• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢຶດ​ໝັ້ນ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ

ສປຊ ໄດ້ເລືອກເອົາວັນທີ 30 ກໍລະກົດ ແມ່ນ ວັນໂລກປ້ອງກັນຕ້ານການຄ້າມະນຸດ”. ຫວຽດນາມ ກໍ່ຖືວັນນີ້ແມ່ນວັນ “ທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ”. ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມສະກັດກັ້ນອາດຊະຍາກຳປະເພດນີ້, ປົກປ້ອງສິດທິມະນຸດ ແລະ ສ້າງສັງຄົມປອດໄພ, ປອດໃສ.
ພາບປະກອບ: bvhttdl.gov.vn

ຫວຽດນາມ ຍາມໃດກໍ່ສະເໝີຕົ້ນສະເໝີປາຍກັບຫຼາຍມາດຕະການລວມມີ: ສ້າງກອບນິຕິກຳ, ນະໂຍບາຍໃຫ້ສົມບູນແບບ, ຮ່ວມມືກັບສາກົນ ແລະ ສື່ມວນຊົນໃນການປ້ອງກັນຕ້ານການຄ້າມະນຸດ. ນີ້ແມ່ນສ່ວນ 1 ສຳຄັນໃນຍຸດທະສາດປົກປ້ອງສິດທິມະນຸດຢູ່ ຫວຽດນາມ.

ມີຫຼາຍມາດຕະການຮອບດ້ານ

ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມແມ່ນປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ. ເພາະສະນັ້ນ, ການສ້າງລະບົບກົດໝາຍໃນຂົງເຂດນີ້ໃຫ້ສົມບູນແບບນຳ ຫວຽດນາມໄດ້ເອົາໃຈໃສ່ເປັນພິເສດ.

ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດປີ 2011 ໄດ້ກຳນົດຄວາມຮັບຜິດຊອບຢ່າງຈະແຈ້ງຂອງບັນດາອົງການແຫ່ງລັດ ແລະ ອົງການຈັດຕັ້ງສາກົນ ໃນການປ້ອງກັນ, ສະກັດກັ້ນ, ຄົ້ນພົບ, ແກ້ໄຂ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍ. ປະມວນກົດໝາຍແພງສະປັບປັບປຸງໃນປີ 2015 ໄດ້ເພີມລະດັບການປັບໄໝສຳລັບບັນດາການກະທຳທີ່ກ່ຽວຂ້ອງເຖິງການຄ້າມະນຸດ, ພິເສດແມ່ນສຳລັບເດັກນ້ອຍ ແລະ ບັນດາການເຄື່ອນໄຫວທີ່ມີການຈັດຕັ້ງ. ພ້ອມກັນນັ້ນ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຫຼາຍໂຄງກການ, ຍົກຕົວຢ່າງຄື: ໂຄງການປ້ອງກັນ, ຕ້ານການຄ້າມະນຸດໃນໄລຍະ 2021 – 2025, ກຳນົດທິດຮອດປີ 2030.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດໃນປີ 2024 ທີ່ມີຜົນສັກສິດແຕ່ວັນທີ 1 ກໍລະກົດຜ່ານມາ ໄດ້ເພີ່ມເຕີມບາງຫຼັກການສຳຄັນເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ, ສອດຄ່ອງກັບສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ແມ່ນສະມາຊິກ, ພິເສດແມ່ນ ຫຼັກການ “ຖືຜູ້ປະສົບເຄາະຮ້າຍເປັນໃຈກາງ”, ເປີດກວ້າງບັນດາເປົ້າໝາຍໄດ້ຮັບການປົກປ້ອງກໍ່ຄືລະບົບໜູນຊ່ວຍຜູ້ປະສົບເຄາະຮ້າຍ. ທ່ານນາງ Mitsue Pembroke, ຮັກສາການຫົວໜ້າອົງການຈັດຕັ້ງສາກົນ ເພື່ອການ ເຄື່ອນຍ້າຍຖີ່ນຖານ (IOM)  ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ພວກຂ້າພະເຈົ້າ ຮັບຮູ້ບັນດາຄວາມກ້າວໜ້າຢ່າງກະໂດດຂັ້ນຂອງ ຫວຽດນາມ ຫວ່າງແລ້ວນີ້ໃນການປ້ອງກັນ, ຕ້ານການຄ້າມະນຸດ. ກົດໝາຍວ່າດ້ວຍການປ້ອງກັນຕ້ານການຄ້າມະນຸດສະບັບປັບປຸງມີຜົນສັກສິດໃນການປະຕິບັດແຕ່ເດືອນນີ້, ໜຶ່ງໃນບັນດາຈຸດພົ້ນເດັ່ນແມ່ນຖືຜູ້ປະສົບເຄາະຮ້າຍເປັນໃຈກາງໃນວິວັດການສ້າງນະໂຍບາຍ. ກົດໝາຍສະບັບປັບປຸງກໍສ້າງເງື່ອນໄຂດີກ່ວາໃຫ້ແກ່ວຽກງານເຊື່ອມໂຍງເຂົ້າກັບປະຊາຄົມໃຫ້ແກ່ທຸກເປົ້າໝາຍ, ນັບແຕ່ພົນລະເມືອງ ຫວຽດນາມ, ຊາວຕ່າງປະເທດ ອາໄສຢູ່ຫວຽດນາມ, ຜູ້ຄົນບໍ່ຖືສັນຍາດໃດ ແລະ ເດັກນ້ອຍຍັງບໍ່ເຕີບໂຫຍ່.

