ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຊົມເຊີຍເລື່ອງ ໄທ ແລະ ກຳປູເຈຍ ບັນລຸໄດ້ຂໍ້ຕົກລົງຢຸດຍິງ
ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ໄທ ແລະ ກຳປູເຈຍ ປະຕິບັດຂໍ້ຕົກລົງຢຸດຍິງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ໄທ ມາຣິດ ສະງຽມພອງ ໃນຕອນບ່າຍວັນທີ 29 ກໍລະກົດ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຊົມເຊີຍເລື່ອງ ໄທ ແລະ ກຳປູເຈຍ ບັນລຸໄດ້ຂໍ້ຕົກລົງຢຸດຍິງ; ທ່ານປາດຖະໜາວ່າ 2 ຝ່າຍຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ ແລະ ສົມເຫດສົມຜົນ ໂດຍອີງໃສ່ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ກົດບັດ ອາຊຽນ…
ທີ່ການພົບປະ, ລັດຖະມົນຕີ 2 ທ່ານໄດ້ເຫັນດີສົມທົບກັນຜັນຂະຫຍາຍວິທີການໃໝ່ເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ໃນນັ້ນມີບັນດາຂໍລິເລີມເຊື່ອມຕໍ່ການທ່ອງທ່ຽວຢູ່ພາກພື້ນ ອາຊຽນ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ເພີ່ມທະວີການແຮກສ່ຽວທ້ອງຖິ່ນ 2 ປະເທດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ; ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 25 ຕື້ USD ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງກວ່າໂດຍໄວ.
(ແຫຼ່ງຄັດຈາກ VOV)