ກ່ຽວກັບຈຳນວນ ແລະ ການຈັດແບ່ງຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.
ຕາມນັ້ນແລ້ວ, ຈຳນວນຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກແມ່ນ 1.588 ທ່ານ, ລວມມີ: ຜູ້ຕາງໜ້າເປັນກຳມະການສູນກາງພັກຊຸດທີ 13 ເປັນ 165 ທ່ານ; ຜູ້ແທນເລືອກຕັ້ງຕາມຂໍ້ກຳນົດ (ຢູ່ 11 ອົງຄະນະພັກແຂວງ, ນະຄອນ ບໍ່ປະຕິບັດການໂຮມເຂົ້າກັນ ແລະ ອົງຄະພັກກອງທັບ, ອົງຄະນະພັກຕຳຫຼວດສູນກາງ) 353 ທ່ານ. ນອກນັ້ນ, ຍັງມີຜູ້ແທນໄດ້ຮັບການບົງຕົວກວ່າ 1.070 ທ່ານ.
(ແຫຼ່ງຄັດຈາກ VOV)