ຕາມທ່ານນາງ ແລ້ວ, ການກຳນົດໜູນຊ່ວຍຜູ້ຄົນພວມໃນໄລຍະໄດ້ກຳນົດແມ່ນຜູ້ປະສົບເຄາະຮ້າຍໃນກົດໝາຍສະບັບປັບປຸງສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດຂອງລັດ ຫວຽດນາມ.

ພ້ອມກັບການສ້າງລະບົບເອກະສານນິຕິກຳ, ຫວຽດນາມ ກໍ່ເພີ່ມທະວີການໂຄສະນາ, ການສຶກສາປະຊາຄົມ, ຍົກສູງຄວາມຮັບຮູ້ໃນການປ້ອງກັນຕ້ານການຄ້າມະນຸດຢູ່ສະຖານທີ່ທີ່ຖືກບັນດາເປົ້າໝາຍສວຍໃຊ້. ຕາມທ່ານນາງ ຫງວຽນທິມິງເຮືອງ, ທ່ານຮອງປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ ແລ້ວ, ເຕັກໂນໂລຢີດີຈີຕອນພວມແມ່ນທ່າໄດ້ປຽບເພື່ອສົ່ງສານໂດຍໄວ ແລະ ມີປະສິດທິຜົນ ກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ແລະ ການເຄື່ອນຍ້າຍ ຂອງແຮງງານຢ່າງປອດໄພ, ເຂົ້າເຖິງປະຊາຊົນເປັນຈຳນວນຫຼາຍ.

ພວກຂ້າພະເຈົ້າສ້າງສະຖານທີ່ແລກປ່ຽນລະຫວ່າງ ນັກປະຖະກະຖາ ແລະ ເອື້ອຍນ້ອງແມ່ຍິງ, ພວກນ້ອງໆຊາວໜຸ່ມ, ເພື່ອຊ່ວຍເຂົາເຈົ້າຮັບຮູ້ກົມອຸບາຍຂອງພວກອາດຊະຍາກອນຄ້າມະນຸດ. ຈາກນັ້ນ, ສະເໜີບັນດາມາດຕະການ, ວິທີການທີ່ດີ, ມີຫົວຄິດປະດິດສ້າງ, ຍົກສູງຄວາມຮັບຮູ້, ເສີມຂະຫຍາຍບົດບາດຂອງແມ່ຍິງ, ຊາວໜຸ່ມຕະລຸນບ່ອນ, ພິເສດແມ່ນຊາວໜຸ່ມຍິງ ໃນການໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ແລະ ການອົບພະຍົບຢ່າງປອດໄພ.

