ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຫຼາຍນະໂຍບາຍໂດຍລັດຖະບານສະເໜີໃນຮ່າງມະຕິວ່າດ້ວຍການທົດລອງປະຕິບັດບາງນະໂຍບາຍແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ.
ບັນດາສະມາຊິກສະພາແຫ່ງຊາດ ປະຕິບັດການລົງປະຊາມະຕິ (ພາບ: quochoi.vn)
ຕອນເຊົ້າວັນທີ 17 ກຸມພາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ໂດຍສືບຕໍ່ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບ 2 ເນື້ອໃນ: ຮ່າງມະຕິວ່າດ້ວຍການທົດລອງປະຕິບັດບາງນະໂຍບາຍແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຫຼາຍນະໂຍບາຍໂດຍລັດຖະບານສະເໜີໃນຮ່າງມະຕິວ່າດ້ວຍການທົດລອງປະຕິບັດບາງນະໂຍບາຍແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທ່ານຮ່ວາງມິງຮ້ຽວ, ສະມາຊິກສະພາແຫ່ງຊາດແຂວງ ເງະອານຖືວ່າ:
ເພື່ອພັດທະນາວິທະຍາສາດເຕັກໂນໂລຢີໃໝ່, ບັນຫາບຸກຄະລາກອນຍາມໃດກໍ່ແມ່ນບັນຫາພື້ນຖານທີ່ສຸດ. ໃນຄວາມຈິງປັດຈຸບັນ ພວກເຮົາພວມມີຄວາມຕ້ອງການໃຫຍ່ກ່ຽວກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພວກຂ້າພະເຈົ້າສະເໜີຕ້ອງມີນະໂຍບາຍເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ, ສູນຄົ້ນຄ້ວາອາດສາມາດຮັບສະໝັກນັກຊ່ຽວຊານຫວຽດນາມ ຢູ່ຕ່າງປະເທດ ກໍຄືນັກຊ່ຽວຊານສາກົນເພື່ອເຂົ້າຮ່ວມການບຳລຸງສ້າງ, ຫຼໍ່ລ້ຽງຜູ້ມີຄວາມເກັ່ງກ້າສາມາດ ຢູ່ພາຍໃນປະເທດຜ່ານບັນດານະໂຍບາຍ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບກົນໄກນະໂຍບາຍພິເສດເພື່ອສ້າງໂຮງງານໄຟຟ້ານິວເຄຼຍ ຢູ່ນິງທ້ວນ, ບັນດາສະມາຊິກສະພາແຫ່ງຊາດໄດ້ຢັ້ງຢືນລັກສະນະຈຳເປັນກໍ່ຄືຄວາມອາດສາມາດເປັນໄປໄດ້ໃນສະພາວະທ່າອ່ຽງຫັນປ່ຽນພະລັງງານໃນໂລກ.
(ແຫຼ່ງຄັດຈາກ VOV)