ຫວຽດນາມ ກໍ່ເພີ່ມທະວີການຮ່ວມມືສາກົນ ໃນຂົງເຂດນີ້. ມາຮອດປັດຈຸບັນ, ຫວຽດນາມ ໄດ້ເຊັນສັນຍາສອງຝ່າຍ, ຫຼາຍຝ່າຍກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຄູ່ຮ່ວມມືສາກົນຄື: ຈີນ, ກຳປູເຈຍ, ລາວ, ໄທ, ອົດສະຕາລີ… ພ້ອມທັງເຂົ້າຮ່ວມບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນຄື IOM, UNODC, UNICEF… ເພື່ອຍົກສູງຄວາມສາມາດ, ແບ່ງປັນຂໍ້ມູນຂ່າວສານ ແລະ ໜູນຊ່ວຍດ້ານເຕັກນິກ.

ການຕໍ່ສູ້, ແກ້ໄຂອັດຊະຍາກຳຍັງມີສິ່ງທ້າທາຍຫຼາຍຢ່າງ

ເຖິງວ່າມີຄວາມມານະພະຍາຍາມຫຼາຍຢ່າງ ກໍ່ຕາມແຕ່ວຽກງານປ້ອງກັນ, ຕ້ານອາດຊະຍາກຳຄ້າມະນຸດ ຢູ່ ຫວຽດນາມ ຍັງມີສິ່ງທ້າທາຍຫຼາຍຢ່າງ. ສະພາບການອາດຊະຍາກຳຄ້າມະນຸດ ຍັງສືບຕໍ່ດຳເນີນຢ່າງສັບສົນ, ແບບວິທີ, ກົມອຸບາຍນັບມື້ນັບແນນນຽນ ແລະ ຫຼາຍຮູບຫຼາຍແບບ. ທ່ານພັນເອກ ເລຮ່ວາງເຢືອງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດ ໃຫ້ຮູ້ວ່າ:

ປັດຈຸບັນ, ຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດບໍ່ພຽງແຕ່ແມ່ນເດັກນ້ອຍ, ແມ່ຍິງເທົ່ານັ້ນ ຫາກຍັງປະກົດມີຜູ້ປະສົບເຄາະຮ້າຍເປັນເພດຊາຍ, ເດັກຫາກໍ່ເກີດ, ອາໄວຍາວະ…ອີກດ້ວຍ. ບັນດາສາຍການຄ້າມະນຸດຂ້າມຊາດ ໄດ້ຈັດຂຶ້ນນັບມື້ນັບ ແນມນຽນ, ສັບສົນ, ກໍ່ຜົນຕາມມາທີ່ຮ້າຍແຮງກ່ຽວກັບສິດທິມະນຸດ, ກໍ່ຜົນກະທົບຢ່າງຫຍໍ້ທໍ້ເຖິງເສດຖະກິດ - ສັງຄົມ, ຄວາມໝັ້ນຄົງດ້ານການເມືອງຂອງແຕ່ລະປະເທດ ແລະ ແມ່ນສາຍເຫດພາໄປເຖິງຫຼາຍການກະທຳລະເມີດກົດໝາຍຄືການເຂົ້າເມືອງຜິດກົດໝາຍ, ແຮງງານຜິດກົດໝາຍ, ທຸລະກິດໂສເພນີ, ການຄ້າຂາຍຢາເສັບຕິດ, ການເສາະກົງໃນສື່ສັງຄົມອອນໄລ.

ຕໍ່ໜ້າບັນດາສິ່ງທ້າທາຍພວມວາງອອກ, ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຮອບດ້ານ, ເພີ່ມທະວີການຮ່ວມມືຫຼາຍຝ່າຍໃນການຕໍ່ສູ້ທົ່ວໂລກກ່ຽວກັບການຕ້ານການຄ້າມະນຸດ.  

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ສ.ເກົາຫຼີ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ສ.ເກົາຫຼີ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ.

